ກອງປະຊຸມປະຈຳໄຕມາດ1ປີ ແລະວາງແຜນໄຕມາດ 2 ປີ2024ຂອງໂຄງການພັດທະນາພື້ນຖານໂຄ່ງລ່າງຊົນນະບົດ ແລະຄຸ້ມຄອງອ່າງໂຕ່ງແບບຢືນຍົງ(ພຊຄ)ແລະໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ(ຊກຂ)ໄດ້ຈັດຂຶ້ນໃນວັນທີ 25 ເມສານີ້ ທີ່ ເມືອງປາກລາຍແຂວງໄຊຍະບູລີໂດຍມີທ່ານ ຄຳຝັ້ນ ວົງສະຫັວນ ຮອງເຈົ້າເມືອງປາກລາຍ,ຜູ້ຊີ້ນຳຂົງເຂດເສດຖະກິດ,ມີບັນຜູ້ຕາງໜ້າໂຄງການ,ພະນັກງານປະຕິບັດກິດຈະກຳຂອງໂຄງການຂັ້ນເມືອງເຂົ້າຮ່ວມ.
ທ່ານ ສຸລິຈັນ ສິລະປະມວນຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກລາຍໄດ້ກ່າວວ່າ:ຄວາມຄືບໜ້າໂຄງການ ພຊຄໄດ້ສຳເລັດການລົງເກັບກໍາຂໍ້ມູນ ແລະ ສົ່ງເສີມການຜະລິດ(ປູກພືດມູນຄ່າສູງ)ຮ່ວມກັບຊ່ຽວຊານທຸລະກິດກະສິກໍາໂຄງການກໍ່ສ້າງສ້ອມແປງຊົນລະປະທານນໍ້າຍາງ 3 ບ້ານ ປ່າໄລ່ ເຊັ່ນ: ບ້ານ ປ່າໄລ່ປູກຫມາກຖົ່ວເຫຼືອງຝັກສົດ, ສາລີຫວານ,ຜັກບົ່ວ, ຜັກທຽມ, ຫມາກແຕງຄ້າງ, ກະລໍ່າປີ, ຖົ່ວຝັກຍາວ ແລະ ເຂົ້ານາແຊງ; ບ້ານ ລາດສະຫວ່າງປູກສາລີຫວານ, ຜັກບົ່ວ, ຜັກທຽມ, ຫມາກແຕງຄ້າງ, ກະລໍ່າປີ, ຫມາກໂມ ແລະ ເຂົ້ານາແຊງ; ບ້ານ ປົ່ງຫວານປູກສາລີຫວານ, ຜັກບົ່ວ, ຜັກທຽມ, ຫມາກແຕງຄ້າງ, ກະລໍ່າປີ, ຖົ່ວຝັກຍາວ ແລະ ເຂົ້ານາແຊງ,ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ ປີ 2024 ການຈັດຕັ້ງປະຕິບັດວຽກໂຄງການທຽບໃສ່ແຜນປະຈຳໄຕມາດປະຕິບັດໄດ້28% ຂອງແຜນການ, ແຜນປີປະຕິບັດໄດ້ 6,97%.
ການສົ່ງເສີມການຜະລິດເປັນສິນຄ້າຂະໜາດນ້ອຍ:ໄດ້ສໍາເລັດການສ້າງຕັ້ງກຸ່ມຜະລິດປີ 2023 ຝຶກອົບຮົມພາລະບົດບາດ - ໜ້າທີ່ ແລະ ນໍາພາກຸ່ມຜະລິດ ຂຽນແຜນຂໍທຶນສົມທົບດ້ານປັດໃຈການຜະລິດ, ຈໍານວນ 5 ກຸ່ມ ເທົ່າກັບ 100% ຂອງແຜນການ (ແຜນການ 5 ກຸ່ມ) ມີມູນຄ່າລວມທັງໝົດ 678.133.000 ກີບ ແລະ ໄດ້ນຳພາກຸ່ມຜະລິດເປີດບັນຊີຂອງກຸ່ມ.
ສຳລັບການກໍ່ສ້າງລະບົບພື້ນຖານໂຄງລ່າງ:ໄດ້ສໍາເລັດການລົງສໍາຫຼວດເກັບກຳຂໍ້ມູນພາກສະໜາມ, ອອກແບບຄິດໄລ່, ພ້ອມທັງຂຽນບົດສະເໜີຂໍທຶນສົົມທົບເພື່ອປັບປຸງກໍ່ສ້າງຊົນລະປະທານຂະໜາດນ້ອຍໃນບ້ານເປົ້າໝາຍປີ 2023 ຈໍານວນ 5 ແຫ່ງ ເທົ່າກັບ 100% ຂອງແຜນການ, ມີມູນຄ່າລວມທັງໝົດ 964.923.000 ກີບ; ການລົງທຶນດ້ານທຸລະກິດກະສິກໍາ: ສຳເລັດການອອກແຈ້ງການຮັບສະໝັກບັນດາຜູ້ປະກອບການດ້ານທຸລະກິດກະສິກຳເຊັ່ນ: ຮ້ານຊື້-ຂາຍປັດໃຈການຜະລິດ, ຮ້ານເກັບຊື້ຜົນຜະລິດ ແລະ ຮ້ານສ້ອມແປງກົນຈັກກະສິກຳ, ເພື່ອເຂົ້າຮ່ວມກິດຈະກຳອົງປະກອບ 2 ກ່ຽວກັບການພັດທະນາຕ່ອງໂສ້ມູນຄ່າ ລະຫວ່າງກຸ່ມຜະລິດ ແລະ ຜູ້ປະກອບການຕ່າງໆທົ່ວເມືອງປາກລາຍ.
