ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ເມສາ ຜ່ານມາ, ທ່ານ ບຸຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະ ແລະ ເຮັດວຽກກັບທ່ານ ເກົາ ຄິມ ຮຸນ ເລຂາທິການໃຫຍ່ ອາຊຽນ ເນື່ອງໃນໂອກາດ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ (AFF) ຢູ່ ຮ່າໂນ້ຍ.
ໃນການພົບປະ, ທ່ານ ບຸຍແທັງເຊີນ ປາຖະໜາວ່າ: ທ່ານເລຂາທິການໃຫຍ່ ອາຊຽນ ຈະສືບຕໍ່ສະໜັບສະໜູນບັນດາຄວາມພະຍາຍາມຂອງ ຫວຽດນາມ ເພື່ອນຳເວທີປາໄສກາຍເປັນກົນໄກແລກປ່ຽນຢ່າງຮອບດ້ານ ແລະ ກວມລວມໃຫ້ບັນດາເຈົ້າໜ້າທີ່ລັດຖະບານ, ນັກຄົ້ນຄວ້າ, ນັກຮຽນຮູ້… ເພື່ອຊອກຫາມາດຕະການແກ້ໄຂໃຫ້ແກ່ບັນຫາສະຖານະການການເມືອງ, ຍຸດທະສາດທີ່ວາງອອກໃຫ້ແກ່ ອາຊຽນ.
ສ່ວນທ່ານ ເກົາ ຄິມ ຮຸນ ໃຫ້ຮູ້ວ່າ: ຂໍ້ລິເລີ່ມເວທີປາໄສອະນາຄົດ ອາຊຽນ ຂອງ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮັບການສະໜັບສະໜູນ ແລະ ຕີລາຄາສູງຈາກບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມື. ທ່ານໄດ້ເນັ້ນໜັກເຖິງບຸລິມະສິດໃນບັນດາຂົງເຂດການລົງທຶນ, ການຄ້າ ແລະ ທ່ອງທ່ຽວ, ຖືເປັນສຳຄັນການຮ່ວມມືອະນຸພາກພື້ນ. ໃນນັ້ນມີອະນຸພາກພື້ນແມ່ນ້ຳຂອງ, ຊ່ວຍຮັດແຄບຊ່ອງຫວ່າງການພັດທະນາ, ເພີ່ມທະວີການເຊື່ອມຕໍ່, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ບັນດາປະເທດສະມາຊິກ ອາຊຽນ.