ໂດຍ: ວັນເພັງ
ໃນວັນທີ 21 ເມສາ ຜ່ານມາ ຂະບວນລົດໄຟລ້ານຊ້າງຖ້ຽວD88 ຕູ້ເບີ 5 ໄດ້ຖືກແຕ່ງໄປດ້ວຍສິລະປະການຂຽນຕົວໜັງສືຈີນບົດກະວີຫຼານຖິງເຮັດໃຫ້ເທິງຂະບວນລົດໄຟລ້ານຊ້າງເບີດັ່ງກ່າວເຕັມໄປດ້ວຍບັນຍາກາດແຫ່ງວັດທະນະທໍາຈີນສ້າງຄວາມປະທັບໃຈໃຫ້ແກ່ຜູ້ເຂົ້າຮ່ວມກໍຄືຜູ້ໂດຍສານທັງພາຍໃນແລະຕ່າງປະເທດເປັນຢ່າງດີ.
ກິດຈະກໍາດັ່ງກ່າວແມ່ນງານຊຸມນຸມແຫ່ງວັດທະນະທໍາບົດກະວີສາລາຫຼານຖິງເທິງຂະບວນລົດໄຟລ້ານຊ້າງນັ້ນເອງ ໂດຍສູນວັດທະນະທໍາຈີນປະຈໍາລາວຮ່ວມກັບບໍລິສັດທາງລົດໄຟລາວ-ຈີນຈໍາກັດເປັນເຈົ້າພາບຊຶ່ງຮັບຜິດຊອບຈັດໂດຍ ສູນຄຸ້ມຄອງແລະດໍາເນີນການສະຖານີນະຄອນຫຼວງທາງວຽງຈັນ ຊຶ່ງເປັນໜຶ່ງກິດຈະກໍາທີ່ມີຄວາມໝາຍ-ຄວາມສຳຄັນຫຼາຍ ທີ່ຈັດຂຶ້ນເປັນຄັ້ງອຳອິດຢູ່ເທິງລົດໄຟຂະບວນດັ່ງກ່າວຢູ່ສປປ ລາວ ໄດ້ສ້າງຄວາມປະທັບໃຈ, ຄວາມຊື່ນຊົມໃຫ້ແກ່ຜູ້ເຂົ້າຮ່ວມກໍຄືຜູ້ໂດຍສານທັງພາຍໃນ ແລະ ຕ່າງປະເທດເປັນຢ່າງດີຊຶ່ງການຈັດກິດຈະກຳໃນຄັ້ງນີ້ ໃຊ້ເວລາພຽງ 1 ຊົ່ວໂມງກວ່າເທົ່ານັ້ນ, ໄລຍະທາງຈາກສະຖານີລົດໄຟນະຄອນຫຼວງວຽງຈັນ ຫາສະຖານີລົດໄຟຫຼວງພະບາງໂດຍຂະບວນລົດໄຟດັ່ງກ່າວໄດ້ເຄື່ອນອອກເດີນທາງໃນເວລາ 8:05 ໂມງ ຫາ 9:56 ໂມງ ຊຶ່ງມີຜູ້ໂດຍສານ ພ້ອມດ້ວຍນັກສໍາມະນາກອນຈາກກົມກອງອ້ອມຂ້າງກະຊວງຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວ(ຖວທ)ຈໍານວນ 20 ທ່ານທີ່ເດີນທາງໄປຝຶກອົບຮົມຢູ່ແຂວງພູເອີສປຈີນໃນຫົວຂໍ້: ການປົກປ້ອງມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ (ມໍລະດົກນາມມະທຳ) ໃນພູມີພາກເອເຊຍປາຊີຟິກລະຫວ່າງວັນທີ 22-25 ນີ້,ເຖິງເວລາເຮັດກິດຈະກຳຈະສັ້ນແຕ່ໄດ້ສ້າງຄວາມປະທັບໃຈ, ຮອຍຍິ້ມ, ສຽງຫົວ, ຄວາມມ່ວນຊື່ນໃຫ້ຜູ້ເຂົ້າຮ່ວມ ກໍຄືຜູ້ໂດຍສານຫຼາຍໆທ່ານເປັນຢ່າງດີເປັນຕົ້ນກິດຈະກໍາການຂຽນໂຕໜັງສືຈີນ, ສອນພາສາຈີນ, ສິລະປະການຂຽນຕົວອັກສອນຈີນນັບຕັ້ງແຕ່ມີການສ້າງຕົວອັກສອນຈີນຂຶ້ນມາ, ບົດກະວີຫຼານຖິງ, ການສາທິດວິທີການຂຽນໂຕໜັງສືພາສາຈີນ, ມີກິດຈະກໍາຖາມ-ຕອບວັດທະນະທຳຈີນ-ລາວ, ພາສາຈີນ, ຮ້ອງເພງຈີນ ເພື່ອແລກເອົາຂອງລາງວັນຕ່າງໆ ແລະ ກິດຈະກຳອື່ນໆ. ທຸກກິດຈະກຳ ເຮັດໃຫ້ທຸກຄົນໄດ້ຮັບຮູ້ເຖິງປະຫວັດຄວາມເປັນມາ, ຄວາມສໍາຄັນຂອງການຂຽນໜັງສືພາສາຈີນທີ່ຕິດພັນກັບວິຖີການດຳລົງຊີວິດຂອງບັນພະບູລຸດຂອງປະຊາຊົນຈີນທີ່ມີມາອັນຍາວນານ, ໄດ້ຮັບຮູ້ແລະຮຽນຮູ້ເຖິງວິຖີຊີວິດທາງດ້ານວັດທະນະທຳຂອງສປຈີນຕື່ມອີກ.
ທ່ານພູເຮືອງສຸວັນນະລາດຮອງຫົວໜ້າກົມມໍລະດົກກະຊວງ ຖວທ ທັງເປັນຜູ້ນໍາພາທີມງານນັກສໍາມະນາກອນຈາກກົມກອງອ້ອມຂ້າງກະຊວງ ຖວທ ທີ່ເດີນທາງໄປຝຶກອົບຮົມໃນຄັ້ງນີ້, ໄດ້ສະແດງຄວາມຮູ້ສຶກວ່າ: ກິດຈະກໍາໃນຄັ້ງນີ້ ເປັນກິດຈະກໍາທີ່ມີຄວາມໝາຍ-ຄວາມສໍາຄັນຫຼາຍຕົນເອງມີຄວາມດີໃຈ ແລະ ພາກພູມໃຈຫຼາຍ ເຮັດໃຫ້ຮັບຮູ້, ສຳຜັດໄດ້ໂຕໜັງສືຈີນ ໂດຍສະເພາະບົດກະວີຫຼານຖິງ. ໃນນັ້ນ, ປະເທດຈີນເປັນໜຶ່ງໃນປະເທດທີ່ມີມໍລະດົກວັດທະນະທຳນາມມະທຳທີ່ຫຼາຍທີ່ສຸດແລະເປັນປະເທດທີ່ສາມາດຮັກສາມໍລະດົກດັ່ງກ່າວໄດ້ດີທີ່ສຸດ. ພ້ອມນັ້ນ, ຜູ້ໂດຍສານຄົນອື່ນໆກໍລ້ວນແຕ່ໃຫ້ຄວາມສົນໃຈ ແລະ ປະທັບໃຈກັບກິດຈະກໍາດັ່ງກ່າວ.