ໃນວັນທີ 24 ເມສາ 2024ນີ້ ຢູ່ກຸ່ມບ້ານປາກເປັດ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ສະມາຊິກສະພາແຫ່ງຊາດ ຮອງປະທານກຳມາທິການບັນດາເຜົ່າ ສະພາແຫ່ງຊາດ ພ້ອມດ້ວຍສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໄດ້ລົງເຄື່ອນໄຫວຕິດຕາມ ກວດກາວຽກງານພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ, ເກັບກໍາຫາງສຽງຄໍາສະເໜີຕໍ່ສະພາແຫ່ງຊາດຂອງຜູ້ມີສິດເລືອກຕັ້ງຢູ່ເມືອງຊຽງຮ່ອນໂດຍການຕ້ອນຮັບຂອງທ່ານ ຖາວອນເລື່ອນແກ້ວ ຮອງເລຂາຄະນະບໍລິຫານງານພັກເມືອງ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຊຽງຮ່ອນ ພ້ອມດ້ວຍການນຳຂັ້ນເມືອງ, ເລຂາຄະນະພັກຮາກຖານກຸ່ມບ້ານ, ອົງການປົກຄອງບ້ານ ແລະປະຊາຊົນບ້ານປາກເປັດເຂົ້າຮ່ວມຕ້ອນຮັບ.
ທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງຊຽງຮ່ອນ ໄດ້ລາຍງານວ່າ: ໃນໄລຍະ 1 ປີຜ່ານມາເມືອງຊຽງຮ່ອນຂອງພວກເຮົາພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ທັງທາງກົງ ແລະ ທາງອ້ອມ ໂດຍສະເພາະແມ່ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການປ່ຽນແປງດິນຟ້າອາກາດ, ໄພທໍາມະຊາດ, ລາຄາສິນຄ້າ, ລາຄານໍ້າມັນເຊື້ອໄຟ, ອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້ມີທ່າອ່ຽງສູງຂຶ້ນ; ແຕ່ເຖີງຢ່າງໃດກໍຕາມພາຍໃຕ້ການນໍາພາ-ຊີ້ນໍາຂອງອົງການປົກຄອງເມືອງຊຽງຮ່ອນ ເຮັດໃຫ້ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ບັນດາຄາດໝາຍສູ້ຊົນຂອງຂະແໜງການຕ່າງໆ ໄດ້ບັນລຸຕາມແຜນທີ່ວາງໄວ້ເປັນສ່ວນໃຫຍ່, ການຈັດຕັ້ງປະຕິບັດເປົ້າໝາຍວຽກງານເສດຖະກິດໄລຍະ 3 ເດືອນຜ່ານມາເຫັນວ່າເສດຖະກິດຂອງເມືອງ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍອັດຕາການຂະຫຍາຍຕົວຂອງເສດຖະກິດໃນລະດັບ 7,15%; ລວມຍອດມູນຄ່າຜະລິດຕະພັນພາຍໃນ ບັນລຸ 873,37 ຕື້ກີບ; ສະເລ່ຍຕໍ່ຫົວຄົນໜື່ງໄດ້ 24ລ້ານກີບຕໍ່ຄົນຕໍ່ປີ; ອັດຕາຄວາມທຸກຍາກປະເມີນຕາມດໍາລັດ 348/ລບ. ປັດຈຸບັນທົ່ວເມືອງມີບ້ານພົ້ນທຸກ 28 ບ້ານ, ບ້ານບໍ່ພົ້ນທຸກ 15 ບ້ານ, ມີຄອບຄົວພົ້ນທຸກ 4.203 ຄອບຄົວ, ຄອບຄົວທຸກຍາກ 2.728 ຄອບຄົວ; ບ້ານພັດທະນາມີ 20 ບ້ານ.
ໄລຍະຜ່ານມາແມ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ທົ່ວປວງຊົນຢ່າງຮອບດ້ານເອົາໃຈໃສ່ນໍາພາ-ຊີ້ນໍາໂດຍກົງ, ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ຢ່າງມີຈຸດສຸມ.
ຈາກນັ້ນ ຫຼາຍພາກສ່ວນໄດ້ພ້ອມກັນປະກອບຄຳຄິດຄຳເຫັນເປັນຕົ້ນແມ່ນ ວຽກງານພາຍໃນເມືອງຕິດພັນກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ວຽກງານກະສິກຳ, ປ່າໄມ້ ຕິດພັນກັບວຽກງານພັດທະນາຊົນນະບົດລຶບລ້າງຄວາມທຸກຍາກ, ວຽກງານແນວລາວສ້າງຊາດເມືອງຕິດພັນກັບການເຕົ້າໂຮມຄວາມສາມັກຄີ ແລະ ການຊີ້ນໍາ-ນໍາພາຂອງອົງການປົກຄອງບ້ານປາກເປັດຕໍ່ກັບການແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນ.
ຕອນທ້າຍຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ສະມາຊິກສະພາແຫ່ງຊາດ ຮອງປະທານກຳມາທິການບັນດາເຜົ່າ ສະພາແຫ່ງຊາດຕື່ມອີກ.
ຂ່າວ: ດອນ ຂຽວພະນາ