ໃນວັນທີ 25 ເມສາ ຜ່ານມາ, ສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ຈັດພິທີເປີດຫໍວັດທະນະທໍາຄົນໄທເຊື້ອສາຍລາວຄັ່ງ ທີ່ວັດພູນໍ້າຮ້ອນ ເມືອງດ່ານຊ້າງ ຈັງຫວັດສຸພັນບູລີ ຣາຊະອານາຈັກໄທ. ໃຫ້ກຽດເຂົ້າຮ່ວມພິທີມີ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ; ທ່ານ ຈອງໄຊ ທ່ຽງທໍາ ອະດີດລັດຖະມົນຕີຊ່ວຍວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຣາຊະອານາຈັກໄທ; ທ່ານ ນັດທະພັດ ສຸວັນປະທີບ ຜູ້ວ່າຈັງຫວັດສຸພັນບູລີ; ທ່ານ ຫຼີ ບຸນຄໍ້າ ປະທານສະມາຄົມ ລາວ-ໄທ ເພື່ອມິດຕະພາບ; ທ່ານ ກຽດຕິຄຸນ ຊາດປະເສີດ ປະທານສະມາຄົມ ໄທ-ລາວ ເພື່ອມິດຕະພາບ; ທ່ານ ຄໍາພັນ ອັ່ນລາວັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ; ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ປະຈໍາ ລາວ ແລະ ພາກສ່ວນກ່ຽວຂ້ອງຂອງ ລາວ ແລະ ໄທ ເຂົ້າຮ່ວມ.
ຫໍວັດທະນະທຳຄົນໄທເຊື້ອສາຍລາວຄັ່ງ ລິເລີ່ມສ້າງແຕ່ປີ 2019 ເປັນຕົ້ນມາ ຊຶ່ງໄດ້ຮັບການສົມທົບທຶນກໍ່ສ້າງຈາກປະຊາຊົນລາວ ແລະ ໄທ ດ້ວຍການທອດຜ້າປ່າ ຂອງ ສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຕັ້ງກອງຜ້າປ່າຢູ່ວັດທາດຝຸຸ່ນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ໄປທອດຖວາຍ ທີ່ວັດພຸນໍ້າຮ້ອນ ແຂວງສຸພັນບູລີ ຣາຊະອານາຈັກໄທ ໃນວັນທີ 18 ເມສາ 2019 ໂດຍແມ່ນ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ໃນເວລານັ້ນ) ໄດ້ຕາງໜ້າສະມາຄົມ ລາວ-ໄທ ເພື່ອມິດຕະພາບ ເປັນເຈົ້າສັດທາຕັ້ງກອງຜ້າປ່າດັ່ງກ່າວ. ຫຼັງຈາກນັ້ນ ວັນທີ 6 ພະຈິກ 2022 ສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ໄດ້ເປັນປະທານຮ່ວມໃນການທອດຜ້າປ່າສາມັກຄີ ຢູ່ວັດພຸນໍ້າຮ້ອນ ເມືອງດ່ານຊ້າງ ແຂວງສຸພັນບູລີ ຣາຊະອານາຈັກໄທ ເພື່ອນຳເອົາປັດໃຈດັ່ງກ່າວສືບຕໍ່ສົມທົບທຶນກໍ່ສ້າງຫໍວັດທະນະທໍາຄົນໄທເຊື້ອສາຍລາວຄັ່ງ ຈົນສໍາເລັດ.
ຄົນໄທເຊື້ອສາຍລາວຄັ່ງມີບັນພະບູລຸດຍົກຍ້າຍມາຈາກແຂວງຫຼວງພະບາງ ພາກເໜືອຂອງລາວ ແລະ ເຂົ້າໄປຢູ່ດິນແດນສະຫຍາມ ຫຼື ຣາຊະອານາຈັກໄທ ໃນປັດຈຸບັນ ນັບແຕ່ຣາຊະການທີ 2, ໄດ້ດໍາລົງຊີວິດຢູ່ພາກເໜືອຕອນລຸ່ມ ແລະ ພາກກາງຕອນເທິງ, ມີປະຊາກອນປະມານ 3 ແສນກ່ວາຄົນ ຊຶ່ງຍັງຮັກສາຮີດຄອງປະເພນີ ແລະ ປົກປັກຮັກສາວັດທະນະທຳອັນດີງາມຂອງບັນພະບູລຸດໄດ້ດີ ເປັນຕົ້ນແມ່ນສໍານຽງການປາກເວົ້າ, ການນຸ່ງຖືດ້ວຍຜ້າຝ້າຍສີຄາມ ຫຼື ສີຂີ້ຄັ່ງ, ມີວັດທະນະທໍາ, ຮີດປະເພນີ ແລະ ສີໄມ້ລາຍມືການຕໍ່າຜ້າແພໄໝຕ່າງໆ. ຈຸດປະສົງການສ້າງຫໍວັດທະນະທຳດັ່ງກ່າວນີ້ ເພື່ອເປັນສັນຍາລັກແຫ່ງຄວາມຜູກພັນ ຂອງ ສອງປະເທດລາວ ແລະ ໄທ ເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີ, ເປັນບ່ອນສຶກສາຫາຂໍ້ມູນ ຄວາມເປັນມາໃນການຕໍ່າຜ້າໄໝຂອງຊຸມຊົນລາວຄັ່ງ, ເປັນບ່ອນອະນຸລັກ ແລະ ສົ່ງເສີມວັດທະນະທຳ ເປັນບ່ອນວາງສະແດງຮູບພາບ ແລະ ຜ້າໄໝ ທີ່ເປັນເອກະລັກ ເພື່ອໃຫ້ປະຊາຊົນລາວ ແລະ ໄທ ໂດຍສະເພາະຄົນຮຸ່ນໃໝ່ຮັບຮູ້ປະຫວັດຄວາມເປັນມາ, ສິລະປະວັດທະນະທໍາ ແລະ ວິຖີຊິວິດທີ່ເປັນເອກະລັກຂອງຄົນລາວຄັ່ງ, ທັງເປັນການປະກອບສ່ວນສໍາຄັນໃນການສົ່ງເສີມການຮ່ວມມືດ້ານວັດທະນະທໍາ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງ ປະຊາຊົນລາວ ແລະ ໄທ ໃຫ້ມີການໄປມາຫາສູ່ ແລະ ສ້າງກິດຈະກຳສົ່ງເສີມວັດທະນະທຳ, ຮີດຄອງປະເພນີຮ່ວມກັນຂອງປະຊາຊົນສອງປະເທດ ໂດຍສະເພາະແມ່ນສອງສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ໃຫ້ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຂຶ້ນໄປເລື້ອຍໆ. 
ຂ່າວ: ກະຊວງການຕ່າງປະເທດ