ໃນຄໍ່າຄືນຂອງວັນທີ 24 ເມສາ 2024 ເວລາປະມານ20:15 ໂມງ ໄດ້ມີລົມພາຍຸແຮງພັດເຂົ້າໃສ່ເຂດບ້ານລຽບແຄມງື່ມ ແລະ ຫຼາຍບ້ານຂອງເມືອງທຸລະຄົມ ແຂວງວຽງຈັນ ເຮັດໃຫ້ເຮືອນຊານ, ສະຖານທີ່, ຮ້ານຄ້າຂາຍ ແລະ ຮ້ານອາຫານບາງບ່ອນໄດ້ຮັບຜົນກະທົບ, ເປ່ເພເສຍຫາຍຊຶ່ງໃນນັ້ນ ບ່ອນທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ແມ່ນຮ້ານອາຫານນະດາສາລາເບຍແຄມງື່ມ ບ້ານເກິນກາງ ຂອງທ່ານ ນາງ ໄລພອນ ພົມມະຈັນ, ຮ້ານຈໍາໜ່າຍ ແລະ ສ້ອມແປງໂທລະສັບຂອງ ທ່ານ ສຸລິຍາ ທໍາມະວົງ ແລະຮ້ານອາຫານຈໍານວນໜຶ່ງເຂດລຽບແຄມງື່ມ.
ຕໍ່ກັບເຫດການດັ່ງກ່າວ ການນໍາເມືອງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງໄປເບິ່ງແຍງ, ຖາມຂ່າວ ແລະ ໃຫ້ກໍາລັງໃຈຜູ້ປະກອບການ. ສໍາລັບມູນຄ່າຜົນເສຍຫາຍ ຫຼື ຫາກມີບ່ອນອື່ນໆທີ່ໄດ້ຮັບຜົນກະທົບຈາກລົມພາຍຸຄັ້ງນີ້ ຈະລາຍງານໃຫ້ຮັບຊາບຕາມພາຍຫຼັງ.
ພາບ-ຂ່າວ: ບ່າວທົ່ງ-ລ້ອງງື່ມ