ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2024 ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 25 ເມສາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພຶດສະພາ 2024.
ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 2 ວັນ ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ບັນດາຫົວຂໍ້ ທີ່ສໍາຄັນດັ່ງນີ້:
ສະຫຼຸບການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈຳເດືອນເມສາ ແລະ ທິດທາງແຜນການປະຈຳເດືອນພຶດສະພາ 2024 ຂອງລັດຖະບານ; ການຈັດຕັ້ງປະຕິບັດ ຄໍາສັ່ງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ສະບັບເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023 ແລະ ສະພາບມົນລະພິດໝອກຄວັນ; ການຈັດຕັ້ງປະຕິບັດ ມະຕິຕົກລົງ ສະບັບເລກທີ 09/ລບ ກ່ຽວກັບການປັບປຸງຄຸນນະພາບການສຶກສາ ແລະ ການແກ້ໄຂບັນຫາການປະລະການຮຽນຂອງນັກຮຽນ.
ການກະກຽມເນື້ອໃນລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ໂດຍສະເພາະ ການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ; ລາຍ​ງານຜົນ​ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ​ດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລ​ຍະ 6 ເດືອນຕົ້ນປີ ແລະ ທິດ​ທາງ​ແຜນ​ການ 6 ເດືອນທ້າຍ​ປີ 2024.
ຮ່າງແຜນຍຸດທະສາດ ການພັດທະນາເຂດເສດຖະກິດພິເສດ ແຕ່ປີ 2021-2030.
ຮ່າງຍຸດທະສາດແຫ່ງຊາດ ກ່ຽວກັບຜູ້ສູງອາຍຸ ໄລຍະ 10 ປີ.
ຮ່າງຍຸດທະສາດປ່າໄມ້ ຮອດປີ 2035 ແລະ ວິໄສທັດຮອດປີ 2050 ສະບັບປັບປຸງ.
ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງການຄ້າຂາຍສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ ສະ ບັບປັບປຸງ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫຼັບສັບຊ້ອນ ໂດຍສະເພາະບັນຫາຂໍ້ຂັດແຍ່ງຕ່າງໆ, ບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວ ຂອງເສດຖະກິດໂລກ ເວົ້າລວມ, ເວົ້າສະເພາະ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ; ໄດ້ຍົກໃຫ້ເຫັນບາງວຽກງານພາຍໃນປະເທດ ທີ່ຈະຕ້ອງໄດ້ພ້ອມກັນສຸມທຸກກຳລັງ ທົ່ວສັງຄົມ ຈັດຕັ້ງປະຕິບັດແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນການຄວບຄຸມລາຄາສິນຄ້າ, ອັດຕາແລກປ່ຽນ, ອັດຕາເງິນເຟີ້, ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ; ລວມທັງສຸມໃສ່ການແກ້ໄຂບັນຫາມົນລະພິດທາງອາກາດ ເພື່ອບໍ່ໃຫ້ກະທົບຕໍ່ສຸຂະພາບຂອງປະຊາຊົນ, ການພັດທະນາເສດຖະກິດ-ສັງຄົມ ແລະ ການທ່ອງທ່ຽວລາວ ໃນໄລຍະກາງ ແລະ ໄລຍະຍາວ ເນື່ອງຈາກປັດຈຸບັນ ອາກາດຮ້ອນ ແລະ ມີສະພາບການຈູດປ່າ, ຈູດໄຮ່ ແລະ ຈູດນາເຮື້ອ ເພື່ອທໍາການຜະລິດ ເຮັດໃຫ້ເກີດໄຟໄໝ້ລາມປ່າ ແລະ ການຈູດຂີ້ເຫຍື້ອ.
ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນເອົາ ໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະນາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດ ຢ່າງມີຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້, ທັງເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງລັດຖະບານ ມີປະສິດທິຜົນ ແລະ ເປັນຮູບປະທໍາຕົວຈິງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.