ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VII ຂອງອົງຄະນະພັກກອງພັນໃຫຍ່ 641 ໄດ້ຈັດຂຶ້ນໃນວັນທີ 25 ເມສາ ນີ້, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຕາງໜ້າບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ກົມນ້ອຍ, ຄະນະພັກ-ຄະນະບັນຊາກອງພັນໃຫຍ່, ພະນັກງານປະຕິວັດອາວຸໂສບໍານານ, ນັກຮົບແຂ່ງຂັນ, ຕະຫຼອດຮອດຜູ້ແທນສະມາຊິກພັກຫຼັກແຫຼ່ງທົ່ວກອງພັນໃຫຍ່ 641 ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນເອກ ສອນແກ້ວ ຜາລີທອງ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 641 ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ຊຶ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນການເຄື່ອນໄຫວຊີ້ນໍາ-ນໍາພາຂອງອົງຄະນະພັກກອງພັນໃຫຍ່ ໃນຕະຫຼອດໄລຍະ 5 ປີຜ່ານມາ, ໂດຍພາຍໃຕ້ການຊີ້ນໍາ-ນຳພາຈາກຄະນະພັກກະຊວງປ້ອງກັນປະເທດ, ອົງຄະນະພັກແຕ່ລະຂັ້ນ ໄດ້ຊີ້ນໍາກົມກອງເອົາໃຈໃສ່ປ້ອງກັນເປົ້າໝາຍຍຸດທະສາດທີ່ສໍາຄັນ (ທາງໜ້າດິນ ແລະ ອາກາດ) ຕາມການມອບໝາຍ; ສົມທົບກັບກົມກອງເພື່ອເຄື່ອນໄຫວປ້ອງກັນເວນຍາມເປົ້າໝາຍສຳຄັນຕ່າງໆ ເຮັດໃຫ້ສະພາບມີຄວາມສະຫງົບປອດໄພໂດຍພື້ນຖານ, ໄປພ້ອມກັນນັ້ນ ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກ ດ້ານການເມືອງ-ແນວຄິດ ເປັນກົກ ແລະ ເປັນໜ້າທີ່ສໍາຄັນ ເຮັດໃຫ້ສະມາຊິກພັກເຂົ້າໃຈ, ເຊື່ອໝັ້ນຕໍ່ການນໍາພາ ແລະ ເປັນເອກະພາບສູງຕໍ່ແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ເຮັດໃຫ້ພາຍໃນພັກມີຄວາມສະຫງົບໜັກແໜ້ນ; ກໍ່ສ້າງພັກ ໄດ້ຢຶດໝັ້ນ ຕາມ 5 ຫຼັກການ 3 ທິດນໍາ ໃນນີ້ໄດ້ປັບປຸງລະບົບການຈັດຕັ້ງຮາກຖານພັກ ເລີ່ມຈາກສ້າງບຸກຄົນສະມາຊິກພັກ ໃຫ້ມີສະຕິຕື່ນຕົວ ເປັນແບບຢ່າງນໍາໜ້າ; ສຸມໃສ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ເປັນໜ້າທີ່ໃຈກາງ, ທັງແມ່ນຄວາມຮັບຜິດຊອບຂອງການຈັດຕັ້ງພັກ ແຕ່ລະຂັ້ນ ແລະ ສະມາຊິກພັກແຕ່ລະສະຫາຍ, ປັດຈຸບັນທົ່ວອົງຄະນະພັກກອງພັນໃຫຍ່ ມີສະມາຊິກພັກ 620 ສະຫາຍ ຍິງ 118 ສະຫາຍ, ສໍາຮອງ 68 ສະຫາຍ; ທຽບໃສ່ ກອງປະຊຸມໃຫຍ່ ຄັ້ງຜ່ານມາ, ສະມາຊິກພັກ ເພີ່ມຂຶ້ນ 47,10%; ການຈັດຕັ້ງພັກ ມີ: 1 ອົງຄະນະພັກ, 5 ຄະນະພັກຮາກຖານ, 5 ໜ່ວຍພັກຮາກຖານ ແລະ 20 ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ; ໄດ້ຕີລາຄາແບ່ງປະເພດສະມາຊິກພັກ ແຂງ 578 ສະຫາຍ, ກາງ 35 ສະຫາຍ, ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ 23 ໜ່ວຍພັກ, ທຽບໃສ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ເພີ່ມຂຶ້ນ 47,82%; ຄະນະພັກຮາກຖານແຂງ 5 ຄະນະ, ໜ່ວຍພັກຮາກຖານ ແຂງ 5 ໜ່ວຍພັກຂຶ້ນກັບ, ຄະນະພັກຮາກຖານແຂງ 18 ໜ່ວຍ ແລະ ກາງ 2 ໜ່ວຍ; ຂະຫຍາຍມະຫາຊົນກ້າວໜ້າ ເຂົ້າພັກສຳຮອງ 231 ສະຫາຍ ຍິງ 41 ສະຫາຍ.
ໃນກອງປະຊຸມຜູ້ແທນສະມາຊິກພັກ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາສະຫາຍ ພັນເອກ ສອນແກ້ວ ຜາລີທອງ ເປັນເລຂາຄະນະພັກ, ສະຫາຍ ພັນເອກ ນວນຕາ ທັນມະຈັກ ເປັນຮອງເລຂາຄະນະພັກ ແລະ ສະຫາຍພັນໂທ ທອງສະລິດ ແສງຈັນທະບູລີ ເປັນປະທານຄະນະກວດກາພັກ, ສະຫາຍ ພັນໂທ ອຸດົມ ວັງວຽງ ເປັນຮອງປະທານຄະນະກວດກາພັກ ແລະ ສະຫາຍພັນໂທ ວົງສີ ສີອໍາພອນ ເປັນຮອງປະທານຄະນະກວດກາພັກ, ພ້ອມທັງເລືອກເອົາຄະນະປະຈໍາພັກ ຈຳນວນ 3 ສະຫາຍ ຄື: ສະຫາຍ ພັນເອກ ສອນແກ້ວ ຜາລີທອງ, ສະຫາຍ ພັນເອກ ນວນຕາ ທັນມະຈັກ, ສະຫາຍພັນໂທ ທອງສະລິດ ແສງຈັນທະບູລີ ແລະ ປ່ອນບັດຄັດເລືອກເອົາຄະນະຜູ້ແທນສົມບູນ, ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນເທິງໄດ້ຕາມລະດັບຄາດໜາຍທີ່ວາງໄວ້.
ໂອກາດນີ້, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຍັງໄດ້ໂອ້ລົມ ເນັ້ນໃຫ້ຄະນະພັກຊຸດໃໝ່ ຈົ່ງສືບຕໍ່ເພີ່ມທະວີບົດບາດການນໍາພາຂອງພັກ, ສ້າງພັກ-ພະນັກງານສືບທອດ-ປ່ຽນແທນ ໃຫ້ມີຄຸນທາດປະຕິວັດ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ ເຂັ້ມງວດ; ສູ້ຊົນສ້າງແຜນກຳນົດພະນັກງານນໍາພາ-ບັນຊາ ຂັ້ນກະຊວງຄຸ້ມຄອງ ແລະ ຄຸ້ມຄອງໃຫ້ສໍາເລັດ; ຍົກສູງຄວາມຮັບຜິດຊອບຕໍ່ວຽກງານອົບຮົມຫັດແອບ ການເມືອງ, ການທະຫານ, ພະລາທິການເຕັກນິກ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດດ້ານສິລະປະຍຸດ-ຍຸດທະວິທີ ມີຄວາມຄ່ອງແຄ້ວ, ສໍານິຊໍານານ; ສ້າງກົມກອງ 3 ປອດ ແລະ ສ້າງໜ່ວຍພັກປອດໃສ ເຂັ້ມໜັກແໜ້ນ ໃຫ້ບັນລຸຕາມແຜນການ ທັງຮັບປະກັນດ້ານຄຸນນະພາບ; ສູ້ຊົນສ້າງກົມກອງ-ນັກຮົບວັດທະນະທຳ ໃຫ້ເພີ່ມຂຶ້ນ, ເຊີດຊູນໍ້າໃຈ: “ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປະຢັດມັດທະຍັດ”; ສຸມໃສ່ສ້າງພະລາທິການກັບທີ່, ຂຸດຄົ້ນທ່າແຮງບົ່ມຊ້ອນຂອງກົມກອງ ເພື່ອປັບປຸງສະຖານທີ່ຄ້າຍຄູ; ຍູ້ແຮງການຜະລິດກະສິກຳ ປູກຝັງ-ລ້ຽງສັດ ຕາມຄວາມສາມາດ, ຜະລິດໃຫ້ຫຼາຍ ເປັນສິນຄ້າ, ສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງກົມກອງ ໃຫ້ນັບມື້ດີຂຶ້ນ; ຍົກສູງຄວາມຮັບຜິດຊອບບົວລະບັດຜັດເຊັດ, ອຸ່ນຈັກ, ສ້ອມແປງ-ປ່ຽນຖ່າຍ, ປົກປັກຮັກສາ, ຄຸ້ມຄອງ, ນໍາໃຊ້ ພາຫະນະເຕັກນິກ, ອາວຸດ-ກະສູນ ແລະ ອຸປະກອນຮັບໃຊ້ການທະຫານ ໃຫ້ມີຄຸນນະພາບສູງ ຮັບປະກັນໃນການອົບຮົມຫັດແອບ, ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ.
ຂ່າວ-ພາບ: ເຊໂປນ