ວັນທີ 25 ເມສາ ນີ້ ທີ່ສະໂມສອນຫ້ອງວ່າການແຂວງເຊກອງ ໄດ້ຈັດກອງປະຊຸມລະດົມຄວາມເຫັນໃສ່ຮ່າງໂຄງການການເມືອງຂອງພັກ ແລະ ເຊືື່ອມຊຶມເອກະສານສໍາຄັນຂອງພັກ ໃຫ້ການນໍາຂັ້ນສູງບັນດາແຂວງພາກໃຕ້ ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີສະຫາຍຮອງຫົວໜ້າໂຄສະນາອົບຮົມສູນກາງພັກ, ບັນດາສະຫາຍ ເລຂາຄະນະພັກແຂວງ, ຄະນະປະຈຳພັກແຂວງຈາກ 5 ແຂວງພາກໃຕ້ຄື: ເຊກອງ, ອັດຕະປື, ຈຳປາສັກ, ສາລະວັນ ແລະ ສະຫວັນນະເຂດ ເຂົ້າຮ່ວມ, ໂດຍແຂວງເຊກອງໄດ້ຮັບກຽດເປັນເຈົ້າພາບຮ່ວມໃນການຈັດກອງປະຊຸມຄັ້ງນີ້.
ໃນກອງປະຊຸມ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ລາຍງານໂດຍຫຍໍ້ກ່ຽວກັບສະພາບລວມຂອງແຂວງ ແລະ ກ່າວຕ້ອນຮັບຜູ້ແທນກອງປະຊຸມທີ່ມາຈາກສູນກາງ ແລະ ບັນດາແຂວງ, ຫຼັງຈາກນັ້ນ ສະຫາຍ ຄຳພັນ ພົມມະທັດ ກໍໄດ້ໃຫ້ກຽດກ່າວເປີດກອງປະຊຸມ. ໂອກາດດຽວກັນນີ້ ສະຫາຍ ພູວົງ ອຸ່ນຄຳແສນ ກໍໄດ້ລາຍງານໂດຍຫຍໍ້ເນຶ້ອໃນໂຄງການການເມືອງຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງສະຫາຍໃຫ້ຮູ້ວ່າ: ໂຄງການການເມືອງ ໄດ້ແບ່ງອອກເປັນ 3 ພາກ ຄື: ພາກທີ 1 ພັກນໍາພາພາລະກິດປະຕິວັດເຮັດສຳເລັດພາລະກຳປົດປ່ອຍຊາດ ແລະ ກ້າວຂຶ້ນສັງຄົມນິຍົມ; ພາກທີ 2 ບູລະນະລະບອບປະຊາທິປະໄຕ ປະຊາຊົນ ສູ່ຈຸດໝາຍສັງຄົມນິຍົມ ແລະ ພາກທີ 3 ການກໍານົດແນວທາງ ແລະ ໜ້າທີ່ຂອງພັກ. ຈາກນັ້ນ ຜູ້ຕາງໜ້າຈາກບັນດາແຂວງກໍໄດ້ຜັດປ່ຽນກັນຂຶ້ນລາຍງານຜົນຂອງກອງປະຊຸມສຳມະນາຢູ່ແຂວງຂອງຕົນ ແລະ ປະກອບຄໍາເຫັນຕໍ່ຮ່າງເນື້ອໃນໂຄງການການເມືອງ ຂອງພັກ ຊຶ່ງບັນດາສະຫາຍຜູ້ແທນກອງປະຊຸມໄດ້ຕີລາຄາສູງຕໍ່ກັບເນື້ອໃນໂຄງການການເມືອງ ຂອງພັກທີ່ຄະນະ ຮັບຜິດຊອບໄດ້ກະກຽມ ໂດຍຕິດພັນກັບຄໍາເຫັນເຈາະຈີ້ມ ຂອງປະທານກອງປະຊຸມ. ການປະກອບຄໍາເຫັນຄັ້ງນີ້ໄດ້ມີເນື້ອໃນຫຼາກຫຼາຍທີ່ມີລັກສະນະວິທະຍາສາດ ຕໍ່ກັບໂຄງສ້າງທາງດ້ານເນື້ອໃນ, ການຕີລາຄາການນໍາພາຂອງພັກໃນພາລະກິດປະຕິວັດ, ການຕີລາຄາສະພາບການຂອງພາກພື້ນ ແລະ ຂອງໂລກ ໃນປັດຈຸບັນ ພ້ອມດຽວກັນນັ້ນ ກໍຍັງມີຄໍາເຫັນທີ່ມີເນື້ອໃນສໍາຄັນ ໂດຍສະເພາະຕໍ່ກັບການກຳນົດທິດທາງ, ຈຸດໝາຍໃນດ້ານຕ່າງໆ ຢ່າງມີວິທະຍາສາດ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບຍຸກສະໄໝ ແລະ ການປະຕິບັດໜ້າທີ່ການເມືອງຂອງທົ່ວພັກ, ດ້ານຮູບການຈັດວາງເນື້ອໃນຂອງຮ່າງໂຄງການການເມືອງ ກໍໄດ້ມີຄໍາເຫັນຢ່າງກົງໄປກົງມາ ໂດຍສະເພາະດ້ານເຕັກນິກ-ໄວຍະກອນ, ການຈັດວາງ-ຈັດລຽງເນື້ອໃນແຕ່ລະພາກ, ແຕ່ລະປະໂຫຍກ, ແຕ່ລະຄໍາສັບ ເພື່ອໃຫ້ມີຄວາມເໝາະສົມ.
ຕອນທ້າຍກອງປະຊຸມ ສະຫາຍ ຄຳພັນ ພົມມະທັດ ຍັງໄດ້ກ່າວຕື່ມວ່າ: ພາຍຫຼັງສໍາມະນາໃນຄັັ້ງນີ້ ຄະນະຮັບຜິດຊອບຈະໄດ້ສະຫຼຸບລາຍງານເນື້ອໃນ ການດໍາເນີນກອງປະຊຸມ, ການປະກອບຄໍາເຫັນ ຂອງບັນດາແຂວງພາກໃຕ້ ຕໍໍ່ກົມການເມືອງ ແລະ ຈະໄດ້ສືບຕໍໍ່ຄົ້ນຄວ້າປັບປຸງ ເພືີ່ອໃຫ້ເນື້ອໃນໂຄງການການເມືອງຂອງພັກມີຄວາມອຸດົມສົມບູນ ແລະ ເລິກເຊິ່ງຂຶ້ນຕືີ່ມ, ເຮັດໃຫ້ໂຄງການການເມືອງສະບັບດັັ່ງກ່າວ ສ່ອງແສງໄດ້ການຈັດຕັັ້ງນໍາພາຂອງພັກເຮົາຢ່າງຖືກຕ້ອງ, ສອດຄ່ອງກັບຍຸກສະໄໝ ແລະ ການນໍາພາປະເທດຊາດກ້າວຂຶ້ນສັງຄົມນິຍົມຢ່າງບໍໍ່ຢຸດຢັ້ງ; ສືບຕໍໍ່ປະຕິບັດໜ້າທີີ່ການເມືອງ, ບົດບາດການນໍາພາ ຂອງພັກເຮົາໃນທຸກຂົງເຂດວຽກງານ, ເຮັດໃຫ້ການຈັດຕັັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ ເຂົ້າສູ່ຕົວຈິງຢູ່ຂັັ້ນທ້ອງຖິີ່ນຮາກຖານຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນງານອັນຍິີ່ງໃຫຍ່ກວ່າເກົ່າ.
ຂ່າວ-ພາບ: ຕູ່ນາ ເລົ່າຖາວອນ