ໂດຍ: ວັນເພັງ
ພະຍາດໄຂ້ຍຸງລາຍ ຫຼືໄຂ້ເລືອດອອກ ແມ່ນເກີດຈາກໂຕຍຸງລາຍທີ່ມີເຊື້ອໄວຣັດຊະນິດໜຶ່ງ ສາມາດກັດແຜ່ຈາກຄົນສູ່ຄົນ ໂດຍຜ່ານຍຸງລາຍທີ່ມີເຊື້ອພະຍາດດັ່ງກ່າວ. ສະນັ້ນ, ທຸກຄົນໃນສັງຄົມຈົ່ງຮ່ວມແຮງຮ່ວມໃຈຕ້ານພະຍາດດັ່ງກ່າວ ບໍ່ວ່າຈະເປັນລະດູແລ້ງ ຫຼື ລະດູຝົນ ເພື່ອບໍ່ໃຫ້ຕົນເອງ ແລະ ຄົນໃນຄອບຄົວເປັນພະຍາດດັ່ງກ່າວ ແລະ ເຖິງຂັ້ນເສຍຊີວິດ.
ພະຍາດໄຂ້ຍຸງລາຍມີອາການຄ້າຍຄືກັບໄຂ້ຫວັດ ແລະ ໄຂ້ແກ່ຍາວເປັນເວລາ 2-7 ມື້, ໄຂ້ຍຸງລາຍຈະປະກົດອາການພາຍຫຼັງ 4-10 ມື້ ຫຼັງຈາກຍຸງລາຍກັດ. ພ້ອມນັ້ນ, ອາການທົ່ວໄປຂອງໄຂ້ຍຸງລາຍມີໄຂ້ສູງເຖິງ 40 ອົງສາ ຊຶ່ງອາການຈະແດງອອກຄື: ມີຕ່ອມນໍ້າເຫຼືອງໃຫຍ່, ປວດຕາມຂໍ້, ກະດູກ, ກ້າມຊີ້ນ, ມີຕຸ່ມຕາມຕົນໂຕ, ປວດຮາກ, ຮາກ, ເຈັບກະໂບງຕາ ແລະ ເຈັບຫົວ. ໃນນັ້ນ, ຖ້າຫາກຄົນເຈັບເຊົາໄຂ້ແລ້ວຕ້ອງສືບຕໍ່ຕິດຕາມອາການຕ່າງໆຂອງຄົນເຈັບອີກເຊັ່ນ: ຫາຍໃຈໄວ, ຮາກຫຼາຍເທື່ອ, ເຈັບໜ້າເອິກ, ເລືອດອອກເຟັນແຂ້ວ, ເມື່ອຍ, ຮາກປົນເລືອດ ແລະ ອື່ນໆ. ສໍາລັບກຸ່ມຄົນທີ່ມີຄວາມສ່ຽງເຈັບເປັນຮຸນແຮງຈາກພະຍາດໄຂ້ຍຸງລາຍຫຼາຍກວ່າຄົນທົ່ວໄປເປັນຕົ້ນແມ່ຍິງຖືພາ, ຜູ້ທີ່ມີພະຍາດປະຈຳໂຕຫຼືພະຍາດຊໍາເຮື້ອເຊັ່ນ: ພະຍາດເບົາຫວານ, ພະຍາດໝາກໄຂ່ຫຼັງຊຸດໂຊມ, ພະຍາດຫົວໃຈ.ດັ່ງນັ້ນ, ຕ້ອງມີສະຕິປ້ອງກັນຕົນເອງໃຫ້ດີ ໂດຍສະເພາະທໍາລາຍແຫຼ່ງເພາະພັນຂອງ  ໜອນນໍ້າຍຸງລາຍ ພາຍໃນບ້ານເຮືອນ ສິ່ງສຳຄັນເປັນເຈົ້າການປະຕິບັດ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ ເປັນປະຈຳ ເພື່ອປ້ອງກັນພະຍາດດັ່ງກ່າວຄື: ປິດຝາພາຊະນະທີ່ເກັບນໍ້າໃນເຮືອນ ເພື່ອບໍ່ໃຫ້ຍຸງລາຍໄຂ່ໃສ່; ປ່ຽນນໍ້າ ແລະ ຜັດຖູດ້ານໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖ້ານຮອງຈອກນໍ້າ ແລະ ອື່ນໆ; ປ່ອຍປາຫາງນົກຍຸງ ເພື່ອໃຫ້ປາກິນໜອນນໍ້າ; ປັບປຸງບໍ່ໃຫ້ມີນໍ້າຂັງໃນກະໂປະ, ກະປ໋ອງ, ຮາງລິນ, ຢາງລົດເກົ່າ ແລະ ອື່ນໆ ຕາມບ້ານເຮືອນຂອງທ່ານ; ປະຕິບັດເປັນປະຈຳທຸກໆອາທິດ. ພ້ອມນັ້ນ, ບໍ່ວ່າຈະເປັນກາງເວັນ ຫຼື ກາງຄືນຕ້ອງນອນໃນມຸ້ງແມ່ນເປັນການດີ, ຕ້ອງຢູ່ບ່ອນແຈ້ງ, ນຸ່ງເຄື່ອງສີສົດໃສ, ໂສ້ງ, ເສື້ອແຂນຍາວປົກປິດ ເພື່ອປ້ອງກັນຍຸງກັດ ແລະ ອື່ນໆ. ບໍ່ມີຍຸງລາຍ ບໍ່ມີໜອນນໍ້າ ບໍ່ມີໄຂ້ຍຸງລາຍ.
ພະຍາດໄຂ້ຍຸງລາຍເປັນພະຍາດທີ່ອັນຕະລາຍຕໍ່ຄົນເຮົາ,ບໍ່ມີຢາປິ່ນປົວພະຍາດດັ່ງກ່າວໂດຍສະເພາະ. ສະນັ້ນ, ຖ້າຫາກເປັນພະຍາດໄຂ້ຍຸງລາຍບໍ່ຕ້ອງຖືເບົາ, ບໍ່ຄວນຊື້ຢາມາກິນເອງ, ຕ້ອງຮີບໄປປິ່ນປົວຢູ່ໂຮງໝໍໂດຍດ່ວນບໍ່ວ່າຈະເປັນໂຮງໝໍເມືອງ, ແຂວງ, ສູນກາງ, ສຸກສາລາໃກ້ບ້ານທ່ານ ເພື່ອຈະໄດ້ກິນຢາຕາມແພດສັ່ງແລະ ປິ່ນປົວໃຫ້ທັນເວລາ.