ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ຮ່ວມກັບຄະນະຊັບພະຍາກອນນໍ້າ (ວິທະຍາເຂດຕາດທອງ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດປະຖົມນິເທດໂຄງການລາງວັນຮອນດາ ສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ (Y-E-S ຫຼື Young Engineer and Scientist’s Award)) ຢູ່ ສປປ ລາວ ປະຈຳປີ 2024 ຂຶ້ນເມື່ອວັນທີ 24 ເມສານີ້ ທີ່ຄະນະດັ່ງກ່າວ ໂດຍການເປັນປະທານຂອງທ່ານ ຄຳເກັ່ງ ຈັນທະວົງສາ ຮອງຄະນະບໍດີ ຄະນະຊັບພະຍາກອນນໍ້າ ມຊ ຄະນະກໍາມະການໂຄງການມູນນິທິຮອນດາປະຈຳປີ 2024, ມີຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳເກັ່ງ ຈັນທະວົງສາ ໄດ້ແນະນຳວິທີການສະໝັກເຂົ້າແຂ່ງຂັນເອົາລາງວັນຈາກມູນນິທິຮອນດາ ປີ 2024 ເປັນຕົ້ນລະບຽບໃນການສະໝັກ, ເງື່ອນໄຂຂອງຜູ້ສະໝັກ, ການດໍາເນີນການຄັດເລືອກ ແລະ ລາງວັນທີ່ຈະໄດ້ຮັບໃນໂຄງການດັ່ງກ່າວ. ໂຄງການນີ້ໄດ້ຕົກລົງໃຫ້ນັກສຶກສາ ມຊ ຂະແໜງວິທະຍາສາດ ແລະ ວິສະວະກໍາສາດ. ປີນີ້ມີ 4 ຄະນະວິຊາຄື: ຄະນະວິສະວະກຳສາດ, ຄະນະຊັບພະຍາກອນນໍ້າ, ຄະນະວິທະຍາສາດທຳມະຊາດ ແລະ ຄະນະສະຖາປັດຕະຍະກໍາ (ຄສປ) ທີ່ກໍາລັງຮຽນຢູ່ປີ 2,3,4 ແລະ ປີ 5 (ສະເພາະ ຄສປ) ຕ້ອງມີອາຍຸບໍ່ເກີນ 25 ປີ, ມີສັນຊາດລາວ ໂດຍບໍ່ຈຳກັດຈຳນວນ ພຽງແຕ່ເປັນຜູ້ທີ່ມີພອນສະຫວັນ, ມີແນວຄິດຢາກປະດິດສິ່ງໃໝ່ໆ, ມີຄຸນສົມບັດດີ, ມີຄວາມສາມັກຄີກັບໝູ່ຄູ່, ມັກເຂົ້າຮ່ວມກິດຈະກໍາ, ມີຄວາມເສຍສະຫຼະ ແລະ ມີຜົນການຮຽນດີເລີດ, ມີຄວາມເຂົ້າໃຈ ແລະ ມີຄວາມຕັ້ງໃຈໃນການນໍາໃຊ້ເຕັກໂນໂລຊີ, ມີຜົນການຮຽນເກັ່ງຕະຫຼອດໄລຍະການຮຽນຜ່ານມາ ເພື່ອຈະເປັນຜູ້ນໍາທາງດ້ານວິທະຍາສາດຂອງ ສປປ ລາວ ໃນອະນາຄົດຊຶ່ງແຕ່ລະປີມີນັກສຶກສາ 2 ຄົນໄດ້ຮັບລາງວັນຊະນະເລີດ ຊຶ່ງຜູ້ໄດ້ຮັບລາງວັນຈະໄດ້ຫຼຽນຮອນດາ, ໃບຢັ້ງຢືນ ພ້ອມດ້ວຍເງິນ 3.000 ໂດລາ.
ລາງວັນຮອນດາສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ໄດ້ເລີ່ມມີໃນປີ 2006 ເພື່ອເຮັດໃຫ້ຄົນຮຸ່ນໜຸ່ມຫັນມາເອົາໃຈໃສ່ເລື່ອງເຕັກໂນໂລຊີ ກັບສິ່ງແວດລ້ອມໃຫ້ຫຼາຍຂຶ້ນ ແລະ ເພື່ອເຊື່ອມໂຍງລະຫວ່າງຜູ້ນຳໃນອະນາຄົດຂອງປະເທດຍີ່ປຸ່ນ ແລະ ປະເທດອາຊຽນ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ອຸດສາຫະກໍາ, ປີ 2006 ໂຄງການໄດ້ເລີ່ມຕົ້ນ ແລະ ໄດ້ຮັບຜົນສໍາເລັດຢູ່ປະເທດຫວຽດນາມ, ປີ 2007 ຢູ່ປະເທດອິນເດຍ, ປີ 2008 ຢູ່ ສປປ ລາວ ແລະ ປະເທດກໍາປູເຈຍ ແລະ ປີ 2014 ຢູ່ປະເທດມຽນມາ, ສປປ ລາວ ໄດ້ກ້າວໜ້າຂຶ້ນໄປ ພາຍຫຼັງທີ່ໄດ້ເຂົ້າເປັນປະເທດສະມາຊິກອາຊຽນໃນປີ 1997. ສຳລັບຜູ້ທີ່ໄດ້ຮັບລາງວັນຮອນດາ Y-E-S ຍັງມີສິດຂຽນສະເໜີຂໍລາງວັນເພີ່ມຕື່ມກຳນົດໃນໄລຍະເວລາ 4 ປີ. ຫຼັງຈາກໄດ້ຮັບລາງວັນຊຶ່ງມີລາງວັນ Y-E-S Plus ແລະ ມີລາງວັນ Y-E-S Plus Expansion ຄື: ລາງວັນ Y-E-S Plus ສາມາດຂຽນສະເໜີຂໍຕາມເງື່ອນໄຂໂດຍບໍ່ຕ້ອງມີການຄັດເລືອກອີກ ໃນກໍລະນີທີ່ໄດ້ທຶນໄປສຶກສາຕໍ່ໃນລະດັບປະລິນຍາໂທ ແລະ ປະລິນຍາເອກຢູ່ປະເທດຍີ່ປຸ່ນ ເປັນເວລາຫຼາຍກວ່າ 1 ປີ ຊຶ່ງຖ້າຜ່ານຕາມເງື່ອນໄຂກໍຈະໄດ້ຮັບເງິນ 10.000 ໂດລາ ຫຼື ຖ້າຫາກໄດ້ໄປສຶກສາຄົ້ນຄວ້າ ເປັນເວລາ 10 ອາທິດຂຶ້ນໄປຢູ່ຍີ່ປຸ່ນ ຖ້າສະເໜີຜ່ານຕາມເງື່ອນໄຂ ຈະໄດ້ຮັບເງິນ 7.000 ໂດລາ ແລະ ຫາກເຂົ້າຮ່ວມໂຄງການຝຶກອົບຮົມຢູ່ປະເທດຍີ່ປຸ່ນໄລຍະ 7-9 ອາທິດ ຖ້າສະເໜີແລ້ວຜ່ານຕາມເງື່ອນໄຂ ຈະໄດ້ຮັບລາງວັນຮອນດາ Y-E-S Plus Expansion ເປັນເງິນ 5.600 ໂດລາ ຊຶ່ງລາງວັນທີ່ກ່າວມານີ້ ກໍເພື່ອສົ່ງເສີມໃຫ້ກັບຜູ້ໄດ້ຮັບລາງວັນ Y-E-S ໄດ້ສືບຕໍ່ພັດທະນາຄວາມຮູ້ທາງດ້ານວິຊາການ ແລະ ການສຶກສາຕໍ່ທີ່ປະເທດຍີ່ປຸ່ນ ໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ຫຼື ໃນລະດັບການສຶກສາຄົ້ນຄວ້າໄລຍະສັ້ນ ໂດຍການຂໍຮັບເງິນດັ່ງກ່າວ ຕ້ອງສົ່ງໃບຄໍາຮ້ອງຜ່ານຫ້ອງການບໍລິຫານໂຄງການທີ່ສະຖາບັນລາວ-ຍີ່ປຸ່ນ ກ່ອນການເດີນທາງໄປຢ່າງຊ້າບໍ່ໃຫ້ກາຍ 2 ເດືອນ.
(ຂ່າວ-ພາບ: ວັນເພັງ)