ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 25 ເມສາ ຜ່ານມາ, ທ່ານ ຣາມິນ ໂທລຸຍ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ອາເມຣິກາ ໄດ້ເດີນທາງຢ້ຽມຢາມນະຄອນຫຼວງເຊອູນ ສ ເກົາຫຼີ ແລະພົບປະເຈລະຈາກັບທ່ານ ຢັງ ຢອງ ເນ ຜູ້ຊ່ວຍລັດຖະມົນຕີກະຊວງອຸດສາຫະກຳ, ການຄ້າ ແລະ ຊັບພະຍາກອນທຳມະຊາດ ສ ເກົາຫຼີ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ແລະ ເພີ່ມທະວີການລົງທຶນຂອງສອງປະເທດ ໃນອຸດສາຫະກໍາຊິບເຊມິຄອນດັກເຕີ.
ຂ່າວລາຍງານວ່າ: ໃນການພົບປະ, ທ່ານ ຢັງ ຢອງ ເນ ກ່າວວ່າ:ຄວາມສາມາດໃນການຜະລິດຊິບຂັ້ນສູງຂອງບັນດາວິສາຫະກິດ ສ ເກົາຫຼີ ແລະ ຄວາມສາມາດດ້ານນະວັດຕະກຳຂອງວິສາຫະກິດ ອາເມຣິກາ ຈະຊຸກຍູ້ການຮ່ວມມືສົມທົບກັນໃນຂົງເຂດອຸດສາຫະກຳກ້າວໜ້າຂັ້ນສູງ ແລະ ຕ່ອງໂສ້ການສະໜອງລະຫວ່າງສອງປະເທດໄດ້ເປີດກວ້າງຂະຫຍາຍຕົວ. ເມື່ອບໍ່ດົນມານີ້, ມີບັນດາວິສາຫະກິດ ສ ເກົາຫຼີ ໄດ້ລົງທຶນ ຢູ່ ອາເມຣິກາ ເປັນຈຳນວນຫຼວງຫຼາຍ.
ນອກຈາກນັ້ນ, ທ່ານ ຢັງ ຢອງ ເນ ໄດ້ຮຽກຮ້ອງການສະໜັບສະໜູນຈາກວໍຊິງຕັນ ເຊັ່ນ: ເງິນອຸດໜູນພາຍໃຕ້ກົດໝາຍວ່າດ້ວຍຊິບ ແລະ ວິທະຍາສາດ ເພື່ອໃຫ້ວິສາຫະກິດ ສ ເກົາຫຼີ ສາມາດລົງທຶນໃນອາເມຣິກາໄດ້ຢ່າງຄ່ອງແຄ້ວ ດ້ວຍເປົ້າໝາຍລວມເພື່ອເສີມສ້າງລະບົບການສະໜອງຊິບທົ່ວໂລກ.
ສ່ວນທ່ານ ຣາມິນ ໂທລຸຍ ຕີລາຄາວ່າ: ການຮ່ວມມືລະຫວ່າງ ເຊອູນ ກັບ ວໍຊິງຕັນ ໄດ້ຮັບການເພີ່ມທະວີບໍ່ພຽງແຕ່ໃນລະດັບລັດຖະບານເທົ່ານັ້ນ ຫາກຍັງແມ່ນພາກເອກະຊົນອີກດ້ວຍ. ອາເມຣິກາ ຈະພິຈາລະນາເນື້ອໃນຂໍ້ສະເໜີຂອງຝ່າຍ ສ ເກົາຫຼີ ຢ່າງຮອບຄອບ.