ບໍລິສັດ ລາວຟອດຊີຕີ ຕົວແທນຜູ້ຈັດຈຳໜ່າຍ ຜະລິດຕະພັນລົດຟອດຢ່າງເປັນທາງການໃນລາວ ໄດ້ເປັນຕົວແທນມອບເງິນທຶນສະໜັບສະໜູນຈາກ ບໍລິສັດ ຟອດ ມໍເຕີ ຈໍານວນ 20.000 ໂດລາ ໃຫ້ແກ່ໂຄງການເກັບກູ້ລະເບີດບໍ່ທັນແຕກ ເພື່ອຊ່ວຍເຫຼືອ ແລະ ບູລະນະໂຮງຮຽນ ທີ່ໄດ້ຮັບຜົນກະທົບຈາກລະເບີດທີ່ບໍ່ທັນແຕກທີ່ແຂວງຊຽງຂວາງ.
ການມອບຮັບເງິນສະໜັບສະໜູນຄັ້ງນີ້ໄດ້ຈັດຂຶ້ນໃນວັນທີ 24 ເມສາ ຜ່ານມາ ທີ່ສູນຂາຍລົດຟອດ ບ້ານຂຸນຕາທົ່ງເມືອງສີໂຄດຕະບອງນະຄອນຫຼວງວຽງຈັນ ໂດຍ ທ່ານ ບີຈູ ນາລາຢານານ ຜູ້ບໍລິຫານກຸ່ມລົດຍົນ ຂອງບໍລິສັດອາເອັມເອລາວຊຶ່ງເປັນບໍລິສັດແມ່ຂອງລາວຟອດຊີຕີໄດ້ຂຶ້ນມອບໃຫ້ແກ່ ອົງກອນ UXO Clearance Solutions ເປັນອົງກອນທີ່ເຮັດວຽກກ່ຽວກັບການເກັບກູ້ລະເບີດທີ່ບໍ່ທັນແຕກໃນແຂວງຊຽງຂວາງ; ຂຶ້ນຮັບໂດຍ ທ່ານ ເອລອນ ຮາເຢສ (Aaron Hayes) ປະທານບໍລິຫານອົງການດັ່ງກ່າວ ພ້ອມດ້ວຍ ທ່ານ ມິເຊວ ວີເຮມເຊັນ (Michael Vilhelmsen) ຫົວໜ້າໂຄງການຂອງອົງການ ແລະ ທ່ານ ບຸນປະສິດ ໄຊຍະວົງ ທີ່ປຶກສາອົງການດັ່ງກ່າວ.
ໃນຫຼາຍໆປີທີ່ຜ່ານມາເຮົາຈະເຫັນໄດ້ວ່າ: ຟອດມໍເຕີ ແລະ ລາວຟອດຊີຕີ ໃຫ້ຄວາມສຳຄັນຕໍ່ສັງຄົມ ແລະ ໄດ້ເປັນສ່ວນໜຶ່ງໃນການຊ່ວຍເຫຼືອສັງຄົມໃນດ້ານຕ່າງໆບໍ່ວ່າຈະເປັນການຊ່ວຍເຫຼືອນ້ຳຖ້ວມທີ່ ເມືອງຄູນຄຳ ແຂວງຄຳມ່ວນ, ຊ່ວຍເຫຼືອເດັກນ້ອຍພິການໃນໂຄງການຂອງ Hand of Hope ແລະ ໃນເດືອນກຸມພາ ທີ່ຜ່ານມານີ້ ບໍລິສັດ ລາວຟອດຊິຕີ ໄດ້ໄປຊ່ວຍເຫຼືອ ບໍລິຈາກອຸປະກອນການຮຽນໃຫ້ນັກຮຽນທີ່ໂຮງຮຽນ ໜອງຈອງ ເມືອງຈອມເພັດ ແຂວງຫຼວງພະບາງອີກດ້ວຍ.