ໃນຂະນະທີ່ ທົ່ວໂລກກໍາລັງປະເຊີນໜ້າກັບຜົນກະທົບພາຍຫລັງການລະບາດຂອງພະຍາດໂຄວິດ-19, ວິກິດການດ້ານເສດຖະກິດ ແລະ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ສິດທິດ້ານສຸຂະພາບຂອງທຸກຄົນ ແລະ ອື່ນໆ. ເຖິງຢ່າງໃດກໍຕາມ, ໃນ ສປປ ລາວ, ການຮ່ວມມືລະຫວ່າງກະຊວງສາທາລະນະສຸກແຫ່ງ ສປປ ລາວ, ລັດຖະບານລຸກຊໍາບວກ ແລະ ສາມອົງການສະຫະປະຊາຊາດເຊັ່ນ: UNICEF, UNFPA, ແລະ WHO ພວມເນັ້ນໜັກໃສ່ຍຸດທະສາດການປົກປ້ອງສິດທິດ້ານສຸຂະພາບຂອງທຸກຄົນ ພ້ອມທັງຊຸກຍູ້ການພັດທະນາປະເທດຊາດ.ການຮ່ວມມືດັ່ງກ່າວແມ່ນແຜນງານຮ່ວມລະຫວ່າງອົງການສະຫະປະຊາຊາດ ຊຶ່ງເປັນຍຸດທະສາດຮາກຖານຂອງອົງການ ໂດຍແມ່ນການລົງທຶນໃສ່ດ້ານສຸຂະພາບທີ່ກວມເອົາວຽກງານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກ ແລະ ໄວໜຸ່ມ.
ເນື້ອໃນຂອງຍຸດທະສາດດັ່ງກ່າວມີຫຼາຍອົງປະກອບເຊັ່ນ: ການສ້າງຄວາມເຂັ້ມແຂງໃຫ້ການບໍລິການສຸຂະພາບຂັ້ນຕົ້ນໂດຍການພັດທະນາຂີດຄວາມສາມາດຂອງຜູ້ໃຫ້ບໍລິການ; ການສະໜັບສະໜູນດ້ານອຸປະກອນ, ຢາ ແລະ ວັກຊິນ; ແລະ ການປັບປຸງລະບົບຂໍ້ມູນໂດຍເນັ້ນໃສ່ການດູແລເດັກໃນໄລຍະ 1.000 ວັນທໍາອິດໃນຊີວິດຂອງເຂົາເຈົ້າ. ແນ່ນອນວ່າພະນັກງານສາທາລະນະສຸກ ແມ່ນຢູ່ແຖວແນວໜ້າໃນຄວາມພະຍາຍາມອັນໃຫຍ່ຫຼວງນີ້, ເພື່ອສະໜອງການບໍລິການທີ່ຈຳເປັນຢູ່ໃນເຂດຊົນນະບົດ ແລະ ເຂດທີ່ເຂົ້າເຖິງຍາກ. ດັ່ງນັ້ນ, ການເສີມສ້າງທັກສະຂອງເຂົາເຈົ້າ ແລະ ຮັບປະກັນວ່າພວກເຂົາສາມາດເຂົ້າເຖິງຊັບພະຍາກອນທີ່ຈໍາເປັນຕ່າງໆ ບໍ່ພຽງແຕ່ເປັນການລົງທຶນໃສ່ອາຊີບຂອງພວກເຂົາເທົ່ານັ້ນ ແຕ່ຍັງເປັນການລົງທຶນໃສ່ພື້ນຖານໂຄງລ່າງດ້ານສາທາລະນະສຸກແຫ່ງຊາດ. ແຜນງານຂອງພວກເຮົາ ຍັງສຸມໃສ່ຄວາມສໍາຄັນດ້ານສຸຂະພາບຂອງໄວໜຸ່ມເຊັ່ນດຽວກັນ. ໄວໜຸ່ມແມ່ນກຸ່ມປະຊາກອນທີ່ສຳຄັນຂອງປະເທດລາວ ແລະ ການເປັນຢູ່ທີ່ດີຂອງເຂົາເຈົ້າ ກໍມີຜົນກະທົບໂດຍກົງຕໍ່ອະນາຄົດຂອງປະເທດ. ການແກ້ໄຂຄວາມຕ້ອງການດ້ານສຸຂະພາບລວມທັງສຸຂະພາບຈິດ, ສຸຂະພາບທາງເພດແລະສຸຂະພາບຈະເລີນພັນ ແລະດ້ານໂພຊະນາການຂອງເຂົາເຈົ້າ, ພວກເຮົາສາມາດສະໜັບສະໜູນການພັດທະນາບຸກຄົນ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຂອງ ສປປ ລາວ. ທີ່ສຳຄັນທີ່ສຸດ, ແຜນງານດັ່ງກ່າວ ຍັງໄດ້ເນັ້ນໜັກໃສ່ການເພີ່ມທະວີການຄຸ້ມຄອງ ແລະ ການປະສານງານຂອງກະຊວງສາທາລະນະສຸກ ກັບ ບັນດາຄູ່ຮ່ວມງານ ເພື່ອປະສານງານກັນຢ່າງແໜ້ນແຟ້ນ.
ໃນປີ 2011 ໄດ້ທີ່ເລີ່ມປະຕິບັດໂຄງການນີ້ ຊຶ່ງປັດຈຸບັນແມ່ນຢູ່ໃນໄລຍະທີ 3ຊຶ່ງມີຄວາມຄືບໜ້າຫຼາຍຢ່າງເຊັ່ນ: ການຫຼຸດອັດຕາການຕາຍຂອງເດັກເກີດໃໝ່ ແລະ ເດັກນ້ອຍ ຊຶ່ງໃນປັດຈຸບັນແມ່ນຢູ່ທີ່ອັດຕາ 12 ຄົນຕໍ່ 1.000 ການເກີດທີ່ມີຊີວິດສໍາລັບເດັກເກີດໃໝ່ ແລະ 28 ຄົນຕໍ່ 1.000 ການເກີດທີ່ມີຊີວິດສໍາລັບເດັກລຸ່ມ 5 ປີ, ຕາມລໍາດັບ; ອັດຕາການຕາຍຂອງແມ່ແມ່ນຫຼຸດລົງຢ່າງຫຼວງຫຼາຍໃນທົດສະວັດທີ່ຜ່ານມາ ຢູ່ທີ່ 126 ຄົນຕໍ່ 100.000 ການເກີດທີ່ມີຊີວິດ ອີງຕາມການຄາດຄະເນຂອງອົງການສະຫະປະຊາຊາດ ສໍາລັບປີ 2023.
ແນວໃດກໍຕາມ, ຄວາມພະຍາຍາມຂອງພວກເຮົາຍັງຖືກກີດຂວາງຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ລະບົບສຸຂະພາບມີຄວາມອ່ອນແອ. ດັ່ງນັ້ນຍິ່ງມີຄວາມຈໍາເປັນໃນການປັບປຸງຄຸນນະພາບ ແລະ ການເຂົ້າເຖິງການບໍລິການດ້ານສາທາລະນະສຸກ, ໂດຍສະເພາະແມ່ນໃນບັນດາບ້ານທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ຊຸມຊົນທີ່ດ້ອຍໂອກາດ.
