ໂດຍ: ສ.ບຸດປະຊາ
ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານຂອງເມືອງໂພນໂຮງ ແຂວງວຽງຈັນ ໃນປີ 2023 ມີອັນພົ້ນເດັ່ນຫຼາຍດ້ານ ໂດຍສະເພາະການຈັດຕັ້ງປະຕິບັດແຜນດັ່ງກ່າວ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຂໍ້ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ກໍຄືການເກັບລາຍຮັບງົບປະມານ, ຕ້ານການຮົ່ວໄຫຼ ຊຶ່ງສາມາດປະຕິບັດໄດ້ 8,5 ຕື້ກີບ ລື່ນແຜນການ 1,5 ຕື້ກີບ ທຽບກັບໂຕເລກທີ່ໄດ້ຮັບມອບໝາຍຈາກແຂວງແມ່ນ 7 ຕື້; ໂຕເລກທີ່ເກັບໄດ້ນີ້, ກໍລື່ນເປົ້າໝາຍທີ່ວາງໄວ້ໃນແຜນວາລະແຫ່ງຊາດ ຂອງປີດຽວກັນນີ້ ທີ່ກຳນົດເປົ້າໝາຍໄວ້ແມ່ນ 7,5 ຕື້.
ຜົນງານດັ່ງກ່າວນັ້ນ, ທ່ານ ສົມປະສົງ ສຸວົງຄໍາຈັນ ເຈົ້າເມືອງໂພນໂຮງ ໄດ້ເປີດເຜີຍໃນໂອກາດໃຫ້ສຳພາດທີ່ຫ້ອງການປົກຄອງເມືອງໂພນໂຮງ ເມື່ອຕົ້ນເດືອນເມສານີ້ ຊຶ່ງທ່ານຍັງໃຫ້ຮູ້ເຖິງປັດໄຈສຳຄັນທີ່ເຮັດໃຫ້ການເກັບລາຍຮັບໄດ້ລື່ນແຜນການ ແມ່ນໄດ້ມາຈາກການປະກອບສ່ວນຂອງບັນດານັກທຸລະກິດ, ຫ້າງຮ້ານ, ປະຊາຊົນ ເສຍພັນທະອາກອນໃຫ້ແກ່ລັດ ຕາມລະບຽບການຢ່າງຕັ້ງໜ້າ; ພ້ອມນີ້, ກໍມີການນໍາພາ-ຊີ້ນໍາ ຈາກພະແນກການເງິນແຂວງວຽງຈັນ ຊຶ່ງບັນດາພະນັກງານການເງິນເມືອງກໍໄດ້ຮ່ວມມືລົງໃກ້ຊິດຕິດແທດ ແລະ ບັນດາຄະນະນໍາຂອງເມືອງ ກໍໄດ້ລົງໃກ້ຊິດກັບບັນດານັກທຸລະກິດ ຜູ້ປະກອບການ ເປັນຕົ້ນຄືການລົງຊຸກຍູ້ບັນດາຟາມລ້ຽງສັດ ທີ່ເມືອງມີທັງໝົດ 62 ຟາມ (ຟາມໝູ 30 ຟາມ, ງົວ 11 ຟາມ ແລະ ໄກ່ 21 ຟາມ). ນອກນີ້, ການລົງຊຸກຍູ້ຕິດຕາມກວດກາ ເພື່ອເຮັດໃຫ້ການເກັບລາຍຮັບບໍ່ໃຫ້ຕົກເຮ່ຍ, ເຮັດໃຫ້ລາຍຮັບຂອງປະຊາຊົນສູງຂຶ້ນ, ເຮັດໃຫ້ການເກັບລາຍຮັບ ບໍ່ຊັກຊ້າ ຮົ່ວໄຫຼ ຊຶ່ງນີ້ເປັນບັນຫາທີ່ເມືອງ ແລະ ພາກສ່ວນກ່ຽວຂ້ອງໄດ້ພ້ອມກັນຊຸກຍູ້. ຜ່ານການຈັດຕັ້ງປະຕິບັດຕົວຈິງ, ພາຍຫຼັງນໍາໃຊ້ລະບົບເອເລັກໂຕຣນິກ ລາຍຮັບກໍເກັບໄດ້ສູງກວ່າເກົ່າ ເຮັດໃຫ້ການເກັບລາຍຮັບຂອງເມືອງ ມີຜົນງານຄືດັ່ງຂ້າງເທິງນັ້ນ.
