ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ເມສາ ຜ່ານມາ, ກະຊວງກະສິກຳ ຂອງຟີລິບປິນ ລາຍງານວ່າ: ຜົນກະທົບຈາກປະກົດການແອວນີໂຢ ສ້າງຄວາມເສຍຫາຍຕໍ່ກະສິກຳຂອງຟີລິບປິນ ຄິດເປັນມູນຄ່າ 3,94 ຕື້ເປໂຊ (ສະກຸນເງິນຟີລິບປິນ).
ລາຍງານລະບຸວ່າ: ມີ 11 ພາກພື້ນທົ່ວຟີລິບປິນ ກຳລັງປະເຊີນກັບປະກົດການທາງສະພາບອາກາດທີ່ສົ່ງຜົນກະທົບຕໍ່ຊາວກະສິກອນ ແລະ ຊາວປະມົງ ເກືອບ 74.000 ຄົນ ແລະ ສົ່ງຜົນກະທົບຕໍ່ເນື້ອທີ່ປູກຝັງຫຼາຍກວ່າ 66.000 ເຮັກຕາ ຊຶ່ງໃນຈຳນວນນີ້ກາຍເປັນເນື້ອທີ່ປູກຝັງທີ່ບໍ່ສາດມາດຟື້ນຟູໄດ້ອີກ 15.000 ເຮັກຕາ.
ໃນດ້ານຂອງປະລິມານ, ຟີລິບປິນສູນເສຍຜົນຜະລິດເຂົ້າ, ເຂົ້າສາລີ ແລະ ຜົນຜະລິດທາງການກະສິກຳອື່ນໆ 162.793 ໂຕນ, ເຂົ້າເປັນຜົນຜະລິດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ຄິດເປັນມູນຄ່າ 236 ຕື້ເປໂຊ ຈາກເນື້ອທີ່ປູກເຂົ້າ 43.659 ເຮັກຕາ ທີ່ໄດ້ຮັບຜົນກະທົບ.
ປະກົດການສະພາບອາກາດແບບແອວນີໂຢອ່ອນກຳລັງຢ່າງຕໍ່ເນື່ອງໃນຟີລິບປິນ ຂະນະທີ່ຮູບແບບສະພາບອາກາດກົງກັນຂ້າມເຊັ່ນ: ປະກົດລານີຢາ ຄາດວ່າຈະເກີດຂຶ້ນລະຫວ່າງເດືອນມິຖຸນາ - ສິງຫາ ປີນີ້. ອີກຢ່າງໜຶ່ງ, ປະກົດແອວນີໂຢ ເກີດຂຶ້ນເມື່ອອຸນຫະພູມນໍ້າທະເລອຸ່ນຂຶ້ນແບບຜິດປົກກະຕິ ຂະນະລານີຢາ ເປັນປະກົດການທີ່ອຸນຫະພູມນໍ້າທະເລບໍລິເວນເສັ້ນສູນສູດໃນມະຫາສະໝຸດປາຊີຟິກກາງ ແລະ ຕາເວັນອອກ ມີຄ່າຕໍ່າກວ່າປົກກະຕິ.