ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 22 ເມສາ ຜ່ານມາສະຖາບັນການຕ່າງປະເທດກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດການພົບປະສົນທະນາ ລະຫວ່າງ ເລຂາທິການໃຫຍ່ ອາຊຽນ ກັບ ຊາວໜຸ່ມບັນດາປະເທດອາຊຽນ. ນີ້ແມ່ນການເຄື່ອນໄຫວເປີດສາກ, ນອນໃນຂອບເຂດ “ກອງປະຊຸມປຶກສາຫາລືອະນາຄົດອາຊຽນ2024” (AFF 2024), ໂດຍ ຫວຽດນາມ ຈັດຂຶ້ນໃນວັນທີ 23 ເມສາ ນີ້ຢູ່ ຮ່າໂນ້ຍ.
        ຂ່າວລະບຸວ່າ: ດ້ວຍຫົວຂໍ້ “ຊາວໜຸ່ມອາຊຽນ - ອະນາຄົດອາຊຽນ: ບົດບາດຂອງຊາວໜຸ່ມໃນການສ້າງອະນາຄົດອາຊຽນໃຫ້ເປັນຮູບປະທຳ”, ເວທີປາໄສດຳເນີນຕາມຮູບແບບທາງໄກ  ແລະ ແບບເຊິ່ງໜ້າ. ເຂົ້າຮ່ວມການພົບປະສົນທະນາ, ນອກຈາກທ່ານ ກາວ ກິນ ຮຸນ ເລຂາທິການໃຫຍ່ ອາຊຽນ ແລ້ວຍັງມີເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ຮ່າໂນ້ຍ, ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ ກ່ຽວກັບຊາວໜຸ່ມ (Felipe Paullier), ທ່ານ ຫງວຽນເຕື່ອງເລີມ ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ, ບັນດາຊາວໜຸ່ມແບບຢ່າງດີເດັ່ນປີ 2021 ແລະ ຜູ້ຕາງໜ້າຊາວໜຸ່ມ ອາຊຽນ.
        ໃນເວທີປາໄສ, ທ່ານ ຫງວຽນເຕື່ອງເລີມ ຢັ້ງຢືນວ່າ: ນີ້ແມ່ນໂອກາດໃຫຍ່ສຳລັບຊາວໜຸ່ມອາຊຽນ ເພື່ອແບ່ງປັນບັນດາຄວາມເອົາໃຈໃສ່, ທັດສະນະ ແລະ ຄຳເຫັນຂອງຕົນເຂົ້າໃນການພັດທະນາບັນດາຍຸດທະສາດ ແລະ ນະໂຍບາຍມຸ່ງໄປສູ່ການເຕີບໂຕ ແລະ ພັດທະນາໃນອະນາຄົດ ຂອງອາຊຽນ. ຊາວໜຸ່ມ ອາຊຽນ ແມ່ນບັນດາການນຳ, ບັນດາຜູ້ສ້າງອະນາຄົດ ອາຊຽນ ສັນຕິພາບ, ສະຖຽນລະພາບ, ຍືນຍົງ ແລະ ວັດທະນາຖາວອນ. ສຽງເວົ້າແຫ່ງຄວາມຄາດຫວັງ ແລະ ແນວຄວາມຄິດຂອງຊາວໜຸ່ມຕ້ອງໄດ້ຮັບຟັງ ແລະ ໄດ້ຮັບຮູ້, ນຳໃຊ້ເຂົ້າໃນບັນດາຂັ້ນຕອນອອກຄຳຕັດສິນຂອງບັນດາການນຳ ອາຊຽນ.