ໃນເວລາປະມານ 1 ໂມງ 30 ນາທີຂອງວັນທີ 17 ເມສາ 2024 ໄດ້ມີພາຍຸລະດູຮ້ອນພັດຜ່ານເມືອງບໍ່ແຕນ ແຂວງໄຊບະບູລີ,ໄດ້ເກີດມີລົມພັດແຮງ,ຝົນຕົກ,ຟ້າຮ້ອງ,ຟ້າເຫຼື້ອມ ແລະໄດ້ເກີດມີປະກົດການຟ້າຜ່າຄົນເສຍຊີວິດ 1 ຄົນຢູ່ທີ່ບ້ານໂພນໄຊ.
ຫຼັງຈາກເຫດການຜ່ອນຄາຍລົງ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ,ກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງໄດ້ລົງສົມທົບກັບອົງການປົກຄອງບ້ານລົງຕິດຕາມກວດກາແລະເກັບກຳຂໍ້ມູນປະເມີນຜົນເສຍຫາຍເບື້ອງຕົ້ນພົບວ່າມີຫຼັງຄາເຮືອນຂອງປະຊາຊົນໄດ້ຖືກລົມພັດເປ່ເພຈຳນວນ 14 ຫຼັງ,ຫຼັງຄາໂຮງຮຽນໜຶ່ງແຫ່ງ ແລະ ຫຼັງຄາສາລາວັດໜຶ່ງແຫ່ງລວມມູນຄ່າຜົນເສຍຫາຍທັງໝົດ17.725.000 ກີບ.
ນອກຈາກນີ້, ຍັງໄດ້ມອບເງິນຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຄອບຄົວຜູ້ທີ່ເສຍຊີວິດຈາກເຫດການຟ້າຜ່າ ຈຳນວນ 1.500.000 ກີບ ມອບໂດຍ ທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງບໍ່ແຕນປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ.
ຂ່າວ-ພາບ: ເມືອງບໍ່ແຕນ