ວັນທີ 24 ເມສານີ້, ງານແຂ່ງຂັນອອກແບບສິລະປະສາກົນແຫ່ງການຮ່ວມມືລ້ານ
ຊ້າງ-ແມ່ນ້ຳຂອງຄັ້ງທີ 5 ປີ 2024 ທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນ
ພິເສດການຮ່ວມມືລ້ານຊ້າງ-ແມ່ນ້ຳຂອງຂອງກະຊວງການຕ່າງປະເທດ ແລະ ຮ່ວມກັນຈັດຂຶ້ນໂດຍສູນພັດທະນາການສື່ສານສາກົນ, ສູນໂຄສະນາ ແລະ ການສຶກສາ ຂອງກະຊວງຊັບພະຍາກອນທຳ
ມະຊາດແຫ່ງ ສປ ຈີນ, ສະຖາບັນວິຈິດສິນສູນກາງ ແລະ ມະຫາວິທະຍາໄລຢຸນນານ, ສູນການສື່ສານສາກົນພາກພື້ນອາຊີໃຕ້ -ອາຊີຕາເວັນອອກສຽງໃຕ້ແຂວງຢຸນນານ, ມະຫາວິທະຍາໄລບາງກອກປະເທດໄທ, ມະຫາວິທະຍາໄລແຫ່ງຊາດລາວ, ມະຫາວິທະຍາໄລລາຊະວັງພະນົມເປັນກຳປູເຈຍ, ໂຮງຮຽນ ຟູຊິງ ໃນມຽນມາ ແລະ ບັນດາປະເທດລ້ານຊ້າງ-ແມ່ນ້ຳຂອງອື່ນໆ ໄດ້ຮ່ວມກັນສະໜັບສະໜູນ. ນັບແຕ່ປີ 2020 ເປັນຕົ້ນມາ, ງານແຂ່ງຂັນສິລະປະການຮ່ວມມືລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນເປັນປະຈຳ, ໄດ້ກາຍເປັນຂົວຕໍ່ສິລະປະທີ່ເຊື່ອມໂຍງເຂົ້າກັນລະຫວ່າງ 6 ປະເທດລ້ານຊ້າງ-ແມ່ນ້ຳຂອງ, ແມ່ນງານວາງສະແດງສິລະປະ ແລະ ການອອກແບບລະດັບສາກົນທີ່ໄດ້ຮັບຄວາມສົນໃຈ ມີອິດທິພົນຢ່າງສູງໃນພາກພື້ນ.