ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງຄຳມ່ວນ ໄດ້ຈັດພິທີເປີດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ໃຫ້ພະນັກງານສະມາຊິກພັກ, ພະນັກງານນໍາພາ-ຄຸ້ມຄອງ ເຊິ່ງພິທີເປີດຊຸດຮຽນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 24 ເມສາ 2024 ຢູ່ທີ່ຫ້ອງປະຊຸມຂອງໂຮງຮຽນດັ່ງກ່າວໂດຍມີສະຫາຍ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ , ວຽກງານພັກ-ພະນັກງານ, ມີສະຫາຍ ແກ້ວວັນໄຊ ສຸກແສນທອງ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ພ້ອມດ້ວຍຄູ-ອາຈານ ຕະຫຼອດຮອດນັກສຶກສາເຂົ້າຮ່ວມ .
ສະຫາຍ ຄໍາພູວົງ ຫອມມະນີ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງກໍ່ໄດ້ຜ່ານແຜນການຮຽນ - ການສອນ ລະບົບທິດສະດີການເມືອງຂັ້ນຕົ້ນ 3 ເດືອນ ຫຼື 90 ວັນຮຸ່ນທີ III ປະຈໍາປີ 2024 ເຊິ່ງຈຸດປະສົງຂອງຫຼັກສູດແມ່ນເພື່ອບໍາລຸງທິດສະດີການເມືອງໃຫ້ພະນັກງານສະມາຊິກພັກ, ພະນັກງານນໍາພາ-ຄຸ້ມຄອງ ແລະ ພະນັກງານນໍາພາຮຸ່ນສືບທອດ, ເພື່ອຍົກລະດັບຄວາມຮູ້, ຄວາມສາມາດດ້ານທິດສະດີການເມືອງ, ແນວຄິດໄກສອນ ພົມວິຫານ, ແນວທາງຂອງພັກ,ການຄຸ້ມຄອງຂອງລັດ, ເຮັດໃຫ້ເປົ້າໝາຍຜູ້ເຂົ້າຮຽນມີແນວຄິດທັດສະນະຫຼັກໝັ້ນຊົນຊັ້ນກໍາມະກອນ, ສ້າງພະນັກງານນໍາພາ-ຄຸ້ມຄອງຢູ່ທ້ອງຖິ່ນມີຄຸນທາດການເມືອງທີ່ໜັກແໜ້ນ, ມີລະດັບຄວາມສາມາດໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກໃຫ້ປະກົດຜົນເປັນຈິງ.
ສໍາລັບຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ປະຈໍາປີ 2024 ປະກອບມີນັກສຶກສາທັງໝົດ 60 ສະຫາຍ, ຍິງ 18 ສະຫາຍ, ເຊິ່ງໂຄງສ້າງຂອງຫຼັກສູດປະກອບມີທັງໝົດ 7 ກຸ່ມວິຊາໃນນັ້ນປະກອບມີ 6 ວິຊາຫຼັກ.
ສະຫາຍ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ ໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນຂອງການຮຽນທິດສະດີການເມືອງ ຕະຫຼອດຮອດສະພາບເງື່ອນໄຂຂໍ້ສະດວກ, ຄວາມຫຍຸ້ງຍາກໃນໄລຍະການຮຽນ - ການສອນ ພ້ອມກັນນັ້ນ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ພະນັກງານຄູ-ອາຈານ ແລະ ນັກສຶກສາຂັ້ນຕົ້ນ ຮຸ່ນທີ 3 ທຸກສະຫາຍຈົ່ງໄດ້ພ້ອມກັນຕັດສິນໃຈຜ່ານຜາອຸປະສັກ ແລະ ຄວາມຫຍຸ້ງຍາກຕ່າງໆເພື່ອເຮັດໃຫ້ສໍາເລັດການຮຽນໃນຊຸດນີ້, ຄຽງຄູ່ກັນນັ້ນການຮຽນທິດສະດີກໍຕ້ອງສົມທຽບໃສ່ພຶດຕິກໍາຕົວຈິງໃຫ້ຫຼາຍຂຶ້ນ.
ຂ່າວ-ພາບ : ແດງສະຫວັດ ແສນພານິດ