ພະນະທ່ານທອງລຸນສີສຸລິດປະທານປະເທດແຫ່ງສປປລາວໄດ້ພົບປະກັບສົມເດັດອັກຄະມະຫາເສນາບໍດີເຕໂຈຮຸນແຊນປະທານສະພາສູງແຫ່ງຣາຊະອານາຈັກກຳປູເຈຍໃນວັນທີ23ເມສານີ້ ທີ່ນະຄອນຫຼວງພະນົມເປັນຣາຊະອານຈັກກໍາປູເຈຍ, ໃນໂອກາດເດີນທາງຢ້ຽມຢາມທາງລັດຖະກິດຣາຊະອານາຈັກກໍາປູເຈຍ.
ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນຄັ້ງນີ້ ແລະ ຊົມເຊີຍຢ່າງສຸດໃຈ ມາຍັງ ສົມເດັດອັກຄະມະຫາເສນາບໍດີເຕໂຈຮຸນແຊນ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານສະພາສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃນວັນທີ 3 ເມສາ 2024 ທີ່ຜ່ານມາ ໂດຍໄດ້ຮັບຄະແນນສະໜັບສະໜູນ 62 ຄະແນນ ຈາກຈໍານວນສະມາຊິກສະພາສູງທັງໝົດ 62 ທ່ານຊຶ່ງສະພາແຫ່ງຊາດຂອງລາວມີຄວາມໜັ້ນໝາຍທີ່ຈະສືບຕໍ່ຮ່ວມມືກັບສະພາສູງກໍາປູເຈຍຢ່າງເລິກເຊິ່ງ ແລະຕໍ່ເນື່ອງ. ພ້ອມນີ້, ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມທີ່ລັດຖະບານ ແລະປະຊາຊົນກຳປູເຈຍຍາດມາໄດ້ຕະຫຼອດໄລຍະເວລາຜ່ານມາຊຶ່ງເຫັນໄດ້ວ່າປະເທດກຳປູເຈຍ ໄດ້ຮັບການພັດທະນາຢ່າງວ່ອງໄວ, ຊີວິດການເປັນຢູ່ຂອງປະຊາຊົນ ກໍນັບມື້ນັບດີຂຶ້ນເປັນກ້າວໆ.
ພ້ອມດຽວກັນນັ້ນ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍໂດຍສະເພາະລະຫວ່າງຂະແໜງການນິຕິບັນຍັດຂອງສອງປະເທດ, ທັງຍັງສະແດງຄວາມດີໃຈທີ່ອົງການນິຕິບັນຍັດທັງສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມ, ໄປມາຫາສູ່ຊຶ່ງກັນແລະກັນຢ່າງເປັນປົກກະຕິ, ທັງຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍທີ່ໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງສອງຊາດຊຶ່ງສອງປະເທດລາວ ແລະ ກໍາປູເຈຍ ມີຄວາມເຫັນອົກເຫັນໃຈກັນ ແລະເອື້ອເຟື້ອເຜື່ອແຜ່ຕໍ່ກັນສົມກັບວ່າເປັນບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອແຫ່ງການພົວພັນອັນດີງາມແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນມາແຕ່ດົນນານ.ສອງຝ່າຍຍັງໄດ້ຊົມເຊີຍຄວາມຄືບໜ້າຂອງລັດຖະບານສອງປະເທດ ທີ່ໄດ້ມີການລົງນາມໃນເອກະສານທີ່ສໍາຄັນຮ່ວມກັນ ໃນໂອກາດທີ່ ສົມເດັດ ຮຸນ ມາເນັດນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນທ້າຍເດືອນມີນາ 2024 ຜ່ານມາ, ພ້ອມທັງສະແດງຄວາມຫວັງຢ່າງຍິ່ງວ່າ ບັນດາການຕົກລົງດັ່ງກ່າວຂອງສອງລັດຖະບານ ຈະໄດ້ຮັບການສືບຕໍ່ຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ ໂດຍສະເພາະແມ່ນການແກ້ໄຂບັນດາຈຸດຄົງຄ້າງຂອງເສັ້ນຊາຍແດນ ລາວ-ກໍາປູເຈຍ ທີ່ຍັງເຫຼືອ 14% ໃຫ້ສໍາເລັດໂດຍໄວ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ.
ໃນໂອກາດດຽວກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ກໍໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວຂອງ ທ່ານປະທານສະພາແຫ່ງຊາດ ແລະ ການນໍາລັດຖະບານ ແຫ່ງ ສປປ ລາວ ມາຍັງ ສົມເດັດອັກຄະມະຫາເສນາບໍດີເຕໂຈຮຸນແຊນ ເພື່ອນມິດທີ່ສະໜິດສະໜົມ ຂອງປະຊາຊົນລາວ ແລະ ໄດ້ເຊື້ອເຊີນ ສົມເດັດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງສະພາສູງກຳປູເຈຍ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາອັນເໝາະສົມ.
ໃນຂະນະດຽວກັນ, ສົມເດັດອັກຄະມະຫາເສນາບໍດີເຕໂຈຮຸນແຊນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການພົບປະກັບ ພະນະທ່ານ ທອງລຸນ ສີສຸລິດ ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກໍາປູເຈຍ ໃນຄັ້ງນີ້ ຊຶ່ງເປັນການຢ້ຽມຢາມທີ່ມີຄວາມໝາຍ ແລະ ປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະເທດ ໃຫ້ແໜ້ນແຟ້ນ ແລະ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ. ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈຕໍ່ຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຂອງທ່ານປະທານສະພາແຫ່ງຊາດ ແລະ ການນໍາລັດຖະບານ ແຫ່ງ ສປປ ລາວແລະ ຈະຈັດຫາເວລາອັນເໝາະສົມເດີນທາງຢ້ຽມຢາມ ສປປ ລາວ ຕາມຄໍາເຊື້ອເຊີນ.
ຂ່າວ: ກະຊວງການຕ່າງປະເທດ-ພາບ: ຂ່າວສານປະເທດລາວ