ແຂວງຊຽງຂວາງໄດ້ຈັດກອງປະຊຸມສຳມະນາແລກປ່ຽນຄຳຄິດເຫັນໃສ່ຮ່າງໂຄງການການເມືອງຂອງພັກປະຊາຊົນປະຕິວັດລາວແລະປະກອບຄວາມຄິດເຫັນໃສ່ເນື້ອໃນເອກະສານກອງປະຊຸມຄົບຄະນະຄັ້ງທີ8ສະໄໝທີXIຂອງພັກຂຶ້ນໃນວັນທີ23ເມສາ2024 ຢູ່ທີ່ຫ້ອງວ່າການແຂວງຊຽງຂຊວາງໂດຍການເປັນປະທານຂອງທ່ານບຸນຈັນສີວົງພັນເລຂາພັກແຂວງເຈົ້າແຂວງໆຊຽງຂວາງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າຮອງຫົວໜ້າພະແນກການແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 
ທ່ານບຸນຈັນສີວົງພັນໄດ້ກ່າວເປີດກອງປະຊຸມໂດຍເນັນໃຫ້ແຕ່ລະພາກສ່ວນຈົ່ງສຸມຫົວຄິດສະຕິປັນຍາແລກປ່ຽນຄວາມຄິດເຫັນໃສ່ຮ່າງໂຄງການການເມືອງຂອງພັກປະຊາຊົນປະຕິວັດລາວແລະປະກອບຄຳຄິດເຫັນໃສ່ເນື້ອໃນເອກະສານກອງປະຊຸມຄົບຄະນະຄັ້ງທີ8ສະໄໝທີXIຂອງພັກທັງເປັນການສຳມະນາໄປພ້ອມໆກັນ, ເອົາໃຈໃສ່ຕາມຄຳແນະນຳແລະຄຳຖາມເຈາະຈີ້ມ, ເພື່ອເຮັດໃຫ້ການປະກອບຄຳຄິດເຫັນໃສ່ຮ່າງໂຄງການດັ່ງກ່າວມີປະສິດທິຜົນສູງຖືກຕ້ອງຕາມເນື້ອໃນແລະລະດັບຄາດໝາຍ.
ບັນດາຜູ້ແທນກອງປະຊຸມໄດ້ປະກອບຄຳຄິດເຫັນໃສ່ຮ່າງໂຄງການການເມືອງພັກປະຊາຊົນປະຕິວັດລາວແລະເນື້ອໃນເອກະສານກອງປະຊຸມຄົບຄະນະຄັ້ງທີ8ສະໄໝທີXIຂອງພັກຢ່າງມີຄວາມຮັບຜິດຊອບສູງ.
ຂ່າວ: ບຸນມີແສງທຸມມີ