ທ່ານ ພັນເອກ ຄໍາສອນ ສີດາວົງ ຄະນະກົມຕໍາຫຼວດຈະລາຈອນ ຮອງກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຖະແຫຼງຂ່າວການຈັດຕັ້ງປະຕິບັດການປ້ອງກັນສະກັດກັ້ນ ແລະ ແຈ້ງສະພາບການສັນຈອນ ສະພາບອຸຸບັດເຫດໃນໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ພ.ສ 2567 ໄລຍະ 7 ວັນ ລະຫວ່າງວັນທີ 11-17 ເມສາ 2024, ຂຶ້ນໃນວັນທີ 19 ເມສານີ້ ທີ່ກົມຕໍາຫຼວດຈະລາຈອນ.
ທ່ານ ພັນເອກ ຄໍາສອນ ສີດາວົງ ໄດ້ລາຍງານໃຫ້ຮູ້ວ່າ: ໂດຍລວມແລ້ວປີນີ້ເຫັນວ່າການສະຫຼອງການຫຼິ້ນບຸນປີໃໝ່ແມ່ນມີຄວາມເບີກບານມ່ວນຊື່ນປະຕິບັດໄດ້ຕາມຮີດຄອງປະເພນີຂອງຊາດລາວທີ່ເຄີຍປະຕິບັດຜ່ານມາ, ນອກຈາກນັ້ນກໍປາສະຈາກບໍ່ໄດ້ສະພາບການເກີດອຸບັດເຫດທີ່ຫຼີກລ່ຽງບໍ່ໄດ້ເນື່ອງຈາກການນໍາໃຊ້ພາຫະນະສັນຈອນໄປ-ມາ ເປັນຈໍານວນຫຼາຍ. ສໍາລັບສະພາບອຸບັດເຫດທີ່ເກີດຂຶ້ນໃນໄລຍະ 7ວັນ ທັງໝົດ 319 ກໍລະນີ ຖ້າທຽບໃສ່ປີຜ່ານມາເຫັນວ່າຫຼຸດລົງ 26 ກໍລະນີ; ສະພາບພາຫະນະເປ່ເພ 567 ຄັນ ທຽບໃສ່ປີຜ່ານມາຫຼຸດລົງ 22 ຄັນ; ຄົນໄດ້ຮັບບາດເຈັບ 594 ຄົນ ຫຼຸດລົງ 17ຄົນ ທຽບໃສ່ປີຜ່ານມາ; ເສຍຊີວິດ 33 ຄົນ ຍິງ 4 ຄົນ ຫຼຸດລົງ 2 ຄົນທຽບໃສ່ປີຜ່ານມາ. 
    ສໍາລັບນະຄອນຫຼວງວຽງຈັນ ມີອຸບັດເຫດເກີດຂຶ້ນ 37 ກໍລະນີ ເພີ່ມຂຶ້ນ 4 ກໍລະນີ ຖ້າທຽບໃສ່ປີຜ່ານມາ; ພາຫະນະເປ່ເພ 78 ຄັນ ເພີ່ມຂຶ້ນ 14ຄັນ; ຄົນໄດ້ຮັບບາດເຈັບ 49 ຄົນ ຫຼຸຸດລົງ 2ຄົນ; ຄົນເສຍຊີວິດ 4 ຄົນ ຫຼຸດລົງ 3 ຄົນ. 
ແຂວງທີ່ເກີດອຸບັດເຫດຫຼາຍກວ່າໝູ່ແມ່ນແຂວງວຽງຈັນ  ມີ 43 ກໍລະນີ,(ອຸບັດເຫດເກີດຂຶ້ນສ່ວນຫຼາຍແມ່ນຄົນທີ່ສັນຈອນຜ່ານ); ແຂວງຈໍາປາສັກ 39 ກໍລະນີ; ນະຄອນຫຼວງວຽງຈັນ 37ກໍລະນີ. ສໍາລັບແຂວງທີ່ມີຄົນເສຍຊີວິດຫຼາຍຄື:ແຂວງວຽງຈັນ  5 ຄົນ; ແຂວງຫຼວງພະບາງ  5 ຄົນ ແລະ  ນະຄອນຫຼວງວຽງຈັນ  4 ຄົນ.
