ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ປີ 2023 ແຂວງບໍລິຄໍາໄຊ ຖືເອົາການລ້ຽງສັດເປັນສິນຄ້າ ໄດ້ດີພໍສົມຄວນ ທົ່ວແຂວງມີຟາມລ້ຽງງົວ-ຄວາຍ ຂະໜາດນ້ອຍ 48 ຟາມ ກັບ 1 ກຸ່ມ, ມີງົວ 2.848 ໂຕ, ງົວແມ່ 1.399 ໂຕ, ມີກຸ່ມລ້ຽງແບ້ 5 ຟາມ 4 ກຸ່ມ, ມີສັດທັງໝົດ 826 ໂຕ, ມີ ຟາມລ້ຽງໝູ 12 ຟາມ ແລະ 2 ກຸ່ມ, ມີໝູ 50.870 ໂຕ (ມີແມ່ພັນ 1.990 ໂຕ, ພໍ່ພັນ 55ໂຕ, ໝູນ້ອຍ 34.029 ໂຕ, ກໍາລັງລ້ຽງເປັນໝູຊີ້ນໄດ້ 14.796 ໂຕ), ມີຈໍານວນຟາມລ້ຽງສັດປີກ (ໄກ່ ແລະ ເປັດໄຂ່) ທົ່ວແຂວງ ມີ 9 ຟາມ ມີສັດປຶກທັງໝົດ 41.500 ໂຕ, ມີເປັດ 1.000 ໂຕ,
ພາຍໃນແຂວງ ມີໂຮງຂ້າສັດ, ບ່ອນຂ້າສັດຍ່ອຍ ແລະ ສັດທີ່ຂາຍທົ່ວໄປ ຮັບໃຊ້ໃນວຽກງານຕ່າງໆ ມີງົວທັງໝົດ 22.284 ໂຕ ຄິດເປັນມູນຄ່າ 167,1 ຕື້ກີບ, ມີຄວາຍທັງໝົດ 8.760 ໂຕ ຄິດເປັນມູນຄ່າ 9.636 ຕື້ກີບ, ມີໝູທັງໝົດ 65.870 ໂຕ ຄິດເປັນມູນຄ່າ 230.545 ຕື້ກີບ, ມີແບ້ທັງໝົດ 7.564 ໂຕ ຄິດເປັນມູນຄ່າ 7.185,8 ຕື້ກີບ, ມີສັດປີກທັງໝົດ 1.854.552 ກິໂລ ຄິດເປັນມູນຄ່າ 92.727,6 ຕື້ກີບ, ມີໄຂ່+ນົມ: ທັງໝົດ 1.960.950 ກິໂລ ຄິດເປັນມູນຄ່າ 68.633,25 ຕື້ກີບ ແລະ ອື່ນໆ ບໍລິໂພກ ທັງໝົດ 761.140 ກິໂລ ຄິດເປັນມູນຄ່າ 22.834,2 ຕື້ກີບ, ມີປາທຳມະຊາດ ທັງໝົດ 4.232.860 ກິໂລ ຄິດເປັນມູນຄ່າ 275.135,9 ຕື້ກີບ ແລະ ມີປາລ້ຽງທັງໝົດ 3.785.115 ກິໂລ ຄິດເປັນມູນຄ່າ 151.404,6 ຕື້ກີບ. ລວມມູນຄ່າສິນຄ້າດ້ານການລ້ຽງສັດ ແລະ ປາ ປີ 2023: ຄິດເປັນມູນຄ່າທັງໝົດ 1.111,95 ຕື້ກີບ, ທຽບໃສ່ປີ 2022 ຄິດເປັນມູນຄ່າທັງໝົດ 758,21 ຕື້ກີບ, ເພີ່ມຂຶ້ນ 353,74 ຕື້ກີບ ເທົ່າກັບ 116,65%.
(ຂ່າວ: ແສງຈັນ)