ແຫຼ່ງທ່ອງທ່ຽວຕາດເລາະ-ຕາດຮັງ ແຂວງສາລະວັນ ເປັນສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງທີ່ຄວນໄປສຳພັດ ຊຶ່ງໃນມື້ສຸດທ້າຍຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2567 ຊຶ່ງກົງກັບວັນທີ 16 ເມສາ 2024 ສະຖານທີ່ທ່ອງທ່ຽວດັ່ງກ່າວມີບັນຍາກາດຄຶກຄື້ນກວ່າທຸກປີເນື່ອງຈາກມີມວນຊົນ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາທ່ຽວຊົມ, ຫຼິ້ນນໍ້າເປັນຈຳນວນຫຼວງຫຼາຍ.
    ບອກໄດ້ເລີຍວ່າໃຜໄດ້ມາແຂວງສາລະວັນ ແມ່ນບໍ່ຄວນພາດທີ່ຈະມາທ່ຽວ ຫຼືມາຫຼິ້ນນໍ້າຢູ່ຕາດແຫ່ງນີ້ ໂດຍສະເພາະແມ່ນບັນຍາກາດການສະເຫຼີມສະຫຼອງປີໃໝ່ລາວຢູ່ທີ່ຕາດເລາະ-ຕາດຮັງ ປີນີ້ຖືວ່າຄຶກຄື້ນກວ່າທຸກປີ ຕະຫຼອດໄລຍະເສັ້ນທາງເຂົ້າສະຖານທີ່ທ່ອງທ່ຽວ ເຫັນວ່າພໍ່ຄ້າຊາວຂາຍຕ່າງກໍນໍາເອົາສິນຄ້າ ແລະ ຜະລິດຕະພັນ ມາວາງຂາຍຫຼາກຫຼາຍຮ້ານ ເປັນຕົ້ນເຄື່ອງນຸ່ງຫົ່ມ, ເຄື່ອງດື່ມ ແລະ ອາຫານມີຄົບທຸກຢ່າງ ພ້ອມນັ້ນຍັງມີການຈັດສັນສະຖານທີ່ນັ່ງຫຼິ້ນແບບຕູບ, ໂຕະ-ຕັ່ງນັ່ງຕາມແກ້ງຕາດ, ມີຂົວຂ້າມລະຫວ່າງສອງຟາກໃນແກ້ງ ເພື່ອອໍານວຍຄວາມສະດວກບໍລິການໃຫ້ແຂກ, ມວນຊົນທີ່ມາທ່ຽວຊົມດ້ວຍຄວາມເປັນກັນເອງ.
    ຕາດເລາະ-ຕາດຮັງ ເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍງາມ ແລະ ມີຊື່ສຽງອັນດັບ 1 ຂອງແຂວງສາລະວັນ ຕັ້ງຢູ່ບ້ານແສນວັງໃຫຍ່ ເມືອງ ແລະ ແຂວງສາລະວັນ ຫ່າງຈາກເທດສະບານເມືອງສາລະວັນ 31 ກິໂລແມັດ ຕາມເສັ້ນທາງເລກທີ 20 ສາລະວັນ-ປາກເຊ, ມີຕົ້ນກຳເນີດຈາກແມ່ນ້ຳເຊເສັດ ແຂວງເຊກອງ ໂດຍນ້ຳຕົກມີຄວາມສູງປະມານ 10 ແມັດ, ເປີດນຳໃຊ້ໃນປີ 1986 ທຸກໆປີຈະມີແຂກ, ມວນຊົນເຂົ້າມາທ່ຽວຊົມ ຫຼິ້ນນໍ້າທີ່ຕາດດັ່ງກ່າວຈໍານວນຫຼວງຫຼາຍ ໂດຍສະເພາະໃນໄລຍະບຸນປີໃໝ່ລາວຂອງທຸກໆປີ. ສໍາລັບປີນີ້ກໍເຊັ່ນດຽວກັນມີແຂກ, ມວນຊົນທັງພາຍໃນ ແລະ ຕ່າງປະເທດຫຼັ່ງໄຫຼເຂົ້າມາທ່ຽວຊົມ, ຫຼິ້ນນໍ້າຈໍານວນຫຼວງຫຼາຍເຮັດໃຫ້ມີບັນຍາກາດຄຶກຄື້ນມວນຊື່ນ ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ ຄວາມສະຫງົບປອດໄພສົມກັບຄໍາຂວັນທີ່ວ່າ: “ທ່ອງທ່ຽວລາວປອດໄພ ຊື່ນໃຈໃນທໍາມະຊາດ ວັດທະນະທໍາ ແລະ ປະຫວັດສາດ”. ແຫຼ່ງຂ່າວ: ຂປລ