(ໂດຍ: ຕະວິນຍານ)
ໃນປີ 2024 ນີ້,ກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ ຕັ້ງເປົ້າໝາຍປູກໄມ້ໃຫ້ໄດ້ 35.000 ເຮັກຕາ, ຟື້ນຟູປ່າໃຫ້ໄດ້ 300.000 ເຮັກຕາ, ກ້າເບ້ຍໄມ້ໃຫ້ໄດ້ 50.000 ເບ້ຍ, ເກັບແກ່ນໄມ້ໃຫ້ໄດ້ 16.000 ກິໂລ, ຂຶ້ນທະບຽນປ່າປູກໃນແຂວງເປົ້າໝາຍ ຄື: ຫຼວງພະບາງ, ວຽງຈັນ ແລະ ສະຫວັນນະເຂດ ໃຫ້ໄດ້ 1.114 ເຮັກຕາ, ໃນນັ້ນ ແຂວງຫຼວງພະບາງ ໃຫ້ໄດ້ 34.000 ເຮັກຕາ, ແຂວງວຽງຈັນ ໃຫ້ໄດ້ 35.000 ເຮັກຕາ ແລະ ແຂວງສະຫວັນນະເຂດ ໃຫ້ໄດ້45.000 ເຮັກຕາ.
ທ່ານສົມຫວັງພິມມະວົງຫົວໜ້າກົມປ່າໄມ້ກະຊວງກະສິກໍາ-ປ່າໄມ້ກ່າວວ່າ: ໄປພ້ອມກັນນີ້,ຍັງຈະຈັດສັນປ່າຜະລິດແບບຍືນຍົງໃຫ້ໄດ້ ຈໍານວນ 5 ແຫ່ງ ໃຫ້ສອດຄ່ອງກັບກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ພຶດຕະກໍາຕົວຈິງ ຢູ່ໃນແຕ່ລະທ້ອງຖິ່ນ ລວມທັງການນໍາສະເໜີຂັ້ນເທິງພິຈາລະນາ;ຄຸ້ມຄອງພູມີທັດປ່າໄມ້ ເຊັ່ນ: ການກໍານົດເຂດແດນປ່າໄມ້ ໃຫ້ໄດ້ 110 ບ້ານ; ກໍານົດແຜນພັດທະນາຊຸມຊົນ ໃຫ້ໄດ້ 161 ບ້ານສ້າງສັນຍາການຄຸ້ມຄອງປ່າຜະລິດແບບມີສ່ວນຮ່ວມໃຫ້ໄດ້ 150 ບ້ານ, ພັດທະນາລະບົບຄອງຊົນລະປະທານໃຫ້ໄດ້ 5 ແຫ່ງ, ລະບົບເສັ້ນທາງຊອຍ ໃຫ້ໄດ້ 4 ແຫ່ງ, ສ້າງລະບົບປ້ອງກັນການເຊາະເຈື່ອນ ໃຫ້ໄດ້ 2 ແຫ່ງ;ເປັນໃຈກາງຄົ້ນຄວ້າ ແລະ ຊຸກຍູ້ການລົງທຶນການປູກໄມ້, ເຄື່ອງປ່າຂອງດົງ ແລະ ການສ້າງສິນເຊື່ອກາກບອນຢູ່ໃນປ່າຜະລິດ ໃຫ້ໄດ້ 15 ແຫ່ງ;ປັບປຸງ ແລະ ພັດທະນາ ສວນກ້າເບ້ຍໄມ້ ໃຫ້ສາມາດດໍາເນີນການຜະລິດເບ້ຍໄມ້, ຕອບສະໜອງເບ້ຍໄມ້ ໃຫ້ແກ່ສັງຄົມ ເພື່ອສົ່ງເສີມການປູກໄມ້ ແລະ ຟື້ນຟູປ່າ ໃຫ້ໄດ້ 1 ແຫ່ງ;ສ້າງຕັ້ງກອງຄຸ້ມຄອງປ່າຜະລິດແຫ່ງຊາດ ໃຫ້ໄດ້ 8 ແຫ່ງ ໃນແຂວງເປົ້າໝາຍ ເຊັ່ນ: ແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ແຂວງສະຫວັນນະເຂດ.
ຈັດພິມດໍາລັດ ວ່າດ້ວຍປ່າຜະລິດ ສະບັບເລກທີ 01/ລບ, ລົງວັນທີ 4 ມັງກອນ 2024 ຈໍານວນ 1.000 ຫົວ, ໃນນັ້ນ ເປັນພາສາລາວ 700 ຫົວ ແລະ ພາສາອັງກິດ 300 ຫົວ ລວມທັງດໍາເນີນການເຜີຍແຜ່ ເຊື່ອມຊຶມດໍາລັດ ສະບັບດັ່ງກ່າວ ໃຫ້ໄດ້ 5 ຄັ້ງ.