ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II ຂອງຄະນະພັກຮາກຖານ ອົງການໄອຍະການທະຫານຂັ້ນສູງໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍການເປັນປະທານຂອງສະຫາຍ ພົວ ພູມີ ດາລາເພັດ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກຮາກຖານ, ແຂກຖືກເຊີນ ພ້ອມດ້ວຍຜູ້ແທນສະມາຊິກພັກເຂົ້າຮ່ວມ.
     ສະຫາຍ ພົວ ສີໄຫວ ໄມພອນ ເລຂາຄະນະພັກຮາກຖານ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫົວໜ້າອົງການໄອຍະການທະຫານຂັ້ນສູງ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ຊຶ່ງຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນໃນໄລຍະຜ່ານມາ, ຄະນະພັກຮາກຖານໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນໍາພາ-ແນວຄິດໃຫ້ພະນັກງານ-ສະມາຊິກພັກ ເຊື່ອມຊຶມບັນດາແນວທາງແຜນນະໂຍບາຍຂອງພັກ-ກົດໝາຍຂອງລັດເຮັດໃຫ້ພະນັກງານ-ສະມາຊິກພັກມີແນວຄິດຫຼັກໝັ້ນຊົນຊັ້ນ, ຮູ້ຈຳແນກມິດສັດຕູຢ່າງຈະແຈ້ງ, ຖືເອົາການສຶກສາອົບຮົມການເມືອງນໍາພາແນວຄິດ ຕິດພັນກັບຂະບວນການຕ່າງໆໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດຫຼາຍດ້ານ. ວຽກງານປັບປຸງກໍ່ສ້າງພັກໄລຍະຜ່ານມາ ຄະນະພັກຮາກຖານໄດ້ນໍາພາ-ຊີ້ນໍາ ບັນດາຄະນະໜ່ວຍພັກເຄື່ອນໄຫວກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີເຮັດໃຫ້ 4 ໜ່ວຍພັກໄດ້ຮັບການຢັ້ງຢືນຈາກຂັ້ນເທິງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ກອງ 3 ປອດ, ໃນນີ້ໄດ້ຕີລາຄາຄຸນນະພາບສະມາຊິກພັກແຂງໄດ້ 119 ສະຫາຍ ກວມເອົາ 95,96%, ກາງ 5 ສະຫາຍ ກວມເອົາ 4,03%, ບໍ່ໄດ້ຄັດເລືອກ 10 ສະຫາຍ.     ກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ ຊຶ່ງໄດ້ປ່ອນບັດຄັດເລືອກເອົາສະຫາຍ ພັນເອກ ລັດສະໝີ ຂັນອາສາ ເປັນເລາຂາຄະນະພັກຮາກຖານ, ສະຫາຍ ພັນເອກ ຄໍາຫຼ້າ ນັນທະລັດ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ພັນເອກ ອໍາເພັດ ພົມມະກອນ ເປັນປະທານກວດກາພັກ, ສະຫາຍ ພັນເອກ ພູວົງ ບຸດສະດີ ເປັນຮອງປະທານກວດກາພັກ, ສະຫາຍ ພັນໂທ ອ່ອນແກ້ງ ໄຊພູວັນ, ສະຫາຍ ພັນໂທ ເຄນວິໄຊ ແພງວິໄລ ແລະ ສະຫາຍ ພັນໂທ ອໍາພອນ ທໍາມະວົງ ເປັນກໍາມະການຄະນະພັກຮາກຖານ.  
ຂ່າວ-ພາບ: ຄຳອ້າຍ ທອງວັນ