ຄຽງຄູ່ກັບຜົນງານນັ້ນ, ການເກັບລາຍຮັບງົບປະມານຂອງເມືອງໂພນໂຮງ ໂດຍສະເພາະຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ກໍຍັງສາມາດເຫັນໄດ້ບາງອັນຈໍາກັດ ໂດຍສະເພາະແມ່ນຍັງມີລາຍຮັບທີ່ບໍ່ສາມາດເກັບໄດ້ເທື່ອ ເປັນຕົ້ນແມ່ນທີ່ດິນ ຊຶ່ງບາງສາເຫດກໍຍ້ອນການອອກໃບຕາດິນແມ່ນຍັງບໍ່ທັນສຳເລັດໃນທົ່ວເມືອງ, ບາງສາເຫດກໍແມ່ນມີດິນ ທີ່ເຈົ້າຂອງດິນບໍ່ໄດ້ອາໄສຢູ່ເມືອງນີ້ ຈຶ່ງເຮັດໃຫ້ການເກັບພາສີທີ່ດິນ ຍັງບໍ່ທັນໄດ້; ບັນຫາພາຫະນະ ກໍຍັງເປັນອັນຄົງຄ້າງທີ່ບໍ່ທັນເກັບໄດ້ຄົບຖ້ວນ ແລະ ຍັງມີບັນດາບຸກຄົນ, ນິຕິບຸກຄົນ ທີ່ສຳປະທານມີຫຼາຍໂຄງການ ທີ່ຍັງບໍ່ມາເສຍພັນທະອາກອນ.
ສະນັ້ນ, ເພື່ອແກ້ໄຂບັນຫາຂ້າງເທິງ ຄະນະນໍາເມືອງ ແລະ ພາກສ່ວນກ່ຽວຂ້ອງ ກໍໄດ້ລົງໃກ້ຊິດເຖິງພື້ນທີ່ ຮອດບ້ານ, ຮອດຫົວໜ່ວຍທຸລະກິດ ເພື່ອໃຫ້ເຂົາເຈົ້າຕື່ນຕົວເສຍພັນທະອາກອນ ມີການເສຍພັນທະຢ່າງຖືກຕ້ອງໃຫ້ແກ່ງົບປະມານລັດເຮົາ; ຜ່ານມາກໍມີບາງຫົວໜ່ວຍທຸລະກິດ, ຫ້າງຮ້ານ ເສຍພັນທະແບບມອບເໝົາ ຍ້ອນບໍ່ທັນຖືບັນຊີ ແລະ ອັນນີ້ກໍເປັນໜຶ່ງບັນຫາທີ່ເຮັດໃຫ້ເຮົາເກັບລາຍຮັບບໍ່ໄດ້, ມີອັນຮົ່ວໄຫຼ ຊຶ່ງກໍສາມາດແກ້ໄຂໃຫ້ຖືບັນຊີຢ່າງຖືກຕ້ອງ ເພື່ອສາມາດຄຸ້ມຄອງໄດ້ ແລະ ການເກັບລາຍຮັບງົບປະມານໃນປີ 2024 ນີ້ ແມ່ນສາມາດເກັບໄດ້ແລ້ວ 31% ຈາກໂຕເລກທີ່ໄດ້ຮັບມອບໝາຍແມ່ນ 7,2 ຕື້ກີບ ແລະ ພ້ອມດຽວກັນນີ້ ກໍຈະສູ້ຊົນບຸກບືນຕື່ມ ເພື່ອເກັບໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ ໃນການຜັນຂະຫຍາຍການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງເມືອງ ທີ່ວາງໄວ້ 8,5 ຕື້ກີບ.