ກອງປະຊຸມຄົ້ນຄວ້າຄັດເລືອກນັກໂທດທີ່ມີເງື່ອນໄຂອະໄພຍະໂທດປະຈຳປີ 2024 ຂອງແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 24 ເມສາຜ່ານມາ ທີ່ຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງໆວຽງຈັນ, ມີຄະນະກຳມະການອະໄພຍະໂທດຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ດາວເຮືອງ ນັນທະວົງ ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອເຊື່ອມຊຶມລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ວ່າດ້ວຍການອະໄພຍະໂທດ ພ້ອມນີ້, ຍັງໄດ້ພ້ອມກັນຄົ້ນຄວ້າຄັດເລືອກເອົານັກໂທດທີ່ມີເງື່ອນໄຂເພື່ອສະເໜີຂໍອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ບັນດາຄະນະກຳມະການອະໄພຍະໂທດທຸກທ່ານ ເອົາໃຈໃສ່ພິຈາລະນາຄົ້ນຄວ້າຄັດເລືອກເອົານັກໂທດທີ່ມີເງື່ອນໄຂຖຶກຕ້ອງຕາມມາດຖານ ແລະ ລະບຽບກົດໝາຍທີ່ກຳນົດໄວ້.
ກອງປະຊຸມຍັງໄດ້ຮັບຟັງບົດສະຫຼຸບງົບປະມານລາຍຈ່າຍທີ່ນຳໃຊ້ເຂົ້າໃນວຽກງານອະໄພຍະໂທດປະຈຳປີ 2023-2024 ແລະ ແຜນງົບປະມານປີ 2025 ແລະ ຄົ້ນຄ້ວາຄັດເລືອກລາຍຊື່ບັນດານັກໂທດທີ່ຈະນຳສະເໜີຂໍ ອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວປະຈຳປີ 2024. ສຳລັບຈຳນວນນັກໂທດທີ່ນຳມາຄົ້ນຄວ້າຄັດເລືອກ ໃນຄັ້ງນີ້ມີທັງໝົດ 164 ຄົນ, ຍິງ 7 ຄົນ (ທັງໝົດເປັນນັກໂທດຂໍ້ຫາຢາເສບຕິດ), ໃນນັ້ນສະເໜີອະໄພຍະໂທດ ຫຼຸດຜ່ອນໂທດ 121 ຄົນ, ຍິງ 6 ຄົນ, ປ່ອຍຕົວ 43 ຄົນ, ຍິງ 1 ຄົນ. ຂ່າວ: ແຂວງວຽງຈັນ