ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ກ່າວປາໄສໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງ
ຕັ້ງແຂວງບໍລິຄໍາໄຊ(ວັນທີ 6 ມີນາ 1984-6 ມີນາ 2024)ຄົບຮອບ40ປີເມື່ອບໍ່ດົນມານີ້ວ່າ: ໃນປີ 2023 ເຖິງແມ່ນວ່າສະພາບການຂອງໂລກ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງສັບສົນໄດ້ສົ່ງຜົນກະທົບຕໍ່ເສດຖະກິດໂລກຢ່າງໜັກ                    ໜ່ວງ.
    ຈາກສະພາບດັ່ງກ່າວຢູ່ພາຍໃນປະເທດກໍຄືແຂວງບໍລິຄໍາໄຊຍັງສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງແຕ່ຄະນະພັກ-ອົງການປົກຄອງທຸກຂັ້ນໄດ້ເອົາໃຈໃສ່ນໍາພາ-ຊີ້ນຳການພັດທະນາເສດຖະກິດ ຕິດພັນກັບການພັດທະນາສັງຄົມ ແລະ ການປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບ(ປກສ), ຖືເອົາການຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ; ສຸມໃສ່ສ້າງບ້ານ ແລະ ກຸ່ມບ້ານພັດທະນາແກ້ໄຂຄວາມທຸກຍາກເປັນໃຈກາງພື້ນຖານໂຄງລ່າງໄດ້ຮັບການພັດທະນາ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຈັງຫວະການເຕີບໂຕຂອງ GDPໂດຍສະເລ່ຍແລ້ວ 5,27% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 11.004ຕື້ກີບ, ສະເລ່ຍລາຍຮັບຕໍ່ຄົນ 33 ລ້ານຫຼື ເທົ່າກັບ 1.631 ໂດລາ; ການລົງທຶນຂອງລັດກວມ 13,6%ຂອງ GPP;ລາຍຮັບເຂົ້າງົບປະມານປະຕິບັດໄດ້ລື່ນແຜນ 29,91%; ສະເລ່ຍເຂົ້າກິນ 418 ກິໂລຕໍ່ຄົນ, ການຜະລິດພືດເປັນສິນຄ້າ ປະຕິບັດໄດ້ລື່ນແຜນ 68,19%; ການຜະລິດຊີ້ນ-ປາ-ໄຂ່ ເພື່ອບໍລິໂພກປະຕິບັດໄດ້ 58,53 ກິໂລຕໍ່ຄົນ/ປີ ເທົ່າກັບ 95,95% ຂອງແຜນການປີ, ບ້ານມີເສັ້ນທາງເຂົ້າເຖິງກວມ 100% ໃນທົ່ວແຂວງ, ໃນນັ້ນທຽວໄດ້ສອງລະດູ ກວມ 92,61%, ປະຊາຊົນຊົມໄຊ້ໄຟຟ້າຖາວອນ ກວມ 99,25% ຂອງຄອບຄົວ ແລະ 100% ຂອງຈໍານວນບ້ານທັງໝົດ; ທົ່ວແຂວງມີລະບົບສັນຍານມືຖືກວມ99,64% ເຮັດໃຫ້ມີຄວາມສະດວກສະບາຍໃນການສື່ສານ; ການລຶບລ້າງຄວາມທຸກຍາກປັດຈຸບັນມີຄອບຄົວພົ້ນທຸກແລ້ວ ກວມ 96,09%, ບ້ານພົ້ນທຸກ ກວມ 92,96%; ມີ 5 ເມືອງເປັນເມືອງພົ້ນທຸກ, ຄອບຄົວພັດທະນາ ກວມ 87,34%;ບ້ານພັດທະນາ ກວມ 79,57% ແລະ ໄດ້ປະກາດຮັບຮອງເອົາ 4 ບ້ານເປັນບ້ານໃຫຍ່ສີສັນຕົວເມືອງໃນຊົນນະບົດຄື:ບ້ານຜາເມືອງເມືອງບໍລິຄັນ, ບ້ານວຽງຄໍາ, ບ້ານທົ່ງນາມີ ເມືອງປາກກະດິງ ແລະ ບ້ານຈອມທອງ ເມືອງວຽງທອງ; ການສ້າງແຂວງເປັນຫົວໜ່ວຍຍຸດທະສາດສາມາດບັນລຸ 6 ດ້ານ ແລະ 57 ຕົວຊີ້ວັດ ເທົ່າກັບ 86,36%.ລະບົບການສຶກສາໄດ້ຮັບການປັບປຸງແລະ ຍົກລະດັບທາງດ້ານຄຸນນະພາບຂອງການຮຽນ-ການສອນ, ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ 99,8%; ຂະບວນການກິລາປະເພດຕ່າງໆໄດ້ຂະຫຍາຍຕົວ. ດ້ານສາທາລະນະສຸກໄດ້ຮັບການປັບປຸງ ສາມາດສະກັດກັ້ນ ແລະ ຈໍາກັດໄດ້ການລະບາດຂອງພະຍາດຕາມລະດູການ, ບ້ານແບບຢ່າງສາທາລະນະສຸກກວມ99,64%, ປະຊາຊົນໄດ້ນໍາໃຊ້ນໍ້າສະອາດກວມ97,6%, ການຈັດຕັ້ງປະຕິບັດ 11 ຕົວຊີ້ບອກສາມາດບັນລຸ 10 ຕົວຊີ້ບອກ; ວັດທະນະທໍາ-ຮີດຄອງອັນດີງາມຂອງປະຊາຊົນບັນດາເຜົ່າໄດ້ຮັບການອະນຸລັກ ແລະ ພັດທະນາດີຂຶ້ນເທື່ອລະກ້າວ, ຄອບຄົວວັດທະນະທໍາກວມ 90,26%, ບ້ານວັດທະນະທໍາກວມ 99,64%; ສົ່ງສີມການພັດທະນາສີມືແຮງງານ, ປົກປ້ອງ ແລະ ຄຸ້ມຄອງແຮງງານໃຫ້ມີຄວາມຍຸຕິທໍາ ແລະ ປອດໄພ, ປະຕິບັດລະບອບນະໂຍບາຍຕໍ່ພະນັກງານ-ລັດຖະກອນ, ບໍານານ, ຜູ້ເສຍອົງຄະຕາມລະບຽບກົດໝາຍ. ກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອງສັງຄົມ ເຄື່ອນໄຫວໂດຍບໍ່ຫວັງຜົນຕອບແທນ ເປັນເຈົ້າຊອກຫາແຫຼ່ງທຶນ ແລະ ການລະດົມທຸກແຫຼ່ງທຶນໄດ້ 10ຕື້ກວ່າກີບ ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກ ກວມ 25%, ກໍ່ສ້າງ-ສ້ອມແປງໂຮງຮຽນກວມ 41,6%, ຊ່ວຍອຸປະກອນທາງດ້ານການແພດຕ່າງໆ ກວມ 11,8%, ສ້າງເຮືອນສາຍໃຈໄດ້ 5 ຫຼັງ, ຂົວອູ່ 3 ແຫ່ງປະກອບສ່ວນເຂົ້າໃນການພັດທະນາແຂວງບໍລິຄໍາໄຊໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຂ່າວ: ພູວັນ