ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງພະບາດສົມເດັດພະບໍລົມມະນຽດໂນໂຣດົມສີຫາມຸນີພະມະຫາກະສັດແຫ່ງຣາຊະອານາຈັກກໍາປູເຈຍ,ພະນະທ່ານທອງລຸນສີສຸລິດປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວພ້ອມດ້ວຍພັນລະຍາແລະຄະນະຜູ້ແທນຂັ້ນສູງໄດ້ເດີນທາງຢ້ຽມຢາມທາງລັດຖະກິດຣາຊະອານາຈັກກໍາປູເຈຍໃນວັນທີ 23 ເມສາ ນີ້,ເພື່ອເພີ່ມທະວີແລະຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອແລະເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແລະໝັ້ນຄົງຍາວນານລະຫວ່າງສປປລາວແລະຣາຊະອານາຈັກກໍາປູເຈຍໃຫ້ເລິກເຊິ່ງແລະມີປະສິດທິຜົນຍິ່ງໆຂຶ້ນ.
ພະນະທ່ານທອງລຸນສີສຸລິດພ້ອມດ້ວຍພັນລະຍາແລະຄະນະຜູ້ແທນຂັ້ນສູງໄດ້ເດີນທາງເຖິງສະໜາມບິນສາກົນພະນົມເປັນນະຄອນຫຼວງພະນົມເປັນຣາຊະອານາຈັກກໍາປູເຈຍໃນຕອນເຊົ້າຂອງວັນທີ23ເມສາ2024,ຊຶ່ງໄດ້ຖືກຕ້ອນຮັບໂດຍທ່ານ OknhaMahamontrei KUY Sophol ອົງຄະມົນຕີ ລັດຖະມົນຕີອາວຸໂສ ປະຈໍາ ພະຣາຊະວັງທັງເປັນລັດຖະມົນຕີກຽດຕິຍົດຂອງຣາຊະອານາຈັກກໍາປູເຈຍພ້ອມດ້ວຍຄະນະ.
ໃນໂອກາດຢ້ຽມຢາມລັດຖະກິດ ຢູ່ ຣາຊະອານາຈັກ ກໍາປູເຈຍ ໃນຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ ຈະໄດ້ພົບປະສອງຝ່າຍກັບພະບາດສົມເດັດພະບໍລົມມະນຽດໂນໂຣດົມສີຫາມຸນີພະມະຫາກະສັດແຫ່ງຣາຊະອານາຈັກກໍາປູເຈຍ ແລະບັນດາການນໍາຂັ້ນສູງຂອງ ຣາຊະອານຈັກ ກໍາປູເຈຍ ເປັນຕົ້ນ:ສົມເດັດ ອັກຄະມະຫາ ເສນາ ບໍດີ ເຕໂຈ ຮຸນ ແຊນປະທານສະພາສູງ ແຫ່ງຣາຊະອານາຈັກກຳປູເຈຍ;ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີປະທານສະພາແຫ່ງຊາດແຫ່ງຣາຊະອານາຈັກກຳປູເຈຍແລະສົມເດັດມະຫາບໍວໍ ທິບໍດີຮຸນມາເນັດນາຍົກລັດຖະມົນຕີແຫ່ງຣາຊະອານາຈັກ ກຳປູເຈຍ.ນອກນັ້ນ,ຍັງຈະໄດ້ໄປວາງພວງມາລາທີ່ອານຸວາວະລີພະບາດສົມເດັດໂນໂຣດົມສີຫານຸແລະອານຸສາວະລີເອກະລາດອີກດ້ວຍ.
ຂ່າວ:ກະຊວງການຕ່າງປະເທດ,ພາບ:ຂປລ