ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມເຮັດວຽກ ທີ່ ຣາຊະອານາຈັກໄທ, ເຂົ້າຮ່ວມງານບຸນປີໃໝ່ລາວທີ່ ສະຖານທູດລາວ ປະຈໍາຣາຊະອານາຈັກໄທ ທີ່ ບາງກອກ ແລະ ເຂົ້າຮ່ວມພິທີເປີດຫໍວັດທະນະທໍາຄົນໄທເຊື້ອສາຍລາວຄັ່ງ ທີ່ ວັດພຸນໍ້າຮ້ອນ ອໍາເພີດ່ານຊ້າງຈັງຫວັດສຸພັນບູຣີ, ໃນວັນທີ 22-25 ເມສາ 2024.
ໃນວັນທີ 24 ເມສາ 2024, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຢ້ຽມຢາມເຮັດວຽກທີ່ ຣາຊະອານາຈັກໄທ ແລະ ພົບປະສອງຝ່າຍ ກັບ ທ່ານ ປານປຣີ ພະຫິດທານຸກອນຮອງນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ. ການພົບປະຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈກັນ ຊຶ່ງ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການພົບປະໃນຄັ້ງນີ້ ຊຶ່ງສະແດງໃຫ້ເຫັນເຖິງການພົວພັນທີ່ໃກ້ຊິດສະໜິດສະໜົມ ແລະ ເປັນການປະກອບສ່ວນອັນສຳຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານຂອງສອງປະເທດ ກໍຄືຊຸກຍູ້ ແລະ ຜັນຂະຫຍາຍແຜນປະຕິບັດງານ ວ່າດ້ວຍ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ 2022-2026 ໃຫ້ໄດ້ຮັບການຈັດຕັ້ງປິບັດຢ່າງເປັນຮູບປະທໍາ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ.
ໃນໂອກາດນີ້,ສອງຝ່າຍ ໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ພ້ອມທັງກໍານົດແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນ ການຮ່ວມມືທາງດ້ານເສດຖະກິດ, ການຄ້າ-ການລົງທຶນ, ການເຊື່ອມໂຍງ-ເຊື່ອມຈອດ, ສອງຝ່າຍຈະສືບ ຕໍ່ປຶກສາຫາລືກັນ ເພື່ອເພີ່ມບໍລິມາດທາງດ້ານການຄ້າສອງຝ່າຍໃຫ້ຫຼາຍຂຶ້ນຕື່ມ, ການເຊື່ອມຈອດຂົວ-ທາງ ແລະ ທາງລົດໄຟ ກໍຄື ການສ້າງຂົວລົດໄຟສະເພາະ, ການທ່ອງທ່ຽວ ລວມທັງການທ່ອງທ່ຽວຕາມເມືອງ ແລະ ບັນດາແຂວງຕາມຊາຍແດນ ລາວ-ໄທ, ການຮ່ວມມືເພື່ອການພັດທະນາ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ແຮງງານ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ, ລວມທັງການຮ່ວມມືກັນໃນການຄຸ້ມຄອງບັນຫາໝອກຄວັນຂ້າມແດນຮ່ວມກັນ. ສອງຝ່າຍ ໄດ້ເຫັນດີຊຸກຍູ້ກົນໄກການຮ່ວມມືສອງຝ່າຍ ລາວ-ໄທ-ລາວ ທີ່ມີຢູ່ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການສົ່ງເສີມການພົວພັນຮ່ວມມືໃຫ້ກ້າວສູ່ລວງເລິກ ໂດຍສອງຝ່າຍເຫັນດີຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍ ເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.
ໃນຂະນະດຽວກັນ, ທ່ານ ປານປຣີ ພະຫິດທານຸກອນ ໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ການເດີນທາງມາຢ້ຽມຢາມເຮັດວຽກ ແລະ ຊົມເຊີຍຕໍ່ຜົນສຳເລັດຂອງການພົບປະສອງຝ່າຍ ລາວ-ໄທ ຄັ້ງນີ້ ພ້ອມທັງຈະສືບຕໍ່ຊຸກຍູ້ໃຫ້ບັນດາຂະແໜງການກ່ຽວຂ້ອງຂອງຝ່າຍໄທ ນຳເອົາຜົນຂອງການພົບປະຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຍິ່ງໆຂຶ້ນ ແນໃສ່ເສີມຂະຫຍາຍການພົວ ພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ກວ້າງຂວາງກວ່າເກົ່າ.