 ພາຫະນະທີ່ຮ່ວມເກີດອຸບັດເຫດ ມີລົດຈັກຕໍາລົດຈັກ 119 ກໍລະນີ ເສຍຊີວິດ 6 ຄົນ ໃນການເກີດອຸບັດເຫດສ່ວນຫຼາຍຜູ້ເສຍຊີວິດແມ່ນບໍ່ໄດ້ໃສ່ໝວກກັນກະທົບ; ລົດຈັກຕໍາລົດໃຫຍ່ ມີ 82 ກໍລະນີ ເສຍຊີວິດ 6 ຄົນ; ລົດຈັກລົ້ມເອງ  21 ກໍລະນີ ເສຍຊີວິດ 5 ຄົນ ສາເຫດແມ່ນເກີດຈາກດື່ມແລ້ວຂັບຂີ່; ລົດໃຫຍ່ ຕໍາຄົນຍ່າງ 7 ກໍລະນີ ເສຍຊີວິດ 4 ຄົນ; ລົດບັນທຸກປີ້ນເອງ 2 ກໍລະນີ ເສຍຊີວິດ 3 ຄົນ; ລົດຈັກຕໍາຄົນຍ່າງ 14 ກໍລະນີ ເສຍຊີວິດ 1 ຄົນ; ລົດຈັກຕໍາລົດບັນທຸກ 8 ກໍລະນີ ເສຍຊີວິດ 1 ຄົນ; ລົດໃຫຍ່ຕໍາລົດໃຫຍ່ 19 ກໍລະນີ ເສຍຊີວິດ 1 ຄົນ ແລະ ກໍລະນີອື່ນໆ 25 ກໍລະນີ ເສຍຊີວິດ 6 ຄົນ. ເສັ້ນທາງທີ່ມັກເກີດອຸບັດເຫດແມ່ນເສັ້ນທາງ 13 ເໜືອ  13ກໍລະນີ ເສຍຊີວິດ 3 ຄົນ; ເສັ້ນທາງ 13 ໃຕ້  13 ກໍລະນີ ບໍ່ມີຜູ້ເສຍຊີວິດ; ເສັ້ນທາງຂອງແຂວງ  61 ກໍລະນີ ເສຍຊີວິດ 2 ຄົນ; ເສັ້ນທາງຂອງເມືອງ ມີ 34 ກໍລະນີ ບໍ່ມີຜູ້ເສຍຊີວິດ; ເສັ້ນທາງຮ່ອມອື່ນໆມີ 172 ກໍລະນີ ເສຍຊີວິດ 28 ຄົນ. ເຂດທີ່ເກີດອຸຸບັດເຫດແມ່ນເຂດເທດສະບານ 147 ກໍລະນີ ເສຍຊີວິດ 13 ຄົນ; ນອກເທດສະບານ 169 ກໍລະນີ ເສຍຊີວິດ 20 ຄົນ; ເວລາທີ່ເກີດອຸບັດເຫດຫຼາຍກວ່າໝູ່ຄື: ເວລາກາງເວັນ ມີ 201 ກໍລິນີ ເສຍຊີວິດ 22 ຄົນ, ກາງຄືນ 115 ກໍລະນີ ເສຍຊີວິດ 11 ຄົນ  ໄລຍະເວລາເກີດເຫດ ເວລາ 5 ໂມງເຊົ້າ ມີ 10 ກໍລະນີ ເສຍຊີວິດ 2 ຄົນ; ເວລາ 6 ໂມງ ຫາ 11 ໂມງ ມີ 17 ກໍລະນີ ເສຍຊີວິດ 5 ຄົນ; ເວລາ 12 ໂມງ ຫາ 18 ໂມງ ມີ 143 ກໍລະນີ ເສຍຊີວິດ 7 ຄົນ; ເວລາ 19 ໂມງ ຫາ 23 ໂມງ ມີ 146ກໍລະນີ  ເສຍຊີວິດ 9 ຄົນ.
    ສາເຫດທີ່ກໍ່ໃຫ້ເກີດອຸບັດເຫດ ອັນທີໜຶ່ງແມ່ນການດື່ມສິ່ງມຶນເມົາ  99 ກໍລະນີ ເສຍຊີວິດ 3 ຄົນ ໂດຍການຜ່ານເກັບກໍາຂໍ້ມູນເບື້ອງຕົ້ນຂອງເຈົ້າໜ້າທີ່ຈະລາຈອນ; ຄວາມໄວໃນການຂັບຂີ່ ມີ 108 ກໍລະນີ  ເສຍຊີວິດ 22 ຄົນ; ບໍ່ປ່ອຍສິດ ມີ 29 ກໍລະນີ ເສຍຊີວິດ 3 ຄົນ; ແສງບໍ່ຮັບປະກັນ ມີ 17 ກໍລະນີ ເສຍຊີວິດ 1 ຄົນ; ປ່ຽນທິດທາງ ມີ 33 ກໍລະນີ ເສຍຊີວິດ 1 ຄົນ; ເຕັກນິກບໍ່ຮັບປະກັນ ມີ 9 ກໍລະນີ ເສຍຊີວິດ 3 ຄົນ ແລະ ກໍລະນີອື່ນໆມີ 20 ກໍລະນີ.
(ຂ່າວ-ພາບ: ຍຸພິນທອງ)