ພິທີເປີດແຫຼ່ງທ່ອງທ່ຽວ ສູນອານຸລັກຊ້າງ ແລະ ຂະຫຍາຍພັນຊ້າງ ພູແຂນ ບ້ານນາຕໍໃຫຍ່ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 11 ເມສານີ້ ທີ່ສູນດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ທ່ານ ຫວາງ ໂຣມິງ ອໍານວຍການບໍລິສັດ ລົງທຶນພັດທະນາການທ່ອງທ່ຽວ ເຊໂນ-ລາວ, ມີພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນບ້ານ ນາຕໍໃຫຍ່ເຂົ້າຮ່ວມ.
    ທ່ານ ບຸນດ່ວນ ໄຊດວງຕາ ທີ່ປຶກສາ ບໍລິສັດ ລົງທຶນພັດທະນາການທ່ອງທ່ຽວ ເຊໂນ-ລາວ ໄດ້ກ່າວວ່າ: ສູນອານຸລັກຊ້າງແຫ່ງນີ້ ໄດ້ກໍ່ສ້າງຂຶ້ນຢູ່ບ້ານນາຕໍໃຫຍ່, ເມືອງໄຊຍະບູລີ, ແຂວງໄຊຍະບູລີໃນເນື້ອທີ່ 137,8 ເຮັກຕາ, ໄດ້ລົງທຶນໃນເບື້ອງຕົ້ນ 17 ລ້ານໂດລາ ແລະ ມີໄລຍະເວລາກໍ່ສ້າງທັງໝົດ 4 ປີ ໂດຍແບ່ງເປັນ 2 ໄລຍະຄື: ໄລຍະທີ 1 ໄດ້ກໍ່ສ້າງປະຕູໂຂງເຂົ້າຫາສູນອານຸລັກຊ້າງ, ປູທາງເບຕົງພາຍໃນສູນ, ບຸກເບີກສະຖານທີ່ຈອດລົດ, ກໍ່ສ້າງຫໍພັກພະນັກງານຂອງບໍລິສັດ, ສ້າງຮ້ານອາຫານ, ຮ້ານຂາຍເຄື່ອງຂອງທີ່ລະນຶກ, ເຮັດເຮືອນຂຶ້ນຂີ່ຊ້າງ 2 ຫຼັງ, ກໍສ້າງບ່ອນນັ່ງຊົມຊ້າງອາບນ້ຳ, ໂຮງໝໍຊ້າງ, ຄອກຊ້າງ 25 ຄອກ, ຫໍພັກຄວານຊ້າງ 2 ຫຼັງ, ຕິດຕັ້ງລະບົບໄຟຟ້າ, ນໍ້າປະປາຢູ່ພາຍໃນສູນ ແລະ ໄດ້ນໍາຊ້າງເຂົ້າມາອານຸລັກ ຈໍານວນ 12 ເຊືອກ. ໃນນີ້, ມີຊ້າງເພດຜູ້ 3 ເຊືອກ ແລະ ເພດແມ່ 9 ເຊືອກ, ທ່ານຍັງໄດ້ກ່າວຕື່ມອີກວ່າ: ໃນໄລຍະທີ 2 ນີ້ ທາງບໍລິສັດຈະໄດ້ສືບຕໍ່ພັດທະນາສູນອະນຸລັກຊ້າງແຫ່ງນີ້ ໃຫ້ມີຫຼາກຫຼາຍກິດຈະກຳເພີ່ມຂຶ້ນເປັນຕົ້ນແມ່ນ: ສືບຕໍ່ກໍ່ສ້າງໂຮງແຮມວິນລາ, ໂຮມສະເຕ ຈຳນວນ 25 ຫຼັງ ຢູ່ພາຍໃນສູນອານຸລັກຊ້າງພູແຄນໃຫ້ນັກທ່ອງທ່ຽວໄດ້ພັກເຊົາ, ສ້າງທ່າເຮືອນ້ອຍແຄມນໍ້າຮຸ່ງ ຈຸດຮ້ານອາຫານສູນອານຸລັກຊ້າງພູແຄນລ່ອງໄປຫາດອນກາງນ້ຳຮຸ່ງ ມີໄລຍະທາງ 1 ກິໂລແມັດ, ຄົ້ນຄວ້າຂຶ້ນແຜນຊື້ເຮືອສຳລານ 70 ທີ່ນັ່ງ ເຂົ້າມາບໍລິການລ່ອງແຕ່ຫຼວງພະບາງ ມາຫາໜ້າເຂື່ອນໄຟຟ້ານ້ຳຂອງເຂດບ້ານທ່າເດື່ອ ເມືອງໄຊຍະບູລີ, ຂຶ້ນແຜນຈັດຊື້ລົດຕູ້ ຮັບ-ສົ່ງນັກທ່ອງທ່ຽວ, ສືບຕໍ່ສ້າງເຮືອນຂີ່ຊ້າງເພີ່ມໜຶ່ງຫຼັງ ຢູ່ຈຸດແຄມນ້ຳຮຸ່ງ ເບື້ອງໃຕ້, ຂຶ້ນແຜນສ້າງບ່ອນລ້ຽງນົກຍຸງຢູ່ພາຍໃນສູນໃຫ້ນັກທ່ອງທ່ຽວໄດ້ຊົມ ແລະ ສືບຕໍ່ນຳເອົາຊ້າງເຂົ້າມາເພີ່ມຢູ່ສູນອະນຸລັກຊ້າງ ເພື່ອບໍລິການນັກທ່ອງທ່ຽວໃຫ້ມີຄວາມພຽງພໍ, ໃນພິທີຍັງໄດ້ຕັດແຖບຜ້າ, ລັ່ນຄ້ອງ 9 ບາດ, ບາສີສູ່ຂວ້ນໃຫ້ການນໍາ, ເບິ່ງການສະແດງຂອງຊ້າງ, ໃຫ້ອາຫານຊ້າງ ແລະ ເບິ່ງຊ້າງຫຼີ້ນນໍ້າ.
(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)