ການລົງຢ້ຽມຢາມຮ່ວມກັນຂອງກະຊວງສາທາລະນະສຸກ, ສະຖານທູດລຸກຊໍາບວກ ປະຈຳ ສປປ ລາວ, ອົງການ UNICEF, UNFPAແລະ ອົງການWHOທີ່ແຂວງບໍ່ແກ້ວໃນທ້າຍປີທີ່ຜ່ານມາ ກໍໄດ້ຍົກໃຫ້ເຫັນເຖິງວຽກງານທີ່ຍັງຄົງຄ້າງ ລວມທັງວຽກງານການຫຼຸດຜ່ອນອັດຕາການເຈັບເປັນ ແລະ ການຕາຍຂອງແມ່, ພ້ອມທັງຄວາມຕ້ອງການທີ່ບໍ່ໄດ້ຮັບການຕອບສະໜອງສໍາລັບການສະໜັບສະໜູນດ້ານການວາງແຜນຄອບຄົວ. ເຖິງວ່າພວກເຮົາປະເຊີນກັບຄວາມຫຍຸ້ງຍາກ, ແຕ່ພວກເຮົາຍັງແນມເຫັນໂອກາດ. ຄວາມຄືບໜ້າແມ່ນມີຄວາມເປັນໄປໄດ້ຖ້າມີການລົງທຶນ ແລະ ຄໍາໝັ້ນສັນຍາທີ່ເໝາະສົມຮ່ວມກັນ. ຍົກຕົວຢ່າງ, ການແຜ່ລະບາດຂອງພະຍາດ ໂຄວິດ-19 ກໍໄດ້ກະຕຸກຊຸກຍູ້ ໃຫ້ມີນະວັດຕະກໍາດ້ານສຸຂະພາບ, ໂດຍສະເພາະແມ່ນການນໍາໃຊ້ເຕັກໂນໂລຊີດີຈິຕອນໃນການໃຫ້ບໍລິການສຸຂະພາບ ຊຶ່ງເປັນເຄື່ອງມືທີ່ສໍາຄັນໃນການເຂົ້າເຖິງການດູແລສຸຂະພາບໃນປະເທດ. ຄວາມຄືບໜ້າທີ່ກ່າວມານີ້ບໍ່ໄດ້ເປັນພຽງແຕ່ມາດຕະການຊົ່ວຄາວ, ແຕ່ສາມາດກ້າວໄປເປັນລະບົບການດູແລສຸຂະພາບທີ່ຍາວນານ ແລະ ເຂົ້າເຖິງງ່າຍຂຶ້ນ ຊຶ່ງສາມາດເອົາຊະນະຕໍ່ຄວາມກົດດັນໃນດ້ານການປ່ຽນແປງດິນຟ້າອາກາດ ແລະ ໄພຂົ່ມຂູ່ອື່ນໆຂອງໂລກ.
ເນື່ອງໃນໂອກາດການສະເຫຼີມສະຫຼອງວັນສຸຂະພາບໂລກປີ 2024 ໃນຫົວຂໍ້ “ສຸຂະພາບຂອງຂ້ອຍ, ສິດທິຂອງຂ້ອຍ”, ພວກເຮົາຮຽກຮ້ອງໃຫ້ມີການປະຕິບັດເພື່ອເຄົາລົບ, ປົກປັກຮັກສາແລະບັນລຸສິດທິດ້ານສຸຂະພາບຂອງທຸກຄົນໃນ ສປປ ລາວ ຄື: ຢຶດໝັ້ນຄຳໝັ້ນສັນຍາທີ່ຈະບໍ່ຖິ້ມໃຜໄວ້ຂ້າງຫຼັງ ເມື່ອເວົ້າເຖິງການປົກຄຸມການເຂົ້າເຖິງບໍລິການດ້ານສຸຂະພາບຢ່າງທົ່ວເຖິງ. ພວກເຮົາສາມາດບັນລຸສິ່ງນີ້ໄດ້ໂດຍການສຸມຄວາມພະຍາຍາມຂອງພວກເຮົາໃສ່ໃນການຜັນຂະຫຍາຍການເຂົ້າເຖິງການບໍລິການສຸຂະພາບທີ່ມີຄຸນນະພາບໃນເຂດຫ່າງໄກສອກຫຼີກ, ລວມທັງຜ່ານການບັງຄັບໃຊ້ກົດໝາຍການດູແລສຸຂະພາບຂັ້ນຕົ້ນທີ່ໄດ້ຖືກຮັບຮອງຫວ່າງບໍ່ດົນມານີ້; ປັບປຸງລະບົບການເກັບກຳຂໍ້ມູນແບບດີຈີຕອນ ໂດຍເລີ່ມຈາກ ລະບົບລົງທະບຽນສັກຢາກັນພະຍາດ ແບບເອເລັກໂຕຣນິກ, ລະບົບຕິດຕາມອຸນຫະພູມແບບທາງໄກຄຽງຄູ່ກັບເຄື່ອງມືການຮຽນທາງເອເລັກໂຕຣນິກ ດ້ານການສັກຢາກັນພະຍາດ ແລະ ແອັບພລິເຄເຊິນການດູແລເດັກແບບເຊື່ອມສານ (IMNCI) ຂອງປະເທດລາວ; ສ້າງຂີດຄວາມສາມາດຂອງອາສາສະໝັກສາທາລະນະສຸກຂັ້ນບ້ານ ທີ່ເຮັດໜ້າທີ່ເປັນຂົວຕໍ່ຫາຊຸມຊົນ; ເພີ່ມງົບປະມານ ແລະ ການລົງທຶນດ້ານສຸຂະພາບ. ເຖິງເວລາແລ້ວ ທີ່ ສປປ ລາວ ຈະຕ້ອງເພີ່ມງົບປະມານດ້ານສາທາລະນະສຸກ ຕາມຄໍາໝັ້ນສັນຍາທີ່ຈະຈັດສັນງົບປະມານ9%. ການລົງທຶນດ້ານສຸຂະພາບກໍຄືການລົງທຶນໃສ່ອະນາຄົດຂອງປະເທດ ແລະ ການຊ່ວຍຊີວິດ; ຜັນຂະຫຍາຍຄໍາໝັ້ນສັນຍາໃນກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ຄໍາໝັ້ນສັນຍາວ່າດ້ວຍວຽກງານວາງແຜນຄອບຄົວຮອດປີ 2030 ໂດຍການເສີມຂະຫຍາຍການເຂົ້າເຖິງການປົກຄຸມສຸຂະພາບທົ່ວປວງຊົນ, ຮັບປະກັນໃຫ້ມີການປັບປຸງການຄຸ້ມຄອງລະບົບການສະໜອງອຸປະກອນການເເພດຕ່າງໆ, ການເຂົ້າເຖິງການບໍລິການທີ່ເປັນມິດແກ່ໄວໜຸ່ມ, ໂດຍສະເພາະໃນເຂດທີ່ເຂົ້າເຖິງຍາກ ໂດຍການບັນຈຸສັບຊ້ອນຜະດຸງຄັນ ແລະ ຜູ້ໃຫ້ບໍລິການສຸຂະພາບທີ່ຜ່ານການຝຶກອົບຮົມມາເປັນຢ່າງດີ.
ສປປ ລາວ ຍັງມີສິ່ງທ້າທາຍຫຼາຍດ້ານທີ່ຈະບັນລຸແຜນພັດທະນາດ້ານສຸຂະພາບ ແຕ່ກໍເຊື່ອໝັ້ນວ່າພາຍໃຕ້ການຮ່ວມມືອັນດີ ກັບປະເທດເພື່ອນມິດສາກົນໂດຍສະເພາະແມ່ນປະເທດລຸກຊໍາບວກ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນຢ່າງບໍ່ຢຸດຢັ້ງ ເພື່ອສົ່ງເສີມສຸຂະພາບທີ່ດີໃນສປປ ລາວ ໂດຍການສືບຕໍ່ໃຫ້ບຸລິມະສິດແກ່ວຽກງານສຸຂະພາບ ເພື່ອເປັນພື້ນຖານຂອງການພັດທະນາປະເທດຊາດ ແລະ ການຈັດຕັ້ງປະຕິບັດຂໍ້ເເນະນຳເຫຼົ່ານີ້, ສປປ ລາວ ຈະມີຄວາມພ້ອມຫຼາຍຂຶ້ນໃນການຮັບມືກັບສິ່ງທ້າທາຍດ້ານສຸຂະພາບຕ່າງໆໃນອະນາຄົດ.