ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (LTP) ໄດ້ເຜີຍແຜ່ມູນຄ່າການຄ້າຕ່າງປະເທດ ທີ່ບໍ່ລວມມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ປະຈໍາເດືອນ 2 ແລະ ເດືອນ 3 ປີ 2024 ໃຫ້ຮູ້ວ່າ: ໃນເດືອນກຸມພາແລະ ເດືອນມີນາປີນີ້, ສປປ ລາວ ຍັງສືບຕໍ່ຂາດດຸນການຄ້າຈາກເດືອນທໍາອິດຂອງປີນີ້ ທີ່ຂາດດຸນ 188 ລ້ານໂດລາ ຊຶ່ງໃນເດືອນ 2 ຂາດດຸນ 40 ລ້ານໂດລາ ແລະ ເດືອນ 3 ແມ່ນ 81 ລ້ານໂດລາ.
    ເດືອນກຸມພາປີນີ້, ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ບັນລຸໄດ້ປະມານ 1.101 ລ້ານໂດລາ,ໃນນັ້ນມູນຄ່າການສົ່ງອອກສິນຄ້າທັງໝົດ ປະຕິບັດໄດ້ປະມານ 530 ລ້ານໂດລາ, ຫຼຸດລົງ 5,5%ເມື່ອທຽບໃສ່ ເດືອນມັງກອນ ຜ່ານມາ. ໃນນີ້, ສິນຄ້າສົ່ງອອກຫຼັກ ປະກອບມີ: ມັນຕົ້ນ 95 ລ້ານໂດລາ; ຄໍາປະສົມ, ຄຳແທ່ງ 60 ລ້ານໂດລາ; ແຮ່ທອງ 47 ລ້ານໂດລາ; ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 26 ລ້ານໂດລາ; ແປ້ງມັນຕົ້ນ 24 ລ້ານໂດລາ; ເຍື່ອໄມ້ ແລະ ເສດເຈ້ຍ 24 ລ້ານໂດລາ; ນໍ້າຕານ 23 ລ້ານໂດລາ; ໝາກກ້ວຍ 21 ລ້ານໂດລາແລະ ຢາງພາລາ 14 ລ້ານໂດລາ.ມູນຄ່າການນຳເຂົ້າສິນຄ້າ ປະມານ 570 ລ້ານໂດລາ, ຫຼຸດລົງ 24% ເມື່ອທຽບໃສ່ ເດືອນມັງກອນຜ່ານມາ. ໃນນີ້, ສິນຄ້ານໍາເຂົ້າຫຼັກປະກອບມີ: ນ້ຳມັນກາຊວນ 103 ລ້ານໂດລາ; ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) 49 ລ້ານໂດລາ; ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 39 ລ້ານໂດລາ; ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 28 ລ້ານໂດລາ; ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 25 ລ້ານໂດລາ; ນໍ້າມັນແອັດຊັງ-ແອັດຊັງພິເສດ 19 ລ້ານໂດລາ; ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...) 18 ລ້ານໂດລາ; ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ 14 ລ້ານໂດລາ; ຜະລິດຕະພັນເຄມີປະສົມສໍາເລັດຮູບ 10 ລ້ານໂດລາ; ແລະ ອາລູມີນຽມ, ເຄື່ອງທີ່ເຮັດດ້ວຍອາລູມີນຽມ 4 ລ້ານໂດລາ.
    ສຳລັບເດືອນມີນາຜ່ານມາ, ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວປະຕິບັດໄດ້ປະມານ 1.268 ລ້ານໂດລາ, ໃນນັ້ນມູນຄ່າການສົ່ງອອກສິນຄ້າປະມານ 594 ລ້ານໂດລາ, ເພີ່ມຂຶ້ນ 12%  ເມື່ອທຽບໃສ່ ເດືອນກຸມພາ ຜ່ານມາ. ໃນນີ້, ສິນຄ້າສົ່ງອອກຫຼັກ ປະກອບມີ: ມັນຕົ້ນ 78 ລ້ານໂດລາ; ຄໍາປະສົມ, ຄຳແທ່ງ 56 ລ້ານໂດລາ; ແຮ່ທອງ 51 ລ້ານໂດລາ; ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 33 ລ້ານໂດລາ; ແປ້ງມັນຕົ້ນ 31 ລ້ານໂດລາ; ຢາງພາລາ 24 ລ້ານໂດລາ; ເຍື່ອໄມ້ ແລະ ເສດເຈ້ຍ 24 ລ້ານໂດລາ; ແລະ ນໍ້າຕານ 23 ລ້ານໂດລາ.ມູນຄ່າການນຳເຂົ້າສິນຄ້າໄດ້ປະມານ 675 ລ້ານໂດລາ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ ເດືອນກຸມພາ ຜ່ານມາ. ໃນນີ້, ສິນຄ້ານໍາເຂົ້າຫຼັກ ປະກອບມີ: ນ້ຳມັນກາຊວນ 105 ລ້ານໂດລາ; ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 56 ລ້ານໂດລາ; ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 53 ລ້ານໂດລາ; ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 38 ລ້ານໂດລາ; ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 37 ລ້ານໂດລາ; ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...) 25 ລ້ານໂດລາ; ນໍ້າມັນແອັດຊັງ-ແອັດຊັງພິເສດ 24 ລ້ານໂດລາ; ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ 24 ລ້ານໂດລາ; ຜະລິດຕະພັນເຄມີປະສົມສໍາເລັດຮູບ 15 ລ້ານໂດລາ; ແລະ ອາລູມີນຽມ ແລະ ເຄື່ອງທີ່ເຮັດດ້ວຍອາລູມີນຽມ 4 ລ້ານໂດລາ.
    ໃນໄລຍະໄຕມາດທີ 1 ຂອງປີ 2024, ສິນຄ້າທີ່ສົ່ງອອກຫຼາຍກ່ວາໝູ່ ແມ່ນ ມັນຕົ້ນ ຊຶ່ງນີ້ນັບຈາກໂຕເລກມູນຄ່າສົ່ງອອກ ແຕ່ເດືອນ 1-3. ເມື່ອລວມຂໍ້ມູນພື້ນຖານທີ່ເຜີຍແຜ່ໄດ້ໃຫ້ເຫັນວ່າໃນໄຕມາດທໍາອິດ ມູນຄ່າການຄ້າຕ່າງປະເທດ ທີ່ບໍ່ລວມມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ ຂອງ ສປປ ລາວ ບັນລຸທີ 3.680 ລ້ານໂດລາ, ມູນຄ່າສົ່ງອອກ 1.685 ລ້ານໂດລາ ແລະ ມູນຄ່ານໍາເຂົ້າ 1.994 ລ້ານໂດລາ ຈຶ່ງເຮັດໃຫ້ໄຕມາດ 1 ປີນີ້ ປະເທດເຮົາຂາດດຸນການຄ້າປະມານ 309 ລ້ານໂດລາ.
(ຂ່າວ: ສຸກສະຫວັນ, ຂໍ້ມູນ:LTP)