ໃນວັນທີ    26ເມສາ 2024ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີປະກາດພະນັກງານຫຼັກແຫ່ຼງຂັ້ນຫົວໜ້າກົມເຂົ້າຮັບອຸດໜູນ-ບຳນານ ຕາມກົດໝາຍພະນັກງານ-ລັດຖະກອນ.
    ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີສະຫາຍ ວາລະໄຊ ເລັ່ງສະຫວັດ, ກຳມະການຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາ ຄະນະພັກ-ຄະນະນຳ, ຄະນະກົມຕະຫຼອດຮອດພະນັກງານຫຼັກແຫ່ງຂອງ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
    ໃນພິທີ ສະຫາຍ ເກີລໍ່ ຢາງກໍ່,ກໍາມະການພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານ ມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກສະບັບເລກທີ 506/ຄລສພ, ລົງວັນທີ 13/12/2023ວ່າດ້ວຍການອະນຸມັດໃຫ້ ສະຫາຍ ພົມມາ ສິດເສນາ ຫົວໜ້າກົມຄະນະພົວພັນຕ່າງປະເທດສູນກາງພັກທີ່ສຳເລັດປະຈຳການໃນຕຳແໜ່ງເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳສ. ອິນໂດເນເຊຍ ແລະ ສປ. ຕີມໍແລັດສະເຕ ເຂົ້າຮັບອຸດໜູນບຳນານຕາມກົດ
ໝາຍວ່າດ້ວຍພະນັກງານ-ລັດຖະກອນ.
    ໃນຕອນທ້າຍສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ມີຄຳເຫັນຕໍ່ຜູ້ເຂົ້າຮ່ວມພິທີດັ່ງກ່າວ ແລະ ພະນັກງານທີ່ເຂົ້າຮັບອຸດໜູນ-ບໍານານວ່າ: ການເຂົ້າຮັບບຳນານແມ່ນການປະຕິບັດນະໂຍບາຍຕໍ່ພະນັກງານທີ່ເຮັດການປະຕິວັດສຸດກົກສຸດປາຍ, ມີຜົນງານຕາມເງື່ອນໄຂທີ່ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ວາງອອກແລະ ທັງເປັນກຽດອັນສູງສົ່ງ 
ໝາຍເຖິງການປະກອບສ່ວນສໍາຄັນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 39 ປີຂອງ ສະຫາຍ ພົມມາ ສິດເສນາ. ນັ້ນແມ່ນຄວາມເປັນແບບຢ່າງທີ່ພະນັກງານໜຸ່ມນ້ອຍຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ຄວນຖອດຖອນເປັນບົດຮຽນເພື່ອນໍາໃຊ້ເຂົ້າໃນໜ້າທີ່ວຽກງານການເມືອງຂອງຕົນໃນສະເພາະໜ້າ ແລະ ຍາວນານ.                       ຂ່າວ-ພາບ:ຄຕພ