ກອງປະຊຸມສະຫຼູບວຽກງານປະຈຳປີ 2023 ແລະ ທິດທາງແຜນການປີ 2024 ຂອງພະແນກຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ (ຖວທ) ແຂວງວຽງຈັນ ໄດ້ຈັດຂື້ນໃນວັນທີ 9 ເມສານີ້ ຢູ່ທີ່ສູນວັດທະນາທໍາ ແຂວງ. ໂດຍການເຂົ້າຮ່ວມ ຂອງທ່ານ ທອງສະຫວັນ ວົງສຳພັນ ຮອງເລຂາພັກ ແຂວງ, ມີທ່ານ ສີສະຫວາດ ແສງພະຈັນ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງ, ພ້ອມດ້ວຍຄະນະພະແນກ,  ຕ່າງໜ້າພະແນກການອ້ອມຂ້າງແຂວງ, ເມືອງ ແລະ ພະນັກງານພາຍໃນພະແນກເຂົ້າຮ່ວມ.
ທ່ານ ສີສະຫວາດ ແສງພະຈັນ ໄດ້ຜ່ານບົດສະຫຼູບວ່າ: ໃນ 1 ປີ ຜ່ານມາຄະນະພັກ-ຄະນະນຳຂອງພະແນກ ຖວຖ ແຂວງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ ດ້ວຍການຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍ, ມະຕິຄຳສັ່ງນິຕິກຳຕ່າງໆ. ທົ່ວແຂວງມີສະຖານນີວິທະຍຸກະຈາຍສຽງ 2 ແຫ່ງ, ມີ 23 ລາຍການ ແລະ ມີສະຖານີວິທະຍຸຂອງເມືອງໝື່ນ 1 ແຫ່ງ. ປັດຈຸບັນທົ່ວແຂວງມີໂທລະໂຄ່ງທັງໝົດ 384 ບ້ານ. ມີລະບົບສື່ມວນຊົນທີ່ຂຶ້ນທະບຽນແລ້ວ 42 ສື່. ໃນນີ້, ມີປະເພດເວບໄຊ 6 ແຫ່ງ, ເຟສບຸກ 35 ຊ່ອງ, ເພດໜັງສືພິມວຽງຈັນອອນລາຍ 1 ຊ່ອງ ແລະ ຢູທູບ 1 ຊ່ອງ. ປີຜ່ານມາໄດ້ລົງເຄື່ອນໄຫວເກັບກຳຂ່າວຂະບວນການດ້ານຕ່າງໆ 6,353 ຂ່າວເທົ່າກັບ 141,11% ຂອງແຜນການປີ, ໃນນີ້: ສົ່ງຂ່າວໃຫ້ໂທລະພາບແຫ່ງຊາດ 264 ຂ່າວ, ວິທະຍຸແຫ່ງຊາດ 360 ຂ່າວ ແລະ ອອກຂ່າວວິທະຍຸແຂວງ 2.198 ຂ່າວ, ຜະລິດລາຍການຂ່າວໂທລະພາບແຂວງວຽງຈັນສົ່ງອອກໂທລະພາບແຫ່ງຊາດ ໄດ້ 51 ຄັ້ງ, ແຂວງວຽງຈັນໂພສ໌ 1.656 ຂ່າວ, ມີຂ່າວບັນດາເມືອງ 1.716 ຂ່າວ, ຂ່າວພະແນການອອ້ມຂ້າງ 159 ຂ່າວ.
     ປີ 2023 ສາມາດສ້າງບ້ານວັດທະນະທໍາ ໄດ້ 2 ບ້ານ ເທົ່າກັບ 40 % ຂອງແຜນການປີ, ປະເມີນຄືນບ້ານວັດທະນະທຳຮອບ II ໄດ້ຈຳນວນ 19 ບ້ານ, ສ້າງກຸ່ມບ້ານວັດທະນະທຳໄດ້ 1 ກຸ່ມ ແລະ ສ້າງກົມກອງແບບຢ່າງທາງດ້ານວັດທະນະທຳໄດ້ 3 ກົມກອງ; ໄດ້ຄຸ້ມຄອງ ແລະ ອອກອະນຸຍາດປ້າຍໂຄສະນາໄດ້ 1.030 ປ້າຍ. ປັດຈຸບັນມີຫົວໜ່ວຍທຸລະກິດທ່ອງທ່ຽວທີ່ເປີດບໍລິການເປັນປົກກະຕິແລ້ວຈໍານວນ 1.132 ຫົວໜ່ວຍ, ທຽບໃສ່ປີ 2022 ຫຼຸດລົງ 44 ຫົວໜ່ວຍ (ໂຈະການບໍລິການຊົ່ວຄາວຢູ່ໜ້າເຂື່ອນນໍ້າງື່ມ 1) ລວມຍອດມູນຄ່າການລົງທຶນ 538 ຕື້ກົ່ວກີບ; ຂັ້ນແຂວງຄຸ້ມຄອງ 311 ຫົວໜ່ວຍ, ຂັ້ນເມືອງຄຸ້ມຄອງ 821 ຫົວໜ່ວຍ; ປີ 2023 ມີນັກທ່ອງທ່ຽວທີ່ເຂົ້າມາທ່ຽວແຂວງວຽງຈັນທັງໝົດ 817.369 ເທື່ອຄົນ ຍິງ 416.924 ເທື່ອຄົນ ສ້າງລາຍຮັບທົ່ວສັ່ງຄົມໄດ້ປະມານ 553 ຕື້ກວ່າກີບ ແລະ ວຽກງານດ້ານອື່ນ.
 (ພາບ-ຂ່າວ:ບຸນມາ ແກ້ວບຸດດາ) 
ປີ 2023 ແຂວງວຽງຈັນມີນັກທ່ອງທ່ຽວເຂົ້າມາທ່ຽວ 817.369 ເທື່ອຄົນ ສ້າງລາຍຮັບ 553 ຕື້ກວ່າກີບ