ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ເມສາ ຜ່ານມາ ຢູ່ສຳນັກງານລັດຖະບານ ທີ່ ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດຮັບໃຊ້ອຸດສາຫະກຳທາດເຄິ່ງຊັກນຳໄຟຟ້າ (semiconductor - ເປັນວັດສະດຸທີ່ໃຊ້ໃນການຜະລິດອຸປະກອນເອເລັກໂຕຣນິກ).
ຂ່າວລະບຸວ່າ: ໃນກອງປະຊຸມ, ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່າ: ການຫັນເປັນດີຈີຕອນແມ່ນການຄັດເລືອກຍຸດທະສາດ, ບຸລິມະສິດແຖວໜ້າຂອງ ຫວຽດນາມ. ໃນນັ້ນ, ຂະແໜງອຸດສາຫະກຳທາດເຄິ່ງຊັກນຳໄຟຟ້າ ໄດ້ມີບົດບາດສຳຄັນໃນການຫັນເປັນດີຈີຕອນ; ແມ່ນພື້ນຖານຂອງການຫັນປ່ຽນ 3 ຢ່າງ, ລວມມີ: ການຫັນເປັນດີຈີຕອນ, ເຫັນເປັນສີ ຂຽວ, ຫັນເປັນອັດສະລິຍະ. ທ່ານໃຫ້ຂໍ້ສັງເກດວ່າ: ຍ້ອນສະພາບການໂລກມີການຜັນແປຢ່າງສັບສົນ, ປັດຈຸບັນພວມມີທ່າອ່ຽງຫັນປ່ຽນລະບົບຜະລິດ, ລະບົບສະໜອງໃນທົ່ວໂລກ. ໃນນັ້ນ, ຫວຽດນາມ ໄດ້ກຳນົດວ່າແມ່ນໜຶ່ງໃນຈຳນວນ ໜ້ອຍປະເທດທີ່ໄດ້ຮັບຄວາມສົນໃຈຈາກນັກລົງທຶນ. ນີ້ແມ່ນໂອກາດ, ແຕ່ກໍແມ່ນສິ່ງທ້າທາຍຂອງ ຫວຽດນາມ. ທ່ານເນັ້ນໜັກວ່າ: ໄປພ້ອມກັບບັນດາປັດໄຈທີ່ເປັນທ່າສະດວກ, ຫວຽດນາມ ຕ້ອງຕອບສະໜອງບັນດາເງື່ອນໄຂດ້ານພື້ນຖານໂຄງລ່າງ ແລະ ລະບົບລະບຽບການ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດຮັບໃຊ້ການພັດທະນາຂະແໜງອຸດສາຫະກຳທາດເຄິ່ງຊັກນຳໄຟຟ້າ. ສະນັ້ນ, ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງຊອກຫາມາດຕະການແກ້ໄຂ ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວໃນໄລຍະສັ້ນທີ່ສຸດ.