ກອງປະຊຸມ ລະດົມຄວາມຄິດເຫັນໃສ່ເນື້ອໃນ ໂຄງການການເມືອງ ຂອງພັກ ແລະ ເຊື່ອມຊຶມ ເອກະສານສຳຄັນຂອງພັກ ປະຊາຊົນປະຕິວັດລາວ ໄດ້ຈັດຂຶ້ນໃນວັນທີ 25 ເມສາ 2024 ທີ່ ເມືອງ ວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ, ມີບັນດາສະຫາຍຄະນະຜູ້ແທນ ຈາກ 6 ແຂວງຄື: ນະຄອນຫຼວງວຽງຈັນ, ແຂວງຄຳມ່ວນ, ແຂວງບໍລິຄຳໄຊ, ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຫົວພັນ, ບັນດາຄະນະຮັບຜິດຊອບສ້າງຮ່າງໂຄງການການເມືອງຂອງ ພັກປະຊາຊົນປະຕິວັດລາວ, ບັນດາຄະນະປະຈຳ, ກຳມະການພັກ ແຂວງວຽງຈັນ ເຂົ້າຮ່ວມ.
ສະຫາຍ ບຸນທອງ ຈິດມະນີ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຫລາຍ, ສະເໜີໃຫ້ບັນດາຄະນະຜູ້ແທນກອງ ປະຊຸມຈາກບັນດາແຂວງອ້ອມຂ້າງ ແລະ ຄະນະຜູ້ແທນຈາກແຂວງເຈົ້າພາບ ຈົ່ງໄດ້ລົງເລິກເນື້ອໃນ ທີ່ກ່ຽວຂ້ອງ ໂດຍສະເພາະບັນຫາທີ່ມີລັກສະນະກວມລວມທາງດ້ານທິດສະດີ-ພຶດຕິກຳ ພ້ອມກັນນັ້ນ ບັນດາທິດທາງ, ໜ້າທີ່ຈຸດສຸມຂອງເນື້ອໃນໂຄງການການເມືອງຂອງພັກ, ບັນດາທ່າອ່ຽງຂອງສະພາບການພາກພື້ນ ແລະ ສາກົນ ທີ່ສົ່ງຜົນສະທ້ອນຕໍ່ກັບການຈັດຕັ້ງປະຕິບັດທິດທາງ, ຈຸດໝາຍດັ່ງກ່າວ; ບັນດາຈຸດພິເສດສະພາບການໃນການພັດທະນາປະເທດຊາດ ກໍຄືການພັດທະນາເສດຖະ ກິດ-ສັງຄົມຂອງປະເທດເຮົາ ພ້ອມທັງ ສະເໜີໃຫ້ບັນດາສະຫາຍຄົ້ນຄວ້າສຸມໃສ່ມີຄວາມເຫັນ ເຊິ່ງຫາກມີຈຸດໃດທີ່ຢາກເພີ່ມເຕີມ ຫຼື ປັບປຸງ ເຊິ່ງນອກຈາກທີ່ສະເໜີໃນບົດລາຍງານສັງລວມຄວາມຄິດເຫັນຂອງກອງປະຊຸມພາຍໃນແຂວງຕົນແລ້ວ; ກໍຂໍໃຫ້ປະກອບຄໍາຄິດເຫັນເພີ່ມເຕີມຕື່ມອີກ ເພື່ອເຮັດໃຫ້ເນື້ອໃນມີຄວາມຄົບຖ້ວນ. ພ້ອມນີ້ໄດ້ຮຽກຮ້ອງມາຍັງບັນ ດາສະຫາຍ ຜູ້ແທນ ປະກອບຄວາມເຫັນຢ່າງກົງໄປກົງມາ ຫລື ຫາກບໍ່ທັນປະກອບຄໍາເຫັນ ໃນກອງປະຊຸມ, ອາດຈະສົ່ງເປັນລາຍລັກອັກສອນໃຫ້ກອງເລຂາກອງປະຊຸມ ເພື່ອເປັນທິດໃນການ ປັບປຸງຮ່າງເນື້ອໃນໂຄງການການເມືອງດັ່ງກ່າວໃຫ້ສົມບູນຂຶ້ນ ແລະ ຈະໄດ້ນໍາໄປສະເໜີໃນກອງປະຊຸມສູນກາງພັກໃນຄັ້ງຕໍ່ໄປ.
ພ້ອມນີ້ກອງປະຊຸມຍັງໄດ້ ເຊື່ອມເອກະສານສໍາຄັນຂອງສູນກາງພັກ ກ່ຽວກັບມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ແລະ ໄດ້ຮັບຟັງການນໍາສະເໜີບົດຮຽນ ທາງດ້ານທິດສະດີ-ພຶດຕິກຳ ທີ່ຖອດຖອນໄດ້ໃນກອງປະຊຸມສຳມະນາທິດສະດີສອງພັກລາວ-ຫວຽດນາມ ແລະ ລາວ-ຈີນ ແລະ ພ້ອມກັນປະກອບຄໍາ ຄິດຄໍາເຫັນຢ່າງກົງໄປກົງມາ ໃຫ້ມີເນື້ອໃນເລິກເຊິ່ງ ແລະ ມີລັກສະນະວິທະຍາສາດຕໍ່ກັບຮ່າງເນື້ອໃນໂຄງການ ການເມືອງ ເພື່ອໃຫ້ຄະນະປັບປຸງດ້ານເນື້ອໃນໄດ້ນໍາໄປປັບປຸງໃນຂັ້ນຕໍ່ໄປ.
ກອງປະຊຸມຄັ້ງນີ້ບັນດາສະຫາຍຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ມີຄວາມເອົາໃຈໃສ່ ແລະ ມີ ຄວາມຮັບຜິດຊອບຢ່າງສູງ ຕໍ່ກັບການປະກອບຄໍາເຫັນ ຕໍ່ກັບຮ່າງເນື້ອໃນໂຄງການ ການເມືອງ ຂອງພັກສະບັບດັ່ງກ່າວນີ້ ແລະ ໄດ້ຕີລາຄາສູງ ຕໍ່ກັບເນື້ອໃນໂຄງການການເມືອງ ຂອງພັກທີ່ ຄະນະຮັບຜິດຊອບໄດ້ກະກຽມ ໂດຍຕິດພັນກັບຄໍາຖາມເຈາະຈີ້ມ; ອັນໄດ້ເປັນການສະແດງເຖິງ ພື້ນຖານບ່ອນອີງ ທາງດ້ານວິທະຍາສາດ ເພື່ອນໍາໄປປັບປຸງເນື້ອໃນໃຫ້ມີຄວາມເລິກເຊິ່ງຮັດກຸມ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນການນໍາພາຂອງພັກເຮົາ ເພື່ອນໍາພາ ປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງບໍ່ຢຸດຢັ້ງ.
#ຂ່າວ: ສົມສັກ