ລົງຊຸກຍູ້ຕິດຕາມກຸ່ມຜະລິດໃນປີ 2021 ໄດ້ 3 ກຸ່ມ ພ້ອມທັງປະເມີນການຈັດຕັ້ງປະຕິບັດກິດຈະກຳຂອງກຸ່ມເຊັ່ນ: ບ້ານ ວັງຍາວ: ມີສະມາຊິກກຸ່ມທັງໝົດ 20 ຄອບຄົວ, ມີເນື້ອທີ່ປູກຫຍ້າທັງໝົດຕາມແຜນ 37,72 ຮຕ, ປັດຈຸບັນມີເນື້ອທີ່ຕົວຈິງ 41,96 ຮຕ, ເພີມຂຶ້ນ4,24 ຮຕ, ມີສັດລ້ຽງທັງໝົດ 188 ໂຕ, ມີຄວາຍ 46 ໂຕ, ມີງົວ 142 ໂຕ, ໄດ້ຈໍາໜ່າຍອອກ 20 ໂຕ, ຄວາຍ 13 ໂຕ, ງົວ 7 ໂຕ ເປັນເງິນທັງໝົດ 172.625.000 ກີບ, ປັດຈຸບັນຍັງເຫຼືອຕົວຈິງ 168 ໂຕ, ຄວາຍ 33 ໂຕ, ງົວ 135 ໂຕ, ທຽບໃສ່ປີຜ່ານມາຫຼຸດລົງ 11 ໂຕ; ບ້ານ ບົວບານ: ມີສະມາຊິກກຸ່ມທັງໝົດ 20 ຄອບຄົວ, ມີເນື້ອທີ່ປູກຫຍ້າທັງໝົດຕາມແຜນ 36,68 ຮຕ, ປັດຈຸບັນມີເນື້ອທີ່ຕົວຈິງ 40,58 ຮຕ, ເພີມຂຶ້ນ 3,9 ຮຕ, ມີສັດລ້ຽງທັງໝົດ 195 ໂຕ, ມີຄວາຍ 96 ໂຕ, ມີງົວ 99 ໂຕ, ໄດ້ຈຳໜ່າຍອອກ 30 ໂຕ, ຄວາຍ 8 ໂຕ, ງົວ 22 ໂຕ ເປັນເງິນທັງໝົດ 220.250.000 ກີບ, ປັດຈຸບັນຍັງເຫຼືອຕົວຈິງ 168 ໂຕ, ທຽບໃສ່ໂຕເລກປີຜ່ານມາເພີ່ມຂຶ້ນ 10 ໂຕ; ບ້ານ ປ່າໄລ່: ມີສະມາຊິກກຸ່ມທັງໝົດ 20 ຄອບຄົວ, ມີເນື້ອທີ່ປູກຫຍ້າທັງໝົດຕາມແຜນ 36,73 ຮຕ, ປັດຈຸບັນມີເນື້ອທີ່ຕົວຈິງ 21,49 ຮຕ, ຫຼຸດລົງ 15,24 ຮຕ, ມີສັດລ້ຽງທັງໝົດ 294 ໂຕ, ມີຄວາຍ 54 ໂຕ, ມີງົວ 240 ໂຕ, ໄດ້ຈໍາໜ່າຍອອກ 148 ໂຕ, ຄວາຍ 10 ໂຕ, ງົວ 138 ໂຕ ເປັນເງິນທັງໝົດ 1.157.150.000 ກີບ, ປັດຈຸບັນຍັງເຫຼືອຕົວຈິງ 146 ໂຕ, ມີຄວາຍ 44 ໂຕ, ມີງົວ 102 ໂຕ, ທຽບໃສ່ໂຕເລກປີຜ່ານມາ ຫຼຸດລົງ 23 ໂຕ, ມີ 5 ຄ/ຄ ໄດ້ຂາຍສັດຍົກຝຸງ.
ຈາກນັ້ນ,ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນດ້ານອ່ອນຂໍ້າຄົງຄ້າງຂອງການຈັດຕັ້ງປະຕິບັດໂຄງການ,ພ້ອມທັງຮັບຟັງການໂອ້ລົມຊີ້ນຳຈາກທ່ານປະທານກອງປະຊຸມຕື່ມອີກ.
ຂ່າວ-ພາບ:ດາວປະດິດ ເສດຖາລາດ