ໂດຍປະຕິບັດຕາມການມອບໝາຍຂອງ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດຮອງປະທານຄະນະກຳມະການອະໄພຍະໂທດ ລະດັບຊາດ (ຜູ້ປະຈຳການ) ໃນວັນທີ 25 ເມສາ ຜ່ານມາທີ່ ຫ້ອງວ່າການເມືອງຂວາ ແຂວງຜົ້ງສາລີ, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດຄະນະກຳມະການອະໄພຍະໂທດລະດັບຊາດຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດໄດ້ຕາງໜ້າມອບເງິນ 500 ລ້ານກີບ ເພື່ອປັບປຸງ ແລະ ສ້ອມແປງສູນບໍາບັດຜູ້ເສບຢາເສບຕິດ ພາຍໃນເມືອງຂວາ ແລະ ກ່າວຮັບໂດຍ ທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງໆຂວາ, ມີທ່ານ ບົວທອງ ອຸແສງຄໍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ ແລະ ຂົງເຂດຕຸລາການຂັ້ນແຂວງເຂົ້າຮ່ວມ.
  ທ່ານ ບຸນທັນ ບຸນທະວິໄລ  ໄດ້ກ່າວວ່າ: ການມອບ-ຮັບເງິນ ໃນຄັ້ງນີ້, ເພື່ອປະກອບສ່ວນສຳຄັນ ເຂົ້າໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ ໂດຍສະເພາະ ການຜັນຂະຫຍາຍເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງລັດຖະບານ ແຫ່ງ ສປປ ລາວ ເຂົ້າສູ່ວຽກງານໄອຍະການປະຊາຊົນ ແລະ ຮັບປະກັນຄຸນນະພາບໃນການເຄື່ອນໄຫວປະຕິບັດໜ້າທີ່ ການດຳເນີນຄະດີຢາເສບຕິດ ຂອງອົງການໄອຍະການປະຊາຊົນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍບັນຫາຢາເສບຕິດ ຂອງແຂວງຜົ້ງສາລີ ໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເພື່ອນຳເອົາຜູ້ເສບຢາເສບຕິດ ມາບຳບັດ, ມາຟື້ນຟູສຸຂະພາບ, ຝຶກວິຊາຊີບ ແລະ ຈັດຫາວຽກເຮັດງານທຳໃຫ້ຜູ້ເສບຢາເສບຕິດໃຫ້ເກີດດອກອອກຜົນຢ່າງມີຜົນສຳເລັດ.
       ໃນໂອກາດນີ້,  ທ່ານ ບົວທອງ ອຸແສງຄໍາ  ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ປະທານຄະນະກຳມະການອະໄພຍະໂທດລະດັບຊາດ ໂດຍສະເພາະຄະນະພັກ-ຄະນະນຳ ອົງການໄອຍະການປະຊາຊົນສູງສຸດ ທີ່ເຫັນໄດ້ຄວາມສຳຄັນໃນການມອບເງິນຊຸກຍູ້ຊ່ວຍເຫຼືອເພື່ອປັບປຸງພື້ນຖານໂຄງລ່າງ, ກໍ່ສ້າງ ແລະ ສ້ອມແປງສູນບໍາບັດຜູ້ເສບຢາເສບຕິດພາຍໃນເມືອງຂວາ ໃຫ້ນຳໃຊ້ເຂົ້າໃນວຽກງານແກ້ໄຂບັນຫາຢາເສບຕິດ ໃຫ້ເກີດຜົນປະໂຫຍດຢ່າງມີປະສິດທິພາບສູງສຸດ.
(ຂ່າວ-ພາບ: ອານຸສັກ)