ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ໄດ້ເປີດເຜີຍຂໍ້ມູນລ່າສຸດກໍລະນີສົງໄສພະຍາດໄຂ້ເລືອດດໍາຕໍ່ສື່ມວນຊົນໃນວັນທີ 9 ເມສາຜ່ານມາວ່າ: ມາຮອດປັດຈຸບັນມີ94 ກໍລະນີມາຈາກແຂວງຈໍາປາສັກ (ເມືອງຈໍາປາສັກ 52 ກໍລະນີ, ຊະນະສົມບູນ 13 ກໍລະນີ, ສຸຂຸມາ 2 ກໍລະນີ) ແລະ ແຂວງສາລະວັນ 27 ກໍລະນີ (ເມືອງລະຄອນເພັງ 16 ກໍລະນີ ແລະ ຄົງເຊໂດນ 11 ກໍລະນີ).
    ທ່ານກ່າວໃຫ້ຮູ້ອີກວ່າ: ພະຍາດໄຂ້ເລືອດດໍາແມ່ນພະຍາດຕິດຕໍ່ທີ່ຮ້າຍແຮງ ຊຶ່ງເກີດຈາກເຊື້ອຈຸລິນຊີທີ່ສ້າງສະປໍທີ່ເອີ້ນວ່າ bacillus anthracisເປັນພະຍາດທີ່ເກີດຂຶ້ນຕາມທໍາມະຊາດຢູ່ໃນດິນໃນພື້ນທີ່ສ່ວນໃຫຍ່ຂອງໂລກ ສົ່ງຜົນກະທົບຕໍ່ສັດຄ້ຽວເອື້ອງ ທັງສັດລ້ຽງ ແລະສັດປ່າເຊັ່ນ: ແບ້, ງົວ, ຄວາຍ ສາມາດແຜ່ເຊື້ອພະຍາດຈາກສັດສູ່ຄົນໄດ້ ແຕ່ປົກກະຕິແລ້ວບໍ່ແຜ່ຈາກຄົນສູ່ຄົນ, ເຊື້ອຈຸລິນຊີດັ່ງກ່າວຜະລິດສານພິດທີ່ມີລິດຮຸນແຮງເຮັດໃຫ້ເກີດພະຍາດຮ້າຍແຮງແລະເສຍຊີວິດໄດ້ທັງຄົນແລະສັດ, ພະຍາດໄຂ້ເລືອດດຳຕິດຕໍ່ໄດ້ຈາການນໍາເອົາຊາກສັດທີ່ເປັນພະຍາດໄຂ້ເລືອດດຳມາຄົວ ຫຼືສຳຜັດເຊື້ອພະຍາດຈະຊຶມຜ່ານບາດແຜຢູ່ຜິວໜັງເຂົ້າສູ່ຮ່າງກາຍຄົນໄດ້, ການນຳເອົາສັດທີ່ເຫງົາຫຼືຕາຍມາກິນເປັນອາຫານ, ການນຳເອົາສັດທີ່ເປັນພະຍາດໄຂ້ເລືອດດຳມາປຸງແຕ່ງແບບສຸກໆດິບໆເພື່ອຮັບປະທານ, ອາການຂອງພະຍາດໄຂ້ເລືອດດຳທີ່ສະແດງອອກກັບຄົນ ຖ້າຄົນເຮົາຫາກໄດ້ສຳຜັດ(ຄົວ-ປາດ)ຫຼືກິນສັດທີ່ເຫງົາ ຫຼືຕາຍແລ້ວ ແລະ ມີອາການເຈັບທ້ອງ, ຮາກ, ປວດຕາມຕົນໂຕ, ອອກຮ້ອນ, ໄຂ້, ເຈັບຫົວ, ມີຕຸ່ມໂພງໃສຕາມຜິວໜັງ, ນິ້ວມື.ພະຍາດໄຂ້ເລືອດດໍາ ສາມາດປິ່ນປົວດ້ວຍຢາຕ້ານເຊື້ອທີ່ສັ່ງຈ່າຍຢາໂດຍແພດໝໍແລະສັດຕະວະແພດ. 
    ທ່ານກ່າວເນັ້ນຕື່ມອີກວ່າ: ວິທີທີ່ດີທີ່ສຸດໃນການປ້ອງກັນພະຍາດໄຂ້ເລືອດດໍາໃນຄົນ ແມ່ນການຊອກຫາກໍລະນີທີ່ເຈັບປ່ວຍໃນສັດລ້ຽງຢ່າງໄວວາ ແລະ ການປະຕິບັດມາດຕະການຄວບຄຸມເພື່ອຢຸດຕິການແຜ່ລະບາດຂອງພະຍາດ.ສິ່ງສໍາຄັນຕ້ອງປະຕິບັດຕາມວິທີການທີ່ມີຄວາມປອດໄພໃນເວລາລ້ຽງສັດ, ການຂ້າສັດ, ການແປຮູບຊີ້ນ ແລະຜະລິດຕະພັນນົມສໍາລັບການບໍລິໂພກຂອງຄົນເຮົາ ແລະ ໃນເວລາກະກຽມອາຫານ, ສິ່ງສຳຄັນຕ້ອງລ້າງມືໃສ່ສະບູທຸກຄັ້ງຫຼັງຈາກສຳຜັດສັດເຫງົາ ຫຼືຕາຍ, ຫ້າມຂ້າ, ຄົວ ຫຼືກິນສັດທີ່ເຫງົາ ຫຼືຕາຍ, ເມື່ອສັດຕາຍຕ້ອງນໍາເອົາຊາກສັດໄປຈູດ ຫຼືຝັງລົງດິນໃຫ້ເລິກປະມານ 2 ແມັດ, ຕ້ອງນໍາສັດລ້ຽງໄປຮັບການສັກຢາປ້ອງກັນພະຍາດສັດທຸກໆປີ ຖ້າທ່ານມີອາການສົງໄສວ່າເປັນພະຍາດໄຂ້ເລືອດດຳຕ້ອງໄປໂຮງໝໍເພື່ອໃຫ້ແພດກວດ ແລະ ຮັບການປິ່ນປົວ, ເມື່ອເຫັນສັດເຫງົາ ຫຼືຕາຍຕ້ອງລາຍງານໃຫ້ສັດຕະວະແພດບ້ານ ຫຼືນາຍບ້ານດ່ວນ. 
ຂ່າວ: ພູວັນ