ສະມາຄົມນັກຖ່າຍຮູບ ຫວຽດນາມ, ສູນວັດທະນະທຳຫວຽດນາມ ປະຈຳລາວ ຮ່ວມກັບ ສະຖາບັນວິຈິດສິນແຫ່ງຊາດ ຈັດງານວາງສະແດງຮູບຖ່າຍ ພາຍໃຕ້ຫົວຂໍ້“ມາຕຸພູມ ແຄມຄືນທະເລ” ຂຶ້ນໃນວັນທີ 18 ເມສາຜ່ານມາ  ທີ່ສູນວັດທະນະທຳຫວຽດນາມ ປະຈຳ ສປປ ລາວ ຊຶ່ງພາຍໃນງານໄດ້ຮວບຮວມເອົາຮູບຖ່າຍຫຼາຍກວ່າ100 ຜົນງານມາວາງສະແດງ. ເປັນກຽດຕັດແຖບຜ້າເປີດງານໂດຍມີທ່ານ ເຈີ່ນທິທູດົງ ປະທານສະມາຄົມຊ່າງພາບຫວຽດນາມ, ທ່ານ ຫງວຽນຟຸກຊີງ  ຮອງຜູ້ອຳນວຍການສູນວັດທະນະທໍາ ສສ ຫວຽດນາມ ປະຈໍາ ສປປ ລາວ, ທ່ານ  ຄໍາສຸກ ແກ້ວວົງຊາຍຜູ້ອຳນວຍການສະຖາບັນວິຈິດສິນແຫ່ງຊາດກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ 
 ທ່ານ ຄຳສຸກ ແກ້ວວົງຊາຍ ໄດ້ກ່າວວ່າ: ຮູບຖ່າຍທີ່ນຳມາວາງສະແດງໃນຄັ້ງນີ້, ມີເນື້ອໃນກ່ຽວກັບວັດທະນະທຳ ແລະ ວິຖີຊີວິດຂອງຊາວຫວຽດນາມ ຢູ່ທະເລ ແລະ ໝູ່ເກາະຕ່າງໆຂອງຫວຽດນາມ ເນື່ອງຈາກວ່າຫວຽດນາມ ມີພູມສັນຖານທີ່ສວຍງາມຫຼາຍແຫ່ງ. ໃນນັ້ນ ມີບັນດາມໍລະດົກວັດທະນະທຳ, ປະຫວັດສາດ ແລະ ທໍາມະຊາດຢູ່ທະເລ ແລະ ແຄມທະເລ, ມີຫຼາຍເຂດແຄມທະເລທີ່ໄດ້ຮັບການຮັບຮອງ ເປັນມໍລະດົກວັດທະນະທຳຂອງທ້ອງຖິ່ນ,ລະດັບຊາດ, ພາກພື້ນ ແລະ ມໍລະດົກໂລກ ເປັນຕົ້ນອ່າວຮາລອງຂອງຫວຽດນາມ ໄດ້ຮັບການຍົກສູງຈາກ ອຸຍແນັສໂກ(UNESCO) ເປັນມໍລະດົກທຳມະຊາດໂລກຫຼາຍຄັ້ງ. ຄັ້ງທໍາອິດແມ່ນວັນທີ 17/12/1994, ຄັ້ງທີ 2 ແມ່ນວັນທີ29/11/2000 ແລະ ຄັ້ງທີ 3 ແມ່ນວັນທີ 16/9/2023 (ຄັ້ງນີ້ແມ່ນອ່າວຮາລອງແຂວງກວາງນິງ ແລະ ເກາະກາດບ່າແຂວງແທງຮວາ). ນະຄອນຫາຍຟ່ອງຫວຽດນາມ ໄດ້ຮັບການຮັບຮອງຈາກ UNESCO ເປັນມໍລະດົກທຳມະຊາດໂລກ. ງານວາງສະແດງຮູບຖ່າຍນີ້, ຈະເຮັດໃຫ້ຜູ້ເຂົ້າຮ່ວມຊົມຮູບຖ່າຍ ຮູ້ສຶກໄດ້ເຖິງຄວາມງາມທາງດ້ານວັດທະນະທຳ ອັນມີຊີວິດຊີວາຂອງຊາວຫວຽດນາມ ຢ່າງແທ້ຈິງ, ປະກອບສ່ວນເຂົ້າໃນການເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືດ້ານວັດທະນະທຳ ແລະ ສິລະປະລະຫວ່າງ 2 ປະເທດ.
     ປັດຈຸບັນ, ການຮ່ວມມືດ້ານສິລະປະວັດທະນະທຳ ລະຫວ່າງ ລາວ-ຫວຽດນາມ ໄດ້ຮັບການຊຸກຍູ້ຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍນ້ຳໃຈສາມັກຄີແບບພິເສດລະຫວ່າງ ລາວ-ຫວຽດນາມ. ບັນດາຮູບເງົາ, ເອກະສານ ແລະ ຮູບພາບ ທີ່ໄດ້ຮັບການຖ່າຍພາບໃນໄລຍະຜ່ານມາ ໂດຍສະເພາະເຫດການປະຫວັດສາດ ແຫ່ງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ແມ່ນຊັບສົມບັດອັນລໍ້າຄ່າ, ເປັນຫຼັກຖານໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງຊາດ. 
ຂ່າວ-ພາບ:  ກິດຕາ