ພາຍຫຼັງສຳເລັດການພົບປະ, ໃນຕອນຄໍ່າຂອງວັນດຽວກັນ ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ສືບຕໍ່ເຂົ້າຮ່ວມບຸນປີໃໝ່ລາວ ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ປະຈໍາປີ 2024 ຊຶ່ງປີນີ້ ໄດ້ຮັບພະມະຫາກະລຸນາທິຄຸນ ຈາກ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາລີ ສະເດັດເປັນອົງປະທານ ໃນພິທີພາບາສີສູ່ຂວັນປີໃໝ່ ອັນມີຄວາມໝາຍຄວາມສໍາຄັນ, ເປັນຮີດສິບສອງຄອງສິບສີ່ ແລະ ເປັນປະເພນີອັນດີງາມທີ່ປະຕິບັດສືບທອດມາແຕ່ບູຮານນະການໂດຍຕາງໜ້າໃຫ້ ສະຖານທູດລາວ ປະຈໍາ ຣາຊະອານາຈັກໄທ ແລະ ບັນດາແຂກທີ່ເຂົ້າຮ່ວມງານບຸນ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວຖວາຍພະພອນໄຊຍະມຸງຄຸນອັນປະເສີດ ເນື່ອງໃນໂອກາດປີໃໝ່ ແລະ ວັນຄ້າຍວັນພຣະຣາຊະສົມພົບ ຄົບຮອບ 69 ພັນສາ ແດ່ ກົມສົມເດັດພະເທບ ຈົ່ງມີພະກະເສມສໍາລານຍິ່ງຍືນນານ ແລະ ສືບຕໍ່ເປັນຮົ່ມໂພຮົ່ມໄຊ ໃຫ້ແກ່ການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ໄທ ໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວການລະນານ.
ໃນວັນທີ 25 ເມສາ 2024, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ສືບຕໍ່ເດີນທາງ ໄປຈັງຫວັດສຸພັນບູລີ ເພື່ອເປັນປະທານໃນພິທີເປີດນໍາໃຊ້ ຫໍວັດທະນະທໍາພີ່ນ້ອງໄທເຊື້ອສາຍລາວຄັ່ງ ທີ່ ວັດພຸນໍ້າຮ້ອນອໍາເພີດ່ານຊ້າງຈັງຫວັດສຸພັນບູລີຣາຊະອານາຈັກໄທ. ຫໍວັດທະນະທໍາ ແຫ່ງນີ້ ແມ່ນເລີ່ມມາຈາກການທອດຜ້າປ່າສາມັກຄີ ຂອງສະມາຄົມ ລາວ-ໄທ, ໄທ-ລາວ ເພື່ອມິດຕະພາບ ທີ່ ນະຄອນຫຼວງວຽງຈັນໃນປີ 2019 ໂດຍແມ່ນ ທ່ານ ນາງ ນາລີ ສີສຸລິພັນລະຍາທ່ານປະທານປະເທດ ເປັນເຈົ້າສັດທາລະດົມປັດໃຈ ເພື່ອຮ່ວມສົມທົບທຶນຮອນທອດຜ້າປ່າສາມັກຄິ ຮ່ວມກັບ ສະມາຄົມ ລາວ-ໄທ, ໄທ-ລາວ ເພື່ອມິດຕະພາບ. ພາຍຫຼັງກໍ່ສ້າງສໍາເລັດ, ຫໍວັດທະນະທໍາ ແຫ່ງນີ້ ຈະເປັນສູນລວມ ອະນຸລັກປົກປັກຮັກສາ ແລະ ເປັນສູນຮຽນຮູ້ດ້ານສິລະປະວັດທະນະທໍາອັນດີງາມທີ່ເປັນເອກະລັກສະເພາະລາວຄັ່ງ, ເປັນບ່ອນເຕົ້າຮ່ວມຄວາມສາມັກຄີ ແລະ ເປັນມູນມໍລະດົກໃຫ້ລູກຫຼານຂອງພີ່ນ້ອງຊາວໄທເຊື້ອສາຍລາວ. ພ້ອມທັງເປັນສັນຍາລັກ ແຫ່ງ ເສີມຂະຫຍາຍການພົວພັນ ແລະ ຮ່ວມມື ລະຫວ່າງ ປະຊາຊົນສອງຊາດລາວ ແລະ ໄທ ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີວັດທະນະທໍາ, ຮີດຄອງປະເພນີ, ພາສາປາກເວົ້າເຂົ້າໃຈກັນໃນຖານະຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ.
ຂ່າວ:ກະຊວງການຕ່າງປະເທດ