ສະຖານທີ່ທ່ອງທ່ຽວແກ້ງຊັນ ນະຄອນປາກເຊ ແຂວງຈຳປາສັກ ຊຶ່ງເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ທີ່ຫາກໍເປີດໃຫ້ບໍລິການແກ່ມວນຊົນໄດ້ເຂົ້າມາທ່ຽວຊົມ, ຊຶ່ງໃນໂອກາດປີໃໝ່ລາວເຫັນວ່າມີນັກທ່ອງທ່ຽວສົນໃຈເຂົ້າມາທ່ຽວເປັນຈຳນວນຫຼວງຫຼາຍ. 
    ທ່ານ ສຸບິນ ໂພສາງ ຜູ້ພັດທະນາແຫຼ່ງທ່ອງທ່ຽວແກ້ງຊັນ ບ້ານແກ້ງຊັນ ນະຄອນປາກເຊ ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນວ່າ: ແຫຼ່ງທ່ອງທ່ຽວແກ້ງຊັນ ຫ່າງຈາກຕົວເມືອງປາກເຊພຽງ 7 ກິໂລແມັດ, ເລີ່ມເປີດບໍລິການໃຫ້ແຂກເຂົ້າມາທ່ຽວຊົມໃນໂອກາດວັນແມ່ຍິງສາກົນ ວັນທີ 8 ມີນາ 2024 ຜ່ານມາ ຊຶ່ງໄດ້ເປັນທີ່ຮູ້ຈັກກັນຫຼາຍຂຶ້ນ ເຮັດໃຫ້ບຸນປີໃໝ່ລາວປີນີ້ມີຄົນມາທ່ຽວພັກຜ່ອນຫຼາຍເປັນພິເສດ. 
    ແຫຼ່ງທ່ອງທ່ຽວແກ້ງຊັນ ເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ຂອງນະຄອນປາກເຊ ນັບແຕ່ມື້ເປີດມາເຖິງປັດຈຸບັນມີການຕອບຮັບຈາກຜູ້ມາທ່ຽວເປັນຢ່າງດີ ໂດຍສະເພາະໃນເທດສະການຕ່າງໆຄື: ວັນແມ່ຍິງສາກົນ, ວັນບຸນປີໃໝ່ລາວ, ຂ້າພະເຈົ້າຮູ້ສຶກດີໃຈ ແລະ ຂອບໃຈທີ່ທຸກຄົນໃຫ້ຄວາມສົນໃຈມາທ່ຽວສະຖານທີ່ແຫ່ງນີ້ ແລະ ຂໍເຊີນຊວນທຸກທ່ານທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວຊົມ, ຫຼິ້ນນ້ຳເຢັນໆຈາກທຳມະຊາດສາຍນໍ້າເຊໂດນ ຊຶ່ງຈະເຮັດໃຫ້ທ່ານມີຄວາມສຸກຜ່ອຍຄາຍຈາກອາກາດຮ້ອນອົບເອົ້າ ພ້ອມດຽວກັນນີ້, ສະຖານທີ່ທ່ອງທ່ຽວແກ້ງຊັນບໍ່ໄດ້ເກັບຄ່າເຂົ້າທ່ຽວຊົມ, ເກັບແຕ່ຄ່າບໍລິການຝາກລົດ, ຄ່າເຊົ່າຕູບ. ນອກຈາກນີ້, ຍັງມີເຄື່ອງດື່ມ, ອາຫານໄວ້ຄອຍບໍລິການຕ້ອນຮັບທ່ານແບບເປັນກັນເອງ ພິເສດໃນໄລຍະບຸນປີໃໝ່ໄດ້ມີວົງດົນຕີນັກຮ້ອງ, ໝໍລຳ ມາສ້າງສັນບັນຍາກາດໃຫ້ຟົດຟື້ນມ່ວນຊື່ນຕະຫຼອດງານ.
ແຫຼ່ງຂ່າວ: ຂປລ