ກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ແຂວງສະຫວັນນະເຂດ ຄັ້ງທີ V ສະໄໝທີ VII ໄດ້ຈັດຂຶ້ນໃນວັນທີ 24 ເມສາຜ່ານມາ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ພາຍໃຕ້ການເປັນປະທານຂອງສະຫາຍນາງ ບັງອອນ ພິມມະສານ ເລຂາ ຄຊປປລ ແຂວງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ຊາວໜຸ່ມເມືອງ 14 ເມືອງ-ນະຄອນ ແລະ ໜ່ວຍ-ຮາກຖານຊາວໜຸ່ມອ້ອມຂ້າງເຂົ້າຮ່ວມ.
ສະຫາຍນາງ ບັງອອນ ພິມມະສານ ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຜູ້ແທນຊາວໜຸ່ມແຂວງໄລຍະກາງສະໄໝ ແລະ ແຜນການໃນຕໍ່ໜ້າ, ຍ້ອງຍໍບຸກຄົນ ແລະ ການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວວຽກງານຂະບວນການຂອງຊາວໜຸ່ມ-ເຍົາວະຊົນໃນໄລຍະຜ່ານມາ. ນອກນັ້ນ, ຍັງໄດ້ພ້ອມກັນຄົ້ນຄວ້າບັນຫາທີ່ສໍາຄັນ ຊຶ່ງເປັນວຽກຈຸດສຸມຂອງຄະນະຊາວໜຸ່ມທີ່ຈະຕ້ອງໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍພາຍຫຼັງສໍາເລັດກອງປະຊຸມຄັ້ງນີ້.
ຈາກນັ້ນ, ສະຫາຍ ສຸລິຍາ ມາຜາງວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ-ເຍົາວະຊົນໃນ 1 ປີຜ່ານມາ ແລະ ແຜນການຕໍ່ໜ້າວ່າ: ທົ່ວແຂວງມີໄວໜຸ່ມທັງໝົດ 247.720 ຄົນ, ຍິງ 130.131 ຄົນ, ເປັນສະມາຊິກຊາວໜຸ່ມ 54.661 ຄົນ, ຍິງ 32.833 ຄົນ ເທົ່າກັບ 22,10% ຂອງເກນອາຍຸຊາວໜຸ່ມໃນທົ່ວແຂວງ. ທົ່ວແຂວງມີພະນັກງານຮັບຜິດຊອບວຽກງານຊາວໜຸ່ມ-ເຍົາວະຊົນທັນວາທັງໝົດ 1.818 ຄົນ, ຍິງ 1.128 ຄົນ, ຂັ້ນແຂວງມີ 4 ຄົນ, ຂັ້ນໂຮງຮຽນທີ່ຂຶ້ນກັບຄະນະຊາວໜຸ່ມແຂວງ 10 ຄົນ, ຂັ້ນນະຄອນ 22 ຄົນ, ໂຮງຮຽນພາກລັດ 1.758 ຄົນ, ພາກເອກະຊົນ 34 ຄົນ. ໃນນີ້, ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ເປັນເຈົ້າການຊຸກຍູ້ສົ່ງເສີມອາຊີບ, ຊອກວຽກເຮັດງານທໍາໃຫ້ກັບຊາວໜຸ່ມ-ໄວໜຸ່ມຜູ້ດ້ອຍໂອກາດ ຊຶ່ງໄດ້ສົ່ງຊາວໜຸ່ມຜູ້ດ້ອຍໂອກາດໄປຝຶກອົບຮົມວິຊາຊີບຕ່າງໆໄລຍະສັ້ນ 3 ເດືອນ, 6 ເດືອນ ຢູ່ສະຖາບັນການສຶກສາວິຊາຊີບແຫ່ງຕ່າງໆພາຍໃນແຂວງ ແລະ ສູນກາງຊາວໜຸ່ມໄດ້ 212 ຄົນ, ຍິງ 73 ຄົນ, ສົ່ງຊາວໜຸ່ມຜູ້ດ້ອຍໂອກາດເຂົ້າຝຶກອົບຮົມວິຊາຊີບທີ່ສູນດອນບອສ໌ໂກຈໍານວນ 9 ຄົນ, ໃນນີ້ມີວິຊາຕັດຫຍິບ, ແປງລົດຈັກ, ເສີມຄວາມງາມ, ປຸງແຕ່ງ ແລະ ໄດ້ສົ່ງຊາວໜຸ່ມ-ໄວໜຸ່ມເຂົ້າຮ່ວມຝຶກອົບຮົມວິຊາຊີບຢູ່ສະຖາບັນການສຶກສາແຫ່ງຕ່າງໆພາຍໃນແຂວງໄດ້ທັງໝົດ 75 ຄົນ ມີຊ່າງຖັກວິກຜົມ, ຕັດຫຍິບ, ຕັດຜົມຊາຍ, ເສີມຄວາມງາມ, ແປງລົດຈັກໄຟຟ້າ.
ຂ່າວ: ສະຫວັນນະເຂດ