ນັກສຶກສາລາວສາມາດຍາດໄດ້ 2 ຫຼຽນຄໍາ, 4 ຫຼຽນເງິນ ແລະ 6 ຫຼຽນທອງແດງ ແຂ່ງຂັນວິຊາຄະນິດສາດ ແລະ ພາສາອັງກິດໂອແລັມປິກ ຊຶ່ງໄດ້ຈັດຂຶ້ນທີ່ເມືອງຊິດນີ(Sydney)  ປະເທດອົສຕຣາລີໃນລະຫວ່າງວັນທີ 14 ຫາ 21 ເມສາ ນີ້. ສໍາລັບການແຂ່ງຂັນຮອບຊີງຊະນະເລີດວິຊາຄະນິດສາດ ແລະ ພາສາອັງກິດໂອແລັມປິກ ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດຫຼາຍກວ່າ 4 ພັນຄົນ ທີ່ມາຈາກ 32 ປະເທດ ໃນນັ້ນ ນັກສຶກສາຈາກ ສປປ ລາວ ເຂົ້າຮ່ວມທັງໝົດ21 ຄົນ ທີ່ເປັນຕົວແທນຈາກໂຮງຮຽນນາໆຊາດລາວ ແລະ ໂຮງຮຽນພອນສະຫັວນ ພ້ອມດ້ວຍບັນດາຄູ-ອາຈານ ແລະ ຜູ້ປົກຄອງ ຊຶ່ງນໍາໂດຍ ທ່ານ ນາງ ອານິດ ສີວິໄຊ ເຂົ້າຮ່ວມ.
ຜ່ານການແຂ່ງຂັນ ນັກສຶກສາຈາກໂຮງຮຽນນາໆຊາດລາວ ສາມາດຍາດໄດ້ລາງວັນ 2ຫຼຽນຄໍາ ຄື: ທ້າວ ຊູຊິຫຼຽນ ແລະ ທ້າວ ນິຕິພູມ ຈະເລີນໄຊ ຈາກການແຂ່ງຂັນວິຊາຄະນິດສາດ. ນອກຈາກນັ້ນ, ກໍຍັງສາມາດຍາດໄດ້ 4 ຫຼຽນເງິນ  ແລະ  6 ຫຼຽນທອງ ໃນການແຂ່ງຂັນໃນວິຊາຄະນິດສາດ ແລະ ໜຶ່ງຫຼຽນທອງໃນການແຂ່ງຂັນພາສາອັງກິດ ໜຶ່ງໃນນັ້ນແມ່ນເປັນນັກສຶກສາມາຈາກໂຮງຮຽນນາໆຊາດລາວ ກໍຄືທ້າວ ນິຕິພູມ  ຈະເລີນໄຊ ໄດ້ຮັບລາງວັນພິເສດທີ່ມີຄະແນນສູງສຸດໃນການແຂ່ງຂັນຄະນິດສາດໃນຄັ້ງນີ້ ການແຂ່ງຂັນ IMEC ແລະ JEO ແມ່ນຈັດຂຶ້ນໂດຍ NextEd (ບໍລິສັດໜຶ່ງໃນປະເທດອົສຕຣາລີ) ແລະ ມີ ການແຂ່ງຂັນ ເປັນ2 ລະດັບ ຄື: ຮອບທ້ອງຖິ່ນ ແລະ ຮອບທົ່ວໂລກ.ຮອບທ້ອງຖິ່ນແມ່ນຈັດແບບອອນລາຍ ແລະ ສຳເລັດພາຍໃນເດືອນກຸມພາ 2024. 
ຂ່າວ-ພາບ: ອານິດ ສີວິໄຊ