ສະພາປະຊາຊົນແຂວງອັດຕະປື ຈັດກອງປະຊຸມຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານໂຄສະນາ ເຜີຍແຜ່ລັດຖະທໍາມະນູນ ແລະ ກົດໝາຍ ໃນວັນທີ 23 ເມສາ ຜ່ານມາໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ປະທານກໍາມາທິການກົດໝາຍ, ມີທ່ານ ສຸກສໍາລານ ໄຊຍະແສງ ຮອງປະທານສະພາປະຊາຊົນແຂວງອັດຕະປື ພ້ອມດ້ວຍສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 17, ກອງບັນຊາການ ປກສ ແລະພະນັກງານ-ວິຊາການເຂົ້າຮ່ວມ.
ທ່ານ ຈະເລີນ ເຢຍປາວເຮີ ໄດ້ກ່າວວ່າ: ການໂຄສະນາເຜີຍແຜ່ ລັດຖະທໍາມະນູນ ແລະ ກົດໝາຍ ແມ່ນວຽກທີ່ສໍາຄັນອັນໜຶ່ງໃນວຽກງານການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຊຶ່ງພັກເຮົາໄດ້ມີແນວທາງນະໂຍບາຍວ່າດ້ວຍການສ້າງລັດທີ່ປົກຄອງດ້ວຍກົດໝາຍ ມາແຕ່ກອງປະຊຸມໃຫຍ່ຄັ້ງທີ VIII ເປັນຕົ້ນມາ, ລັດກໍໄດ້ມີແຜນແມ່ບົດ ຫຼື ແຜນຍຸດທະສາດ ວ່າດ້ວຍການສ້າງລັດທີ່ປົກຄອງດ້ວຍກົດໝາຍ ນັບແຕ່ປີ2010ແລະໄດ້ສ້າງໃຫ້ມີກົດໝາຍທີ່ເປັນລະບົບຄົບຊຸດ ຮັດກຸມ ສອດຄ່ອງແທດເໝາະກັບໜ້າທີ່ການເມືອງຂອງພັກ, ສະພາບການຕົວຈິງພາຍໃນປະເທດ ແລະ ສາກົນ ໃນແຕ່ລະໄລຍະ. ມາຮອດປັດຈຸບັດລັດໄດ້ປະກາດໃຊ້ກົດໝາຍທັງໝົດ 167 ສະບັບ. ກອງປະຊຸມຄັ້ງນີ້ ກໍເພື່ອສ້າງຄວາມຮັບຮູ້, ສະຕິເຄົາລົບ ແລະ ປະຕິບັດກົດໝາຍໃນທົ່ວສັງຄົມໃຫ້ສູງຂຶ້ນ, ຈັດຕັ້ງປະຕິບັດກົດໝາຍ ຫຼື ບັງຄັບປະຕິບັດກົດໝາຍຂອງລັດ, ຂອງລະບອບການເມືອງ ໃຫ້ສັກສິດ ແລະ ເຂັ້ມງວດ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການລາຍງານຂອງພະແນກຍຸຕິທໍາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການໂຄສະນາເຜີຍແຜ່ ລັດຖະທໍາມະນູນ ແລະ ກົດໝາຍ ຢູ່ແຂວງອັດຕະປື ແລະ ໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນ ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ຢ່າງກົງໄປກົງມາ ມີເຫດມີຜົນ ຢ່າງພາວະວິໄສ ແລະ ແທດກັບສະພາບການຕົວຈິງໃນການຂະຫຍາຍຕົວຂອງສະພາບເສດຖະກິດ-ສັງຄົມໃນປັດຈຸບັນ ເພື່ອຈະໄດ້ພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ ເພື່ອເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໃຫ້ເປັນຮູບປະທໍາຂຶ້ນເທື່ອລະກ້າວ. ນອກຈາກນີ້, ຍັງໄດ້ຮັບຟັງການເຜີຍແຜ່ຄໍາແນະນໍາຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການສະຫລຸບຕິລາຄາການໂຄສະນາເຜີຍແຜ່ກົດໝາຍໃນທົ່ວປະເທດ.
ໃນມື້ດຽວກັນ, ທ່ານ ຈະເລີນ ເຢຍປາວເຮີ ແລະ ທ່ານ ສຸກສໍາລານ ໄຊຍະແສງ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ບໍລິສັດ ທາໂກ ອາກຣິ ຢູ່ບ້ານຫາດຊັນ ເມືອງໄຊເສດຖາ ແຂວງອັດຕະປື ຊຶ່ງເປັນບໍລິສັດໃຫຍ່ ມີການລົງທຶນຫຼາຍໃນຂະແໜງກະສິກໍາ ໂດຍສະເພາະ ປູກຢາງພາລາ, ປູກກ້ວຍ ແລະ ລ້ຽງງົວພັນຊີ້ນ.
ແຫຼ່ງຂ່າວ:ຂປລ