ກອງປະຊຸມວຽກງານກວດກາ ປະຈຳປີ 2023 ແລະ ທິດທາງແຜນການ 2024 ຂອງສານປະຊາຊົນສູງສຸດ ໄດ້ຈັດຂຶ້ນໃນວັນທີ 26 ເມສາ ນີ້ ທີ່ສານປະຊາຊົນສູງສຸດ (ອອປສ),ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີ    ສະຫາຍຮອງເລຂາຄະນະບໍລິຫານງານພັກ ຄະນະປະຈຳພັກ ກຳມະການໃນຄະນະບໍລິຫານງານພັກ, ເລຂາ, ຮອງເລຂາໜ່ວຍພັກເຂົ້າຮ່ວມ.
  ສະຫາຍ ວາດສະໜາ ວົງປັນຍາ ຮອງປະທານ ຄະນະກວດກາພັກ ກຳມະການຄະນະບໍລິຫານງານພັກ ຫົວໜ້າກົມກວດກາ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈຳປີ 2023 ແລະ ທິດທາງແຜນການປີ 2024, ພ້ອມນັ້ນບັນດາຫົວໜ້າກົມກໍໄດ້ລາຍງານການກວດກາວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງຂອງສານປະຊາຊົນທີ່ຕິດພັນກັບການກວດກາ;ການຕິດຕາມກວດກາ ການປະຕິບັດວຽກງານດ້ານວິຊາການທີ່ຕິດພັນກັບການປະຕິບັດໜ້າທີ່ຂອງຜູ້ພິພາກສາ;ການປະຕິບັດແຜນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2024 ຂອງໜ່ວຍພັກຄະນະສານແພ່ງ; ການກວດກາ ການກໍ່ສ້າງ ແລະ ຂະຫຍາຍມະຫາຊົນ ເຂົ້າເປັນສະມາຊິກອົງການ ຈັດຕັ້ງມະຫາຊົນ; ການຕິດຕາມກວດກາການປະພຶດ ແລະ ການປະຕິບັດໜ້າທີ່ວຽກງານຂອງຜູ້ພິພາກສາ ໃນການດຳເນີນຄະດີໃນຄວາມຮັບຜິດຊອບຂອງຕົນ;ການຕິດຕາມ ກວດກາການດຳເນີນຄະດີອາຍາ ທີ່ຕິດພັນກັບວາລະແຫ່ງຊາດ; ການປະຕິບັດໜ້າທີ່ຂອງຜູ້ພິພາກສາຢູ່ສານປະຊາຊົນເຂດ 1 ນະຄອນຫຼວງວຽງຈັນ; ການປະຕິບັດວຽກງານດ້ານວິຊາການທີ່ຕິດພັນກັບການປະຕິບັດໜ້າທີ່ຂອງຜູ້ພິພາກສາ;ການເອົາໃຈໃສ່ນຳພາ-ຊີ້ນຳວຽກງານກວດກາ ແລະ ການປະຕິບັດໜ້າທີ່ ວຽກງານ ຂອງພະນັກງານ-ລັດຖະກອນ ແລະ ຜູ້ພິພາກສາ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;ການຊຸກຍູ້ຕິດຕາມກວດກາ ການແກ້ໄຂຄະດີ ໃຫ້ມີປະສິດທິພາບວ່ອງໄວ ໂປ່ງໃສ ແລະ ຍຸຕິທຳ;ການຕິດຕາມ ກວດກາ ການປະຕິບັດໜ້າທີ່ຂອງຜູ້ພິພາກສາ ຢູ່ສານປະຊາຊົນ ແຂວງອັດຕະປື. 
ພ້ອມນັ້ນ, ສະຫາຍ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານສານປະຊາຊົນສູງສຸດ ໄດ້ເຜີຍແຜ່ຄຳສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 169/ຄລສພ,ລົງວັນທີ 15 ສິງຫາ 2022 ກ່ຽວກັບການນຳພາຊີ້ນຳ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາ ແລະ ເຜີຍແຜ່ແນະນຳ ຂອງຄະນະກວດກາສູນກາງພັກ ສະບັບເລກທີ 285/ຄກສພ,ລົງວັນທີ 15 ກັນຍາ 2023 ກ່ຽວກັບການກະກຽມ ແລະ ດຳເນີນຊີວິດການເມືອງທ້າຍສະໄໝກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.
ສະຫາຍ ນາງ ວຽງທອງ ສີພັນດອນ ໄດ້ມີຄຳເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍ ໄດ້ພ້ອມຄົ້ນຄວ້າ, ປະກອບຄຳຄິດ-ຄຳເຫັນ ຕໍ່ກັບວຽກງານກວດກາ ຂອງສານປະຊາຊົນ ເວົ້າລວມ, ເວົ້າສະເພາະ ແມ່ນຕໍ່ກັບວຽກງານກວດກາ ຂອງສປສສ ຢ່າງກົງໄປກົງມາ, ບົນພື້ນຖານການຈັດຕັ້ງປະຕິບັດຕາມມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ຢ່າງເຂັ້ມງວດ. ເພື່ອເປັນທິດໃນການສືບຕໍ່ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ກ່ຽວກັບວຽກງານກວດກາ, ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ຢູ່ສານປະຊາຊົນແຕ່ລະຂັ້ນ ໃຫ້ພ້ອມກັນເອົາໃຈໃສ່ຕື່ມບາງບັນຫາດັ່ງລຸ່ມນີ້:    ໃຫ້ພ້ອມກັນສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນ ແລະ ຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເປັນຕົ້ນແມ່ນບັນດາມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ແຕ່ລະຄັ້ງ, ເນື້ອໃນກອງປະຊຸມກວດກາທົ່ວປະເທດແຕ່ລະປີ, ບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດຕ່າງໆຂອງພັກ ແລະ ກົດໝາຍຂອງລັດ ເວົ້າລວມ, ເວົ້າສະເພາະແມ່ນມະຕິ, ຄໍາສັ່ງ ແລະ ນິຕິກໍາກ່ຽວກັບວຽກງານກວດກາ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ພາຍໃນການຈັດຕັ້ງຂອງຕົນເອງຢ່າງມີຈຸດສຸມ; ໃຫ້ຄະນະກວດກາ ຂອງສປສສ ເອົາໃຈໃສ່ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍທີ່ ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ສປສສ ໄດ້ວາງອອກ; ເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດກົດລະບຽບຂອງພັກ ສະໄໝທີ XI, ກວດກາການປະຕິບັດມະຕິ, ຄໍາສັ່ງ ແລະ ຂໍ້ກໍານົດຕ່າງໆຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ກ່ຽວກັບວຽກງານປັບປຸງກໍ່ສ້າງພັກ, ການປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກຂອງໜ່ວຍພັກ ທີ່ຂຶ້ນກັບການຄຸ້ມຄອງຂອງຄະນະບໍລິຫານງານພັກສານປະຊາຊົນສູງສຸດ;     ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ຕໍ່ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ສານປະຊາຊົນ ແຕ່ລະຂັ້ນ;  ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ຕໍ່ກັບການຄົ້ນຄວ້າແກ້ໄຂ ຄາຮ້ອງ-ຄໍາສະເໜີຂອງພົນລະເມືອງ ຕ້ອງດໍາເນີນໄປຕາມພາລະບົດບາດ ແລະ ຖືກຕ້ອງຕາມກົດໝາຍ, ພາວະວິໄສ, ຮອບຄອບ, ຊັດເຈນ ແລະ ຍຸຕິທໍາ ແລະ ສປສສ, ຂະແໜງກວດກາຂອງສານປະຊາຊົນທ້ອງຖິ່ນຕ້ອງເອົາໃຈໃສ່ປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ຈະແຈ້ງ, ຮັດກຸມຖືກຕ້ອງຕາມກົດລະບຽບຂອງພັກ ແລະ ກົດໝາຍ ວ່າດ້ວຍການກວດກາລັດ ສະບັບປັບປຸງ;  ເພື່ອເຮັດບົດບາດ ເປັນເສນາທິການ ຊ່ວຍຄະນະພັກ-ຄະນະນໍາ ຂັ້ນຂອງຕົນ. 
(ຂ່າວ:ສປສສ)