ໂດຍ: ແສງຈັນ
ທ່ານ ພຸດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊ ໄດ້ໃຫ້ສໍາພາດເມື່ອບໍ່ດົນມານີ້ ວ່າ: ປີ 2023ການຜະລິດພືດເປັນສິນຄ້າຂອງແຂວງບໍລິຄໍາໄຊ ໃນເນື້ອທີ່ 22.395ເຮັກຕາ, ປະຕິບັດໄດ້ລື່ນຄາດໝາຍ37.667ເຮັກຕາ, ຖືກນໍ້າຖ້ວມເສຍຫາຍ 1.854ເຮັກຕາ, ຍັງເຫຼືອ 35.813ເຮັກຕາ, ຜົນຜະລິດ 544.331ໂຕນ, ຄິດເປັນມູນຄ່າ1.410.133.000.000ກີບ ຊຶ່ງປະກອບມີ: ເນື້ອທີ່ປູກອ້ອຍ721ເຮັກຕາ, ປະຕິບັດໄດ້ 307ເຮັກຕາ, ຜົນຜະລິດ 8.556ໂຕນ; ຄິດເປັນມູນຄ່າ 42.780.000.000 ກີບ, ເທົ່າກັບ 42,57% ທຽບແຜນການ (ໃນນັ້ນລະດູແລ້ງ 171 ເຮັກຕາ, ຜົນຜະລິດ 5.101 ໂຕນ; ລະດູຝົນ 136 ເຮັກຕາ, ຜົນຜະລິດ 2.753 ໂຕນ), ເນື້ອທີ່ປູກສາລີອາຫານສັດ: 858ເຮັກຕາ, ປະຕິບັດໄດ້ 457 ເຮັກຕາ, ຜົນຜະລິດ 3.259 ໂຕນ, ຄິດເປັນມູນຄ່າ 13.036.000.000 ກີບ, ເທົ່າກັບ 53,26% ທຽບໃສ່ແຜນການ (ໃນນັ້ນລະດູແລ້ງ 352 ເຮັກຕາ, ຜົນຜະລິດ 2.756 ໂຕນ; ລະດູຝົນ 105 ເຮັກຕາ, ຜົນຜະລິດ 503 ໂຕນ), ເນື້ອທີ່ປູກມັນຕົ້ນ10.874 ເຮັກຕາ, ປະຕິບັດໄດ້ແລ້ວ 28.524ເຮັກຕາ, ເທົ່າກັບ 262,31%ທຽບແຜນການ, ຖືກນໍ້າຖ້ວມເສຍຫາຍ 1.850 ເຮັກຕາ, ຍັງເຫຼືອ 26.674 ເຮັກຕາ, ຜົນຜະລິດ 479.453ໂຕນ ຄິດເປັນມູນຄ່າ 958.906.000.000ກີບ, ເນື້ອທີ່ປູກຜັກສະອາດ 5.151ເຮັກຕາ, ປະຕິບັດໄດ້ 6.603 ເຮັກຕາ, ຜົນຜະລິດ 33.986 ໂຕນ, ຄິດເປັນມູນ ຄ່າ 271.888.000.000 ກີບ, ເທົ່າກັບ 128,19% ທຽບແຜນການ (ໃນນັ້ນລະດູແລ້ງ 5.737 ເຮັກຕາ, ຜົນຜະລິດ 30.324 ໂຕນ; ລະດູຝົນ 866 ເຮັກຕາ, ຜົນຜະລິດ 3.662 ໂຕນ),ເນື້ອທີ່ປູກໝາກກ້ວຍ: 2.267 ເຮັກຕາ, ປະຕິບັດໄດ້ 585 ເຮັກຕາ, ຜົນຜະລິດ 6.928 ໂຕນ, ຄິດເປັນມູນຄ່າ 41.568.000.000 ກີບ, ເທົ່າກັບ 25,80%ທຽບໃສ່ແຜນການ (ໃນນັ້ນພືດລະດູແລ້ງ 202 ເຮັກຕາ, ຜົນຜະລິດ 3.286 ໂຕນ; ພືດລະດູຝົນ 383 ເຮັກຕາ, ຄາດຄະເນຜົນຜະລິດ 3.642 ໂຕນ), ເນື້ອທີ່ປູກໝາກຫຸ່ງ369ເຮັກຕາ, ປະຕິບັດໄດ້ 222 ເຮັກຕາ, ເທົ່າກັບ 60,16% ທຽບແຜນການ, ຖືກນໍ້າຖ້ວມ ເສຍຫາຍ 3,8 ເຮັກຕາ, ຍັງເຫຼືອ 218 ເຮັກຕາ, ຜົນຜະລິດ 2.115 ໂຕນ, ຄິດເປັນມູນຄ່າ 10.575.000.000 ກີບ (ໃນນັ້ນພືດລະດູແລ້ງ 156 ເຮັກຕາ, ຜົນຜະລິດ 1.614 ໂຕນ; ພືດລະດູຝົນ 66 ເຮັກຕາ, ຖືກນໍ້າຖ້ວມເສຍຫາຍ 4 ເຮັກຕາ, ຍັງເຫຼືອ 62 ເຮັກຕາ, ຄາດຄະເນຜົນຜະລິດ 501 ໂຕນ), ເນື້ອທີ່ປູກຢາສູບ665 ເຮັກຕາ, ປະຕິບັດໄດ້ 217ເຮັກຕາ, ຜົນຜະລິດ 953 ໂຕນ, ມູນຄ່າ 17.154.000.000 ກີບ, ເທົ່າກັບ 32,63%ທຽບໃສ່ແຜນການ, ເນື້ອທີ່ໝາກນັດ1.490 ເຮັກຕາ, ປະຕິບັດໄດ້ 687ເຮັກຕາ, ຜົນຜະລິດ 8.821 ໂຕນ, ຄິດເປັນມູນຄ່າ 52.926.000.000 ກີບ, ເທົ່າກັບ 46,10%ທຽບໃສ່ແຜນການ (ໃນນັ້ນລະດູແລ້ງ 360 ເຮັກຕາ, ຜົນຜະລິດ 5.738 ໂຕນ; ລະດູຝົນ 327 ເຮັກຕາ, ຄາດຄະເນຜົນຜະລິດ 3.083 ໂຕນ), ເນື້ອທີ່ປູກຂີງດໍາປະຕິບັດໄດ້ 65 ເຮັກຕາ, ຄາດຄະເນຜົນຜະລິດ 260 ໂຕນ, ມູນຄ່າ 1.300.000.000 ກີບ.
ແຜນການໃນຕໍ່ໜ້າ ຈະສືບຕໍ່ຊຸກຍູ້ປວງຊົນໃຫ້ເອົາໃຈໃສ່ການຜະລິດເປັນສິນຄ້າໃຫ້ຫຼາຍ ກາຍເປັນສິນຄ້າສົ່ງອອກພາຍໃນ ເພື່ອຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ.