ໂດຍ: ສ.ບຸດປະຊາ
    ໃນປີ 2023 ຜ່ານມາ, ແຂວງວຽງຈັນ ໄດ້ຄຸ້ມຄອງເສດຖະກິດມະຫາພາກ ສາມາດຂະຫຍາຍຕົວຢ່າງຕໍ່ເນື່ອງ ມີລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໃນລະດັບ 4,7% ປັດໄຈຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວໄດ້ຕາມຄາດໝາຍແມ່ນຂະແໜງກະສິກໍາການປູກຝັງ-ລ້ຽງສັດທີ່ສົ່ງອອກ, ຮອງລົງມາຄືການບໍລິການ-ການທ່ອງທ່ຽວ; ສ່ວນປີ 2024 ນີ້, ແຂວງກໍໄດ້ສືບຕໍ່ສຸມໃສ່ຄຸ້ມຄອງໃຫ້ເສດຖະກິດມະຫາພາກ ມີສະຖຽນລະພາບ, ບັນລຸຄາດໝາຍສູ້ຊົນທີ່ວາງໄວ້ ໃຫ້ GDP ຂະຫຍາຍຕົວ 5,4%.
ເມື່ອຕົ້ນເດືອນເມສານີ້, ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ ໄດ້ໃຫ້ສຳພາດກັບໜັງສືພິມປະຊາຊົນວ່າ: ໜຶ່ງໃນຫົກເປົ້າໝາຍສຳຄັນໃນການພັດທະນາແຂວງວຽງຈັນ ກໍຄືການສ້າງເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ຊຶ່ງສະເພາະດ້ານເສດຖະກິດມະຫາພາກ ໃນປີຜ່ານມາແຂວງວຽງຈັນ ມີ GDP ຂະຫຍາຍຕົວ 4,7% (ແຜນ 4,8%), ຄິດເປັນມູນຄ່າ 9.704 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 19,93 ລ້ານກີບ ຫຼື 1.308 ໂດລາ, ເທົ່າກັບ 97,46% ຂອງແຜນການ (ແຜນການ 1.342 ໂດລາ); ການຂະຫຍາຍຕົວຕາມໂຄງປະກອບເສດຖະກິດ ຊຶ່ງຂະແໜງກະສິກໍາ ກວມເອົາ 34,87% ຂອງ GDP, ການຜະລິດເຂົ້າທຽບໃສ່ ປີ 2022 ເພີ່ມຂຶ້ນ 2%, ຜົນຜະລິດເຂົ້າທັງໝົດ 281.194 ໂຕນ, ສະເລ່ຍເຂົ້າເປືອກ 683 ກິໂລຕໍ່ຄົນຕໍ່ປີ, ອັນພົ້ນເດັ່ນແມ່ນການຜະລິດພືດປະຕິບັດໄດ້ 54.017 ເຮັກຕາ, ລື່ນແຜນການ 22% (ແຜນ 44.248 ເຮັກຕາ), ຜົນຜະລິດໄດ້ 665.456 ໂຕນ, ລື່ນແຜນການ 44% (ແຜນ 461.960 ໂຕນ), ການຜະລິດຊີ້ນ, ປາ ແລະ ໄຂ່ໄດ້ 35.023 ໂຕນ, ເທົ່າກັບ 100,10% ຂອງແຜນການ(ແຜນ 34.988 ໂຕນ), ສະເລ່ຍບໍລິໂພກຊີ້ນ 66 ກິໂລຄົນຕໍ່ປີ. ການຜະລິດເປັນສິນຄ້າກໍມີບາດກ້າວຂະຫຍາຍຕົວດີຂຶ້ນ, ປູກພືດເປັນສິນຄ້າໄດ້ 423.174 ໂຕນ, ມູນຄ່າ 1.768,22 ຕື້ກີບ; ໃນນີ້, ປ້ອນເຂົ້າໂຮງງານ 79.665 ໂຕນ, ມູນຄ່າ 299,94 ຕື້ກີບ,ຈໍາໜ່າຍພາຍໃນ 190.094 ໂຕນ, ມູນຄ່າ 570,28 ຕື້ກີບ ແລະ ສົ່ງອອກ 153.758 ໂຕນ, ມູນຄ່າ 898,00 ຕື້ກີບ. ການລ້ຽງສັດແບບເປັນຟາມ ມີທັງໝົດ 128 ຟາມ, ທຽບໃສ່ປີ 2022 ເພີ່ມຂຶ້ນ 3 ຟາມ, ສາມາດຂາຍເປັນສິນຄ້າໄດ້ 234,87 ຕື້ກີບ; ພ້ອມນີ້, ກໍມີຂະແໜງອຸດສາຫະກໍາ ກວມເອົາ 33,33% ຂອງ GDP, ລວມຍອດຜະລິດຕະພັນອຸດສາຫະກໍາ ແລະ ຫັດຖະກໍາໄດ້ 2.127,71 ຕື້ກີບ, ເທົ່າກັບ 100,4% ຂອງແຜນການ; ລວມຍອດການຜະລິດພະລັງງານໄຟຟ້າໄດ້ 1.995,21 ກິກາວັດໂມງ, ເທົ່າກັບ 97,56% ຂອງແຜນການ, ການຜະລິດແຮ່ທາດໄດ້ 735,60 ຕື້ກີບ, ລື່ນແຜນການ 3,16% ທຽບໃສ່ປີຜ່ານມາເພີ່ມຂຶ້ນເກືອບເທົ່າຕົວ ແລະ ການຈໍາໜ່າຍໄດ້ 1.419,63 ຕື້ກີບ, ເທົ່າກັບ 92,56% ຂອງແຜນການ ລວມເຖິງການຂຸດຄົ້ນແຮ່ທາດຕ່າງໆກໍເພີ່ມຂຶ້ນເຊັ່ນດຽວກັນ. ຂະແໜງການບໍລິການ ກວມເອົາ 28,85% ຂອງ GDP, ການຈໍລະຈອນສິນຄ້າຂາຍຍົກ-ຂາຍຍ່ອຍມູນຄ່າ 3.777,07 ຕື້ກີບ, ລື່ນແຜນການ 10,55%, ການນໍາເຂົ້າ-ສົ່ງອອກສິນຄ້າໄດ້ທັງໝົດ 20,51 ລ້ານໂດລາ, ເທົ່າກັບ 32,68% ຂອງແຜນການ ແລະ ມູນຄ່ານໍາເຂົ້າ ສິນຄ້າໄດ້ 0,83 ລ້ານໂດລາ, ເທົ່າກັບ 2% ຂອງແຜນການ, ການຊຸກຍູ້ຫົວໜ່ວຍທຸລະກິດດ້ານບໍລິການ ການທ່ອງທ່ຽວ ແມ່ນສາມາດດຶງດູດນັກທ່ອງທຽ່ວເຂົ້າມາທ່ຽວແຂວງວຽງຈັນ 689.839 ເທື່ອຄົນ, ລື່ນແຜນການ 50% ສ້າງລາຍຮັບທົ່ວສັງຄົມໄດ້ 471 ຕື້ກີບ, ລື່ນແຜນ 3 ເທົ່າ. ຂະແໜງອາກອນ ກວມເອົາ 2,95% ຂອງ GDP.
ປັດໄຈທີ່ຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວໄດ້ຕາມຄາດໝາຍ ອັນທໍາອິດກໍຄືຂະແໜງກະສິກໍາ ການປູກຝັງ-ລ້ຽງສັດ ທີ່ມີການສົ່ງອອກດີ, ຮອງລົງມາແມ່ນການບໍລິການ-ການທ່ອງທ່ຽວ ທີ່ມີທ່າອ່ຽງຂະຫຍາຍຕົວດີຂຶ້ນ ແລະ ຕໍ່ມາຄືການຂຸດຄົ້ນແຮ່ທາດ, ສ່ວນຂະແໜງອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ແລະ ຂະແໜງກໍ່ສ້າງ ກໍຂະຫຍາຍຕົວພໍສົມຄວນ. ສຳລັບປີ 2024 ນີ້, ແຂວງວຽງຈັນ ກໍໄດ້ວາງຄາດໝາຍ ແລະ ແຜນວຽກຈຸດສຸມຂອງແຜນພັດທະນາເສດຖະກິດ-ສັງຄົມ ຊຶ່ງຈະສູ້ຊົນເຮັດໃຫ້ GDP ຂະຫຍາຍຕົວໃນລະດັບ 5,4% ຄິດເປັນມູນຄ່າ 11.189 ຕື້ກີບ, ສະເລ່ຍຕໍ່ຫົວຄົນຈະໄດ້ 1.191 ໂດລາ ຫຼື 22,87 ລ້ານກີບ/ຄົນ; ໃນນີ້, ຂະແໜງກະສິກໍາ ຂະຫຍາຍຕົວ 4,2%, ກວມເອົາ 33,87% ຂອງ GDP; ຂະແໜງອຸດສາຫະກໍາ ຂະຫຍາຍຕົວ 6,1%, ກວມເອົາ34,11% ຂອງ GDP; ຂະແໜງບໍລິການຂະຫຍາຍຕົວ 6,5%, ກວມເອົາ 29,28% ຂອງ GDP ແລະ ພາສີ-ອາກອນ ຂະຫຍາຍ 1,1%, ກວມເອົາ 2,74% ຂອງ GDP.
ບັນດາໂຕເລກເສດຖະກິດມະຫາພາກ ທີ່ສະແດງຢູ່ເທິງນັ້ນ, ສະແດງໃຫ້ເຫັນວ່າ ແຂວງວຽງຈັນສາມາດຄຸ້ມຄອງເສດຖະກິດມະຫາພາກ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນປີຜ່ານມາ ແລະ ປີນີ້ ເພື່ອບັນລຸຄາດໝາຍທີ່ວາງໄວ້ ແຂວງວຽງຈັນ ກໍໄດ້ມີຄວາມພະຍາຍາມຍູ້ແຮງເສດຖະກິດໃຫ້ຂະຫຍາຍຕົວ, ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບ ໂດຍສຸມໃສ່ແກ້ໄຂບັນຫາດ້ານເສດຖະກິດ-ການເງິນ ໄດ້ຢ່າງເປັນຮູບປະທໍາຕາມທິດປະຢັດ, ໂປ່ງໃສ ແລະ ກວດສອບໄດ້.