ໃນວັນທີ 11 ເມສາຜ່ານມາ ທີ່ວັດບ້ານສັງ ເມືອງເຊບັ້ງໄຟ ແຂວງສຫວັນນະເຂດ ໄດ້ຈັດກິດຈະກຳ ສົ່ງເສີມປີທ່ອງທ່ຽວ 2024 ຕິດພັນກັບບຸນປະເພນີຫົດສົງພະອົງແສນ ທີ່ບ້ານສັງ ໂດຍການເປັນປະທານຂອງ ທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງເຊບັ້ງໄຟ, ມີແຂກທີ່ມີຖືກເຊີນ ພ້ອມດ້ວຍເຖົ້າແກ່ແນວໂຮມບ້ານເຂົ້າຮ່ວມ.
ທ່ານ ບັນທະນາ ນໍລະເສນ ຫົວນ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ຜ່ານບົດລາຍງານກະກຽມຄວາມພ້ອມ ຈັດກິດຈະກຳສົ່ງເສີມການທ່ອງທ່ຽວລາວ 2024 ຂອງເມືອງເຊບັ້ງໄຟ ທີ່ຈັດຂຶ້ນຢູ່ບ້ານສັງ ເມືອງເຊບັ້ງໄຟໃນຄັ້ງນີ້, ພາຍໃນງານໄດ້ມີການຈັດກິດຈະກຳທີ່ຫຼາກຫຼາຍ ຊຶ່ງໄດ້ມີການສະແດງສິລະປະຂອງນ້ອງນ້ອຍເຍົາວະຊົນ,ຟ້ອນເສືອລາກຫາງ, ຕີກອງຈິງ. ຈຸດເດັ່ນໃນການຈັດປີທ່ອງທ່ຽວແມ່ນການອະນຸລັກຮັກສາ ແລະການສືບທອດຕາມປະເພນີອັນດີງາມເປັນຕົ້ນ: ການຫົດສົງພະອົງແສນ. ຈາກນັ້ນ, ທ່ານ ເຈົ້າເມືອງເຊບັ້ງໄຟ  ໄດ້ລັ່ນຄ້ອງຈຳນວນ 9 ບາດເພື່ອເປັນສິລິມຸງຄຸນ ແລະສະແດງເຖິງຄວາມພ້ອມໃນການຈັດກິດຈະກຳສົ່ງເສີມການທ່ອງທ່ຽວຂອງເມືອງ.
(ຂ່າວ: ເມືອງເຊບັ້ງໄຟ)