ໂດຍ: ພູວັນ
ທ່ຽວປີໃໝ່ລາວປະຈໍາປີ 2024 ຢ່າງມີສະຕິ ປອດໄພຫ່າງໄກອຸບັດເຫດ, ປີໃໝ່ລາວຖືເປັນປະເພນີອັນງົດງາມຂອງປວງຊົນລາວຊາວພຸດ ທີ່ເຄີຍປະຕິບັດສືບທອດກັນມາແຕ່ບູຮານນະການຢູ່ໃນຮີດ 12 ຄອງ 14 ຂອງລາວ ເປັນການສົ່ງທ້າຍປີເກົ່າ ພ.ສ 2566 ຕ້ອນຮັບປີໃໝ່ ພ.ສ 2567, ປີໃໝ່ລາວປີນີ້ພັກຍາວຕິດຕໍ່ກັນຫຼາຍວັນ. ດັ່ງນັ້ນ, ຫຼາຍກະຊວງ, ອົງການ, ສຳນັກງານບ້ານ, ເມືອງ, ຄອບຄົວ ກໍໄດ້ຈັດພິທີສະເຫຼີມສະຫຼອງບຸນປີ ໃໝ່ລາວຢ່າງເບີກບານມ່ວນຊື່ນມີຄວາມໝາຍສຳຄັນຢ່າງເລິກເຊິ່ງ.
ປີນີ້ຫຼາຍພາກສ່ວນໄດ້ຈັດພິທີສະເຫຼີມສະຫຼອງງານບຸນດັ່ງກ່າວດ້ວຍບັນຍາກາດອົບອຸ່ນ ຮັກສາໄດ້ຄວາມສາມັກຄີ ໂດຍຖືເອົາໂອກາດນີ້ເປັນການອວຍພອນໄຊ, ຫົດສົງ, ຂໍພອນປີໃໝ່ຊຶ່ງກັນ ແລະ ກັນ ທັງນີ້ເພື່ອເປັນການສະແດງອອກເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ໃຫຍ່, ຄູ-ອາຈານ, ພໍ່ແມ່, ລຸງປ້າ, ອາວ, ອາ ທີ່ເຄີຍອົບຮົມ ສັ່ງສອນໃຫ້ຄວາມຮູ້ ທັງເປັນການເຕົ້າໂຮມຄວາມສາມັກຄີພາຍໃນຄອບຄົວ ຊຶ່ງສ່ວນໃຫຍ່ແມ່ນໄດ້ມີການຈັດພິທີບາສີສູ່ຂວັນ, ສົມມາ, ຫົດສົງ, ຂໍພອນຢູ່ຕາມສໍານັກງານ, ຄອບຄົວ ແລະ ຢູ່ຕາມວັດວາອາຮາມ (ສະຖານທີ່ສັກກາລະບູຊາ) ເຫຼົ່ານີ້ເປັນຕົ້ນເພື່ອໃຫ້ມີໂຊກມີໄຊ ເພື່ອຄວາມເປັນສິລິມຸງຄຸນ ແລະ ຄວາມຢູ່ເຢັນເປັນສຸກໃຫ້ແກ່ຄອບຄົວໃນວັນປີໃໝ່.
ສະນັ້ນ, ໃນໂອກາດປີໃໝ່ລາວປີນີ້ ຂໍໃຫ້ທຸກຄົນທ່ຽວບຸນຢ່າງມີສະຕິ, ມີຄວາມປອດໃນການເດີນທາງສັນຈອນໄປມາຕາມທ້ອງຖະໜົນ ເພື່ອຫຼຸດຜ່ອນອຸບັດເຫດທີ່ຈະເກີດຂຶ້ນ ຂໍໃຫ້ທຸກຄົນທ່ຽວບຸນດ້ວຍຄວາມເບິກບານມ່ວນຊື່ນປອດໄພທັງໄປ ແລະ ກັບ.