ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກະຊວງ ຖວທ ຂຶ້ນໃນວັນທີ 25 ເມສາ ນີ້ ທີ່ຫໍວັດທະນະທຳແຫ່ງຊາດ, ໂດຍການເປັນປະທ່ານ ຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖວທ, ມີຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ວັນສີ ກົວມົວ ໄດ້ກ່າວວ່າ: ຈຸດປະສົງກອງປະຊຸມຄັ້ງນີ້ ໄດ້ເຜີຍແຜ່ມະຕິຕົກລົງວ່າດ້ວຍການກະກຽມກອງປະຊຸມໃຫຍ່ 3 ຂັ້ນໃນສະໄໝກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກ ກະຊວງ ຖວທ, ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການດຳເນີນກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ, ມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊຸກຍູ້ຕິດຕາມກອງປະຊຸມໃຫຍ່ຂອງຄະນະພັກ, ບົດແນະນຳກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຮາກຖານພັກ ທົ່ວອົງຄະນະພັກກະຊວງ ຖວທ, ມາດຕະຖານເງື່ອນໄຂຜູ້ທີ່ຈະຮັບສະໝັກຄັດເລືອກເຂົ້າເປັນຄະນະພັກຮາກຖານ ແລະ ຄະນະໜ່ວຍພັກຊຸດໃໝ່ ແລະ ແຜນກະກຽມ ແລະ ການດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກຮາກຖານ, ຄະນະໜ່ວຍພັກທົ່ວ ອົງຄະນະພັກ ກະຊວງ ຖວທ.
ທ່ານ ວັນສີ ກົວມົວ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ມີຄະນະບໍລິຫານງານພັກກະຊວງ, ເລຂາ, ຮອງເລຂາ, ກຳມະການຄະນະພັກຮາກຖານ, ກຳມະການຄະນະໜ່ວຍພັກ ພາຍໃນ ກະຊວງ ຖວທ ກໍຄື ແຕ່ລະອະນຸກຳມະການ, ແຕ່ລະພາກສ່ວນ ໃຫ້ເປັນເຈົ້າການປະຕິບັດຕາມມະຕິຕົກລົງ, ຄຳສັ່ງ, ຄຳແນະນຳ ທີ່ໄດ້ກຳນົດໄວ້ຢ່າງເຄັ່ງຂັດ ກໍຄືນຳເອົາມະຕິຄຳສັ່ງດັ່ງກ່າວ, ໄປເຜີຍແຜ່ ແລະ ແບ່ງຄວາມຮັບຜິດຊອບກັນແຕ່ລະໜ້າວຽກໃຫ້ເປັນອັນລະອຽດ, ພ້ອມທັງ ກະກຽມເນື້ອໃນໃຫ້ກະທັດຮັດ, ຊັດເຈນ ສອດຄ່ອງຕາມແນວທາງ, ນະໂຍບາຍ, ລະບຽບການ ແລະ ກົດໝາຍ ເພື່ອເຮັດແນວໃດ ໃຫ້ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກະຊວງ ສຳເລັດຕາມເປົ້າໝາຍທີ່ວາງໄວ້ ຊຶ່ງການດຳເນີນກອງປະຊຸມໃຫຍ່ 3 ຂັ້ນໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກກະຊວງ ຖວທ ກໍຄືກອງປະຊຸມໃຫຍ່ຄະນະພັກຮາກຖານ ແລະ ໜ່ວຍພັກ ແມ່ນບັ້ນດໍາເນີນຊີວິດການເມືອງໜຶ່ງທີ່ເລີກເຊິ່ງ ແນໃສ່ປັບປຸງປົວແປງອົງການຈັດຕັ້ງພັກຢູ່ພາຍໃນກະຊວງໃຫ້ມີຄວາມ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອສາມາດຮັບປະກັນບົດບາດເປັນແກນນຳໃນລະບົບການເມືອງ, ມີຄວາມສາມາດນຳພາວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ໄດ້ຕາມຈຸດໝາຍທີ່ວາງໄວ້.
(ຂ່າວ-ພາບ: ບຸນອູ້